ຂ່າວສານ

ຄວາມ​ຮັບ​ຜິ​ດຊອບ​​ເປັນ​ແບບ​ຢ່າງ​ຂອງສະມາຊິກ​ພັກ​, ພະນັກງານ​ຕໍາຫຼວດປະຊາຊົນ​ໃນ​ສະພາບການ​ໃໝ່

“ຄວາມຮັບຜິດຊອບເປັນແບບຢ່າງຂອງສະມາຊິກພັກ, ພະນັກງານຕໍາຫຼວດປະຊາຊົນໃນສະພາບການໃໝ່”. ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ໂດຍກະຊວງຕໍາຫຼວດສົມທົບກັບສໍານັກພິມການເມືອງແຫ່ງຊາດ ຊື້ເທິດ ຈັດຕັ້ງໃນຕອນເຊົ້າວັນທີ 29 ມິຖຸນາ ຢູ່ຮ່າໂນ້ຍ.

ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກ່າວຄໍາເຫັນທີ່ພິທີ (ພາບ:vov.vn)

ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຊີ້ແຈ້ງວ່າ:

        “ເພື່ອປະຕິບັດເປົ້າໝາຍ, ໜ້າທີ່ໂດຍພັກ ແລະ ລັດມອບໝາຍໃຫ້ໃນສະພາບການນີ້ຢ່າງມີໄຊນັ້ນ, ຮຽກຮ້ອງໃຫ້ຄະນະພັກ, ອົງການຈັດຕັ້ງພັກ, ອໍານາດການປົກຄອງ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ, ໃນນັ້ນ ມີຄະນະພັກ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນຂອງບັນດາກົມກອງໃນຂະແໜງຕໍາຫຼວດຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ຕ້ອງສືບຕໍ່ຍູ້ແຮງວຽກງານກໍ່ສ້າງ, ປັບປຸງພັກໃຫ້ຫຼາຍກວ່າອີກ. ພ້ອມທັງຜັນຂະຫຍາຍບັນດາມາດຕະການເສີມຂະຫຍາຍໝາກຜົນທີ່ບັນລຸໄດ້,  ແກ້ໄຂບັນດາຂໍ້ໍຈໍາກັດ, ຂໍ້ຄົງຄ້າງໃຫ້ທັນການຢ່າງຂ້ຽວຂາດ ເພື່ອປະຕິບັດມະຕິສະບັບຕ່າງໆ, ຂໍ້ກໍານົດຂອງພັກ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຜູ້ຄົນທີ່ນໍາໜ້າຄະນະພັກ ແລະ ກົມກອງຕ່າງໆ.”

        ກອງປະຊຸມສໍາມະນາໄດ້ຮັບບົດຂຽນ, ບົດປະກອບຄໍາເຫັນ 121 ບົດ ຈາກການນໍາ, ອະດິດການນໍາພັກ, ລັດ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ບັນດານັກຊ່ຽວຊານ, ນັກວິທະຍາສາດພາຍໃນ ແລະ ນອກກໍາລັງຕໍາຫຼວດປະຊາຊົນ.  

 (ແຫຼ່ງຄັດຈາກ VOV)


top