ຂ່າວສານ

ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ແມ່ນ ມໍ​ລະ​ດົກ​ອັນລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ

ໃນຊຸມປິີມໍ່ໆມານີ້, ການພົວພັນດ້ານການເມືອງສອງຝ່າຍໄດ້ຮັບການປັບປຸງ ແລະ ຍົກສູງຢ່າງບໍ່ຢຸດຢັ້ງ, ຈາກ “ການພົວພັນມິດຕະພາບທີ່ເປັນມູນເຊື້ອ” ກາຍເປັນ “ການພົວພັນມິດຕະພາບອັນຍິ່ງໃຫຍ່” ນັບແຕ່ເດືອນກຸມພາ ປີ 2019, ສືບຕໍ່ຊ່ວຍກຳນົດທິດໃຫ້ແກ່ບັນດາຂົງເຂດການຮ່ວມມືຕ່າງໆ.
  ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ຫວຽດນາມ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ສົມທົບກັນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (05/09/1962 – 05/09/2022), ວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ ຄົບຮອບ 45 ປີ (18/07/1977 – 18/07/2022) ຂຶ້ນຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ. ຝ່າຍ ຫວຽດນາມ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ. ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ໂດຍທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານຮອງປະທານປະເທດ ແຫ່ງ ສປປ. ລາວ ເປັນຫົວໜ້າຄະນະ.

ອ່ານສູນທອນພົດທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເນັ້ນໜັກວ່າ, ວັນທີ 5 ກັນຍາ 1962, ລັດຖະບານສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ເຊິ່ງໄດ້ສະແດງໃຫ້ເຫັນການສືບທອດຢ່າງຕໍ່ເນື່ອງ ຂອງການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ກໍຄື ນ້ຳໃຈຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດໃນທຸກແນວໂຮມການທະຫານ ແລະ  ການຕ່າງປະເທດ, ສ້າງຂີດໝາຍສຳຄັນເຂົ້າໃນປະຫວັດສາດລະຫວ່າງ ຫວຽດນາມ - ລາວ ໃນຍຸກທັນສະໄໝ. ກວ່າໜຶ່ງທົດສະວັດຜ່ານມາ, ກອງທັບ ແລະ ປະຊາຊົນສອງປະເທດສືບຕໍ່ຮຽງບ່າຮຽງໄຫຼ່, ພ້ອມກັນຕໍ່ສູ້ຢ່າງອົງອາດກ້າຫານ ແລະ ຍາດໄດ້ບັນດາໄຊຊະນະຢ່າງສະຫງ່າງາມໃນການປະຕິວັດຂອງແຕ່ລະປະເທດ ເມື່ອປີ 1975. ໂດຍເລີ່ມມາຈາກຄວາມຕ້ອງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ຈຳເປັນໃນສະພາບການໃໝ່, ວັນທີ 18 ກໍລະກົດ 1977, ຫວຽດນາມ ແລະ ລາວ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ໃນຕະຫຼອດ 45 ປີ ຜ່ານມາ, ສົນທິສັນຍາສະບັບນີ້ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ ແລະ ມີຄວາມໝາຍສຳຄັນຍິ່ງ, ເປັນພື້ນຖານທາງດ້ານນິຕິກຳທີ່ໜັກແໜ້ນ ເພື່ອໃຫ້ສອງປະເທດເປີດກວ້າງການພົວພັນໄມຕີຈິດມິດຕະພາບ ແລະ ການຮ່ວມມືຮອບດ້ານຢ່າງບໍ່ຢຸດຢັ້ງ.

ຫວນຄືນເສັ້ນທາງປະຫວັດສາດທີ່ສະຫງ່າອົງອາດ ເຊິ່ງສອງຊາດໄດ້ພ້ອມກັນຜ່ານຜ່າພວກເຮົາລ້ວນແຕ່ມີສິດເອກອ້າງທະນົງໃຈ ກ່ຽວກັບສາຍພົວພັນທີ່ເປັນແບບຢ່າງບໍລິສຸດຜຸດຜ່ອງທີ່ສຸດລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວສາຍພົວພັນແບບພິເສດ ຫວຽດນາມ - ລາວ ໂດຍບັນດາການນຳຜູ້ຍິ່ງໃຫຍ່ ນັ້ນແມ່ນທ່ານປະທານ ໂຮ່ຈີມິນປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ສ້າງພື້ນຖານກໍ່ຕັ້ງຖະນຸຖະໜອມດ້ວຍເລືອດເນື້ອເຫື່ອໄຄຂອງນັກຮົບປະຊາຊົນສອງປະເທດບໍ່ຈັກວ່າເທົ່າໃດລຸ່ນຄົນກາຍເປັນມໍລະດົກອັນລ້ຳຄ່າຢ່າງແທ້ຈິງເປັນສາຍພົວພັນແບບ “ມີໜຶ່ງບໍ່ມີສອງ” ໃນປະຫວັດສາດໂລກ.

  ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ໃນຊຸມປິີມໍ່ໆມານີ້, ການພົວພັນດ້ານການເມືອງສອງຝ່າຍໄດ້ຮັບການປັບປຸງ ແລະ ຍົກສູງຢ່າງບໍ່ຢຸດຢັ້ງ, ຈາກ “ການພົວພັນມິດຕະພາບທີ່ເປັນມູນເຊື້ອ” ກາຍເປັນ “ການພົວພັນມິດຕະພາບອັນຍິ່ງໃຫຍ່” ນັບແຕ່ເດືອນກຸມພາ ປີ 2019, ສືບຕໍ່ຊ່ວຍກຳນົດທິດໃຫ້ແກ່ບັນດາຂົງເຂດການຮ່ວມມືຕ່າງໆ. ໃນສະພາບທີ່ສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງໄວວາ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຫວັງວ່າ:

ສອງພັກສອງລັດ ແລະ ປະຊົນສອງປະເທດຍິ່ງຕ້ອງສາມັກຄີສະໜິດຕິດພັນເພີ່ມທະວີການຮ່ວມມື ກ່ວາອີກ ເພື່ອພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກສືບຕໍ່ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ສັງຄົມນິຍົມພ້ອມກັນເຮັດວຽກຈົດສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງພັກລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງຮອບດ້ານວິວັດການປ່ຽນແປງໃໝ່ຂອງລາວພ້ອມທັງຖືເປັນສຳຄັນ ແລະ ສະງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນພິເສດທັງເປັນສະຫາທັງເປັນອ້າຍນອງກັນລະຫວ່າງສອງພັກສອງລັດເຮົາ.

 ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນ ຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ໄດ້ສະຫງວນການຊ່ວຍເຫຼືອອັນລ້ຳຄ່າ, ທັນການ, ມີປະສິດທິຜົນ, ປະສິດທິພາບ ໃນວິວັດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນວິວັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ໃນປັດຈຸບັນ. ທ່ານໃຫ້ຮູ້ວ່າ:

ພັກລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ຍາມໃດກໍ່ຢຶດໝັ້ນ ແລະ ຖືເປັນຄວາມຮັບຜິດຊອບຂອງຕົນໃນການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ ຫວຽດນາມ ທີ່ໄດ້ຜ່ານການທົດສອບ ແລະ ເພີ່ມພູນຄູນສ້າງ ດ້ວຍເລືອດເນື້ອເຫື່ອໄຄ ຂອງບັນດານັກຮົບວິລະຊົນ ກໍ່ຄືປະຊາຊົນລາວ ແລະ ປະຊາຊົນ ຫວຽດນາມ ຫຼາຍລຸ່ຄົນນັ້ນ ໃຫ້ຍືນຍົງຄົງຕົວໄປຈົນເທົ່າກາລະນານນຳເອົາຜົນປະໂຫຍດທີ່ແທດຈິງ ແລະ ສູງສຸດມາສູ່ປະຊາຊົນສອງຊາດ.

ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ມີຄວາມເຊື່ອໝັ້ນວ່າ ບັນດາລາຍການ ແລະ ການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຈະແມ່ນບາດລ້ຽວສຳຄັນ ເພື່ອເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງພັດ ແລະ ປະຊາຊົນສອງປະເທດ.


top