ຂ່າວສານ

ຄວາມ​ປາດ​ຖະ​ໜາ​ຈະ​ມີ​ການ​ປ່ຽນ​ແປງ​ໃໝ່​ຂອງ​ການ​ນຳ​ກຳ​ມາ​ທິ​ການ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ລັດ​ຖະ​ບານ

ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການນຳກຳມາທິການຕ່າງໆຂອງສະພາແຫ່ງຊາດຊຸດໃໝ່.
ທ່ານ ຮວ່າງວັນເກື່ອງ ສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ (ພາບ: quochoi.vn)

ຢູ່ນອກກອງປະຊຸມສະພາແຫ່ງຊາດໃນວັນທີ 7 ເມສາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການນຳກຳມາທິການຕ່າງໆຂອງສະພາແຫ່ງຊາດຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງໃນຕອນເຊົ້າວັນທີ 7 ເມສາ, ພ້ອມທັງໃຫ້ຂໍ້ສັງເກດ ກໍຄື ຄວາມປາດຖະໜາຕໍ່ບຸກຄະລາກອນຂັ້ນສູງຂອງລັດຖະບານ ແລະ ກົງຈັກລັດຖະບານໃນອາຍຸການໃໝ່. ທ່ານ ຟຸ່ງວັນຮຸ່ງ ຄະນະສະມາຊິກສະພາແຫ່ງຊາດ ແຂວງ ກາວບັ່ງ ໃຫ້ຂໍ້ສັງເກດວ່າ:

        “ບັນດາອົງການຂອງ ສະພາແຫ່ງຊາດ ເໝືອນດັ່ງໂຮງຈັກແຫ່ງໜຶ່ງ, ແມ່ນອົງການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດໃນບັນຫາປະຕິບັດການຕິດຕາມກວດກາ, ສ້າງກົດໝາຍ ແລະ ການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ສະພາແຫ່ງຊາດເລືອກເຟັ້ນເອົາຖັນແຖວບຸກຄະລາກອນດີເດັ່ນ, ມີຄຸນນະພາບ, ຂ້າພະເຈົ້າເຊື່ອແນ່ວ່າ ບຸກຄົນເຫຼົ່ານັ້ນ ຈະເສີມຂະຫຍາຍຄວາມສາມາດຂອງຕົນໄດ້ເປັນຢ່າງດີໃນໄລຍະຈະມາເຖິງ”.

 (ແຫຼ່ງຄັດຈາກ VOV)


top