ຂ່າວສານ

ຄວາມ​ປະ​ທັບ​ໃຈ ແລະ ເປັນ​ເອ​ກະ​ລັດຂອງ​ງານ​ບຸນ​ຊຸດເສື້ອ​ຍາວ ໂຮ້ຍ​ອານ, ທັດສະນີຍະພາບ ຫວຽດ​ນາມ

ຕອນຄ່ຳວັນທີ 14 ມິຖຸນາ, ງານບຸນຊຸດເສື້ອຍາວ ໂຮ້ຍອານ, ທັດສະນີຍະພາບ ຫວຽດນາມ ໄດ້ດຳເນີນຢູ່ນະຄອນ ໂຮ້ຍອານ (ແຂວງ ກ໋ວາງນາມ).

ງານບຸນຊຸດເສື້ອຍາວ ໂຮ້ຍອານ, ທັດສະນີຍະພາບ ຫວຽດນາມ ໄດ້ດຳເນີນຢູ່ນະຄອນ ໂຮ້ຍອານ(ພາບ: nld.com.vn) 

ທີ່ງານບຸນໄດ້ສະແດງປະມວນຊຸດເສື້ອຍາວ 18 ຊຸດຂອງ 18  ນັກອອກແບບທີ່ລືຊື່ຢູ່ພາຍໃນປະເທດໂດຍມີການເຂົ້າຮ່ວມເດີນແບບ ແລະ ສະແດງຂອງນາງແບບ ແລະ ນັກສະແດງກ່ວາ 200 ຄົນ. ມີນັກທ່ອງທ່ຽວຢູ່ພາຍໃນ ແລະ ສາກົນປະມານ 3000 ຄົນເຂົ້າຮ່ວມງານບຸນ.

ໃນງານບຸນ, ໄດ້ແນະນຳໃຫ້ທຸກຄົນກ່ຽວກັບຊຸດເສື້ອຍາວຕິດພັນກັບແຕ່ລະໄລຍະພັດທະນາຂອງປະເທດ ຫວຽດນາມ, ຕິດພັນກັບສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະແຖບຖິ່ນໃນທົ່ວປະເທດ ຫວຽດນາມ.ຊີວິດວັດທະນາທຳທັງໝົດຂອງ ປະຊາຊົນ ຫວຽດນາມ ໃນທົ່ວທຸກພາກ, ໂດຍບັນດານາງແບບ ແລະ ນັກສະແດງໄດ້ວາດພາບຄືນຢ່າງມີຊີວິດຊີວາ ແລະ ຄວາມເປັນເອກະລັດທີ່ງານບຸນດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


top