ຂ່າວສານ

ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ແຫຼມ​ເກົາຫຼີ

ຊຸມວັນຜ່ານມາ, ສະພາບການຢູ່ແຫຼມເກົາຫຼີ ເພີ່ມຂຶ້ນຄວາມເຄັ່ງຕຶງຢ່າງຮ້າຍແຮງ. ໂດຍຕອບໂຕ້ບັນດາເຫດຍິງທົດລອງອາວຸດຂອງ ສປປ.ເກົາຫຼີ, ສອງປະເທດ ອາເມລິກາ ແລະ ສ.ເກົາຫຼີດຳເນີນການຊ້ອມຮົບຮ່ວມຢ່າງຕໍ່ເນື່ອງ, ໃນຂະນະນັ້ນ ຍີ່ປຸ່ນ ໄດ້ຍົກອອກຄຳກ່າວເຕືອນຢ່າງແຂງກະດ້າງ. ໃນສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ບໍ່ມີສັນຍານສິ້ນສຸດໂດຍໄວ, ຫາງສຽງສະແດງຄວາມວິຕົກກັງວົນຕໍ່ການເພີ່ມຂຶ້ນຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ອາດຈະກໍ່ຜົນເສຍຫາຍຕໍ່ສັນຕິພາບ ແລະ ສະຖຽນລະພາບດ້ານຍຸດທະສາດໃນຂອບເຂດທົ່ວໂລກ.
  ພາບປະກອບ: Arirang  

 “ຄວາມເຄັ່ງຕຶງຮ້າຍແຮງ” ຫຼື “ຄວາມເຄັ່ງຕຶງຢູ່ລະດັບສູງ” ແມ່ນຄຳສັບໂດຍພາຫະນະສື່ມວນຊົນກໍ່ຄືນັກໄຈ້ແຍກຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ນຳໃຊ້ເພື່ອພາວະນາກ່ຽວກັບສະພາບການແຫຼມເກົາຫຼີ ໃນຊຸມວັນຜ່ານມາ.

ການຜັນແປທີ່ເປັນໜ້າກັງວົນ

ວັນທີ 7 ມິຖຸນາ, ທະຫານອາເມລິກາ ແລະ ສ.ເກົາຫຼີ ໄດ້ດຳເນີນການຊ້ອມຮົບຮ່ວມບຸກໂຈມຕີທາງອາກາດ ຢູ່ທະເລຮ່ວາງຫ໋າຍ ໂດຍມີການເຂົ້າຮ່ວມຂອງເຮືອບິນສູ້ຮົບ ປະມານ 20ລຳ, ໃນນັ້ນ ມີເຮືອບິນສູ້ຮົບທັນສະໄໝຄື F-35. ນີ້ແມ່ນການຊ້ອມຮົບຮ່ວມຄັ້ງທີ 3 ຢ່າງຕໍ່ເນື່ອງໃນໄລຍະປະມານ 1 ອາທິດຜ່ານມາ ຂອງບັນດາກຳລັງອາເມລິກາ ແລະ ສ.ເກົາຫຼີຢູ່ພາກພື້ນແຫຼມເກົາຫຼີ. ກ່ອນໜ້ານັ້ນ, ອາເມລິກາ ແລະ ສ.ເກົາຫຼີໄດ້ດຳເນີນການຊ້ອນຮົບຮ່ວມທີ່ແກ່ຍາວເປັນເວລາ 3 ວັນ (ສິ້ນສຸດໃນວັນທີ 4 ມິຖຸນາ), ດ້ວຍການເຂົ້າຮ່ວມຄັ້ງທຳອິດນັບແຕ່ປີ 2017 ຂອງກ່ຳປັ່ນສະໜາມບິນ USS Ronald Reagan. ຖັດຈາກນັ້ນ, ວັນທີ 6 ມິຖຸນາ, ກອງທັບ ອາເມລິກາ ແລະ ສ.ເກົາຫຼີ ໄດ້ສົມທົບກັນປະຕິບັດການຍິງປຶນແທ້ຢູ່ທະເລ. ໃນນັ້ນໄດ້ຍິງລູກສອນໄຟ 8 ລູກ.

ການຊ້ອມຮົບ 2 ຄັ້ງຫຼ້າສຸດຂອງ ສຳພັນທະມິດ ອາເມລິກາ - ສ.ເກົາຫຼີ ໄດ້ຮັບຖືວ່າເພື່ອແນໃສ່ໂຕ້ຕອບເລື່ອງ ສປປ.ເກົາຫຼີໃນວັນທີ 5 ມິຖຸນາ ໄດ້ຍິງທົດລອງລູກສອນໄຟນຳວິຖີໄລຍະສັ້ນ 8 ລູກອອກສູ່ເຂດທະເລຍີ່ປຸ່ນ, ເຊິ່ງແມ່ນເຫດຍິງລູກສອນໄຟຄັ້ງທີ 18 ໃນປີ 2022 ຂອງສປປ.ເກົາຫຼີ. ພ້ອມກັບການທົດລອງອາວຸດຢ່າງຕໍ່ເນື່ອງ, ໃນນັ້ນມີການຍິງລູກສອນໄຟນຳວິຖີຂ້າມທະວີບໄລຍະໄກທຳອິດນັບແຕ່ປີ 2017, ພ້ອມກັນນັ້ນ ສປປ.ເກົາຫຼີ ກໍ່ໄດ້ຍົກອອກສານທີ່ແຂງກະດ້າງແນໃສ່ ອາເມລິກາ ແລະ ສ.ເກົາຫຼີ. ໃນນັ້ນ, ວັນທີ 2 ມິຖຸນາ ທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ Han Tae-song  ໄດ້ປະກາດວ່າ “ສປປ.ເກົາຫຼີ ຍັງຢູ່ໃນສະພາບສົງຄາມກັບ ອາເມລິກາ.”

ໂດຍໂຕ້ຕອບການກະທຳຂອງສປປ.ເກົາຫຼີ, ວັນທີ 6 ມິຖຸນາ ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ ບັນດາເຫດຍິງທົດລອງລູກສອນໄຟຂອງ ພຽງຢາງແມ່ນ ໄພນາບຂູ່ຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ ຂອງສປປ.ເກົາຫຼີ ແລະ ຍິ່ງໄປກ່ວານັ້ນແມ່ນສຳລັບປະຊາຄົມສາກົນ”. ທ່ານ Ned Price ກໍ່ກ່າວເຕືອນວ່າ ສປປ.ເກົາຫຼີ ອາດຈະດຳເນີນເຫດຍິງທົດລອງນິວເຄຼຍ “ໃນຊຸມວັນຈະມາເຖິງ”.

ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ໃນວັນທີ 5 ມິຖຸນາ ໄດ້ອອກຄຳສັ່ງໃຫ້ກອງທັບປະເທດນີ້ ຮັກສາທ່າກຽມພ້ອມການສູ້ຮົບ ແລະ ສົມທົບກັບການປ້ອງກັນລວມຂອງ ອາເມລິກາ, ລວມມີການຊ້ອມຮົບປ້ອງກັນ, ຕ້ານລູກສອນໄຟ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Kishi Nobuo ຊີ້ແຈ້ງວ່າ, ບັນດາເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີແມ່ນບໍ່ອາດຮັບຮູ້ໄດ້.

ເດີນຕາມການເຈລະຈາ

ຕາມບັນດານັກໄຈ້ແຍກໃນພາກພື້ນ ແລະ ສາກົນແລ້ວ, ໃນສະພາບການປະທະນກັນລະຫວ່າງລັດເຊຍ - ຢູແກຼນສືບຕໍ່ດຳເນີນ ແລະ ບໍ່ມີສັນຍານຢຸດຕິໂດຍໄວ, ສະພາບຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີພວມສ້າງສິ່ງທ້າທາຍຕື່ມອີກໃຫ້ແກ່ຄວາມມານະພະຍາຍາມຮັກສາສັນຕິພາບ ແລະ ສະຖຽນລະພາບ ຍຸດທະສາດທົ່ວໂລກ. ເພາະສະນັ້ນ, ເລື່ອງຊຸກຍູ້ການເຈລະຈາ, ພົບປະທາງການທູດ ລະຫວ່າງສອງຝ່າຍທີ່ກ່ຽວຂ້ອງໃນສະພາບການປັດຈຸບັນ ແມ່ນມີຄວາມຈຳເປັນທີ່ສຸດ.

ໃນຖະແຫຼງຂ່າວຕໍ່ວົງການນັກຂ່າວ ໃນວັນທີ 6 ມິຖຸນາ, ທ່ານ Ned Priceໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນວ່າ: ປະຕູເຈລະຈາສຳລັບ ສປປ.ເກົາຫຼີຍັງເປີດກວ້າງ ແລະ ວໍຊິງຕັນສືບຕໍ່ຮຽກຮ້ອງໃຫ້ ພຽງຢາງເຂົ້າຮ່ວມການເຈລະຈາ ມຸ່ງໄປເຖິງເປົ້າໝາຍສ້າງແຫຼມເກົາຫຼີປອດນິວເຄຼຍ. ກ່ອນໜ້ານັ້ນ, ກອງປະຊຸມລະຫວ່າງ ທູດພິເສດດ້ານນິວເຄຼຍ 3 ທ່ານຂອງ ສ.ເກົາຫຼີ, ຍີ່ປຸ່ນ ແລະ ອາເມລິກາ ປະຈຳ ເຊີອູນ ໃນວັນທີ 3 ມິຖຸນາ ກໍ່ໄດ້ອອກສານທີ່ຄ້າຍຄືກັນ ເມື່ອຮຽກຮ້ອງໃຫ້ ສປປ.ເກົາຫຼີ ເຈລະຈາເພື່ອປະຕິບັດການສ້າງແຫຼມເກົາຫຼີ ປອດນິວເຄຼຍ ແລະ ສ້າງສັນຕິພາບຢູ່ແຫຼມເກົາຫຼີ.

ສ່ວນຝ່າຍສປປ.ເກົາຫຼີ, ເຖິງວ່າຢັ້ງຢືນວ່າ ປະເທດຍັງຢູ່ໃນສະພາບສົງຄາມກັບ ອາເມລິກາ ແຕ່ໃນວັນທີ 2 ມິຖຸນາ ທ່ານເອກອັກຄະລັດຖະທູດ Han Tae-song ໄດ້ເນັ້ນໜັກວ່າ ພຽງຢາງໃຫ້ຄຳໝັ້ນສັນຍາຈະປະກອບສ່ວນເຂົ້າໃນພື້ນຖານສັນຕິພາບ ແລະ ການເຄື່ອນໄຫວຫຼຸດຜ່ອນກຳລັງທັບໃນທົ່ວໂລກ.


top