ຂ່າວສານ

ຄວາມ​ຊົງ​ຈຳ​ຄາວ​ເຍົາ​ໄວ - ຊຸດ​ສະສົມ​ແຟ​ຊັ່ນ ອິນ​ໂດ​ເນ​ເຊຍ ​ທີ່​ສະ​ຫງວນ​ໃຫ້​ແກ່​ໄວ​ໜຸ່ມ ຫວຽດ

ສັບປະດາ ແຟຊັ່ນສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ ລະດູໜາວ 2022 - Aquafina Vietnam International Fashion Week Fall Winter 2022 (AVIFW) ໄດ້ດຳເນີນແຕ່ວັນທີ 23 ຫາວັນທີ 27 ພະຈິກ ທີ່ຜ່ານມາຢູ່ ຮ່າໂນ້ຍ ໄດ້ດຶງດູດມີການເຂົ້າຮ່ວມນັກອອກແບບ, ເຄື່ອງໝາຍແຟຊັ່ນ 18 ທ່ານທັງຢູ່ພາຍໃນປະເທດ ແລະ ສາກົນ. ເຂົ້າຮ່ວມເຫດການແຟຊັ່ນທີ່ມີອິດທິພົນຊື່ສຽງ ແລະ ໃຫຍ່ທີ່ສຸດໃນປີຂອງ ຫວຽດນາມ, ທ່ານ Priyo Oktaviano - ນັກອອກແບບຊາວ ອິນໂດເນເຊຍ ໄດ້ນຳມາເຊິ່ງສາຍລົມໃໝ່ດ້ວຍຊຸດສະສົມທີ່ຂຶ້ນກັບເຄື່ອງໝາຍແຟຊັ່ນສະເພາະຂອງຕົນ - “SPOUS”. ໃນລາຍການຊາຍຄາອາຊຽນພາກນີ້, ຂໍເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ VOV ພົບປະກັບນັກອອກແບບທີ່ມີຄວາມສາມາດນີ້ ຜ່ານບົດສາລະຄະດີ: “ຄວາມຊົງຈຳຄາວເຍົາໄວ” - ຊຸດສະສົມແຟຊັ່ນ ອິນໂດເນເຊຍ ທີ່ສະຫງວນໃຫ້ແກ່ໄວໜຸ່ມ ຫວຽດ.
  ບັນດາຊຸດສະແດງຢູ່ສັບປະດາ ແຟຊັ່ນສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ ລະດູໜາວ 2022 (ພາບ: KBRI)  

ໂດຍແມ່ນໜຶ່ງໃນສອງນັກອອກແບບຕ່າງປະເທດທີ່ປະກົດຕົວໃນມື້ທີ 3 ຂອງ AVIFW, ທ່ານ Priyo Oktaviano ແນະນຳຊຸດສະສົມ “ຄວາມຊົງຈຳຄາວເຍົາໄວ” “Childhood Reminiscence” ທີ່ເຕັມໄປດ້ວຍລັກສະນະ Street style. ດ້ວຍຊຸດແຕ່ງກາຍ 28 ຊຸດ ທີ່ນຳມາສັບປະດາແຟຊັ່ນ ຫວຽດນາມ ຄັ້ງນີ້ ແມ່ນການປະດິດຄິດສ້າງໂດຍອີງໃສ່ການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ, ພິເສດແມ່ນລວດລາຍຂອງແຜ່ນແພພື້ນເມືອງອິນໂດເນເຊຍ ຂອງນັກອອກແບບຄົນນີ້.

ເມື່ອແສງໄຟຈາກເວທີໄດ້ແຈ້ງຂຶ້ນ, ນັບແຕ່ເວທີຫຼັກ, ແຕ່ລະຊຸດແຕ່ງກາຍໃນຊຸດສະແດງ “Childhood Reminiscence” ຄ່ອຍໆໄດ້ປະກົດຂຶ້ນຕາມລຳດັບ. ເມື່ອກ້າວເດີນບາດທຳອິດ ເຕັມໄປດ້ວຍພະລັງງານທີ່ແຮງກ້າບົນເວທີ catwalk ພ້ອມກັບດົນຕີທີ່ຟົດຟື້ນ, ນາຍແບບສວມເສື້ອຄຸມຍາວບາງໆສີຂຽວອ່ອນ, ມືຖືກະເປົານ້ອຍໆສີບົວໜ້າຮັກ ໄດ້ນຳມາເຊິ່ງຄວາມຮູ້ສຶກແປກໃໝ່ບໍ່ຄືໃຜ.

ຜູ້ຊົມຈະຮູ້ສຶກປະຫຼາດໃຈເມື່ອເຫັນໄດ້ເຖິງການອອກແບບທີ່ໃໝ່ອ່ຽມຂອງນັກອອກແບບທີ່ມາຈາກອິນໂດເນເຊຍ ເມື່ອນາຍແບບຄົນຕໍ່ໄປ ໄດ້ສວມເສື້ອຕັດຫຍິບຈາກແຜ່ນແພພື້ນເມືອງຂອງອິນໂດເນເຊຍ ພ້ອມກັບໂສ້ງ 5 ສ່ວນສີເຫຼືອງ. ການປະສົມປະສານກັນທີ່ເໝະສົມລະຫວ່າງໂສ້ງ 5 ສ່ວນຂາໃຫຍ່ ທີ່ໄດ້ຕັດຫຍິບຢ່າງລະອຽດອໍ ພ້ອມເສື້ອເສີດສີເຫຼືອງອ່ອນ ແລະ ເກີບກິລາ ໄດ້ສ້າງເປັນລັກສະນະສະເພາະທີ່ລຽບງ່າຍໃຫ້ແກ່ຊຸດແຕ່ງກາຍ. ກໍຄືແນວນັ້ນ, ແຕ່ລະຊຸດແຕ່ງກາຍທີ່ມີສີສັນສົດໃສ ປະສົມປະສານກັບລວດລາຍທີ່ເປັນເອກະລັກຂອງອິນໂດເນເຊຍໄດ້ແນະນຳໃຫ້ແຂກຜູ້ຊົມ.

ແທນໃຫ້ບັນດາເກີບສົ້ນສູງທີ່ມັກໄດ້ສະແດງບົນເວທີແຟຊັ່ນ, ສ່ວນຫຼາຍນາງແບບມຮາສັບປະດາແຟຊັ່ນສາກົນຄັ້ງນີ້ໄດ້ໃສ່ ເກີບບູດແບບ “ຫ້າວໆ”, ພິເສດກວ່ານັ້ນ ແມ່ນເກີບຢາງ. ພ້ອມດ້ວຍຊົງຜົມຍ້ອມສີສັນທີ່ສົດໃສ, ໜຸ່ມນ້ອຍ. ສິ່ງທີ່ສ້າງຄວາມພິເສດໃຫ້ແກ່ຊຸດສະແດງຢູ່ເທິງເວທີ ແມ່ນນາງແບບ ແທນທີ່ຈະເດີນຢູ່ເທິງເວທີຮອບໜຶ່ງແລ້ວລົງ ເຂົາເຈົ້າເດີນອີກຮອບໜຶ່ງກັບຜູ້ຖັດໄປຈຶ່ງລົງເວທີ, ຊ່ວຍໃຫ້ແຂກຜູ້ຊົມມີຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບຊຸດສະແດງ. ເມື່ອແບ່ງປັນກ່ຽວກັບຊຸດສະແດງຂອງຕົນ, ນັກອອກແບບອິນໂດເນເຊຍ Priyo Oktaviano ໃຫ້ຮູ້ວ່າ:

“ຊຸດສະແດງນີ້ແມ່ນ Street Fashion ມີລັກສະນະແປກໃໝ່. ຂ້າພະເຈົ້ານຳໃຊ້ຫຼາຍສີສັນເຊ່ັນ: ສີສົ້ມ, ສີເຫຼືອງ, ສີຂຽວອ່ອນ, ສີບົວ. ຕ້ອງເສຍເວລາເຖິງ 3 ເດືອນ ເພື່ອປະສົມສີທຳມະຊາດ ກັບສີເຄມີ. ບັນດາລວດລາຍທີ່ຕິດເທິງຊຸດແຕ່ງກາຍ ແມ່ນໄດ້ເຮັດດ້ວຍມື. ໄປຄຽງຄູ່ກັ້ນນັ້ນ, ຂ້າພະເຈົ້າກໍ່ສົມທົບລວດລາຍທີ່ເປັນມູນເຊື້ອຂອງອິນໂດເນເຊຍ ກັບວັດສະດຸທີ່ມີລັກສະນະເປັນແບບກະຕູນ, ແບບແຜນທັນສະໄໝ. ໃນຊຸດສະແດງ 28 ຊຸດ, ໃນນັ້ນສ່ວນໃຫຍ່ ແມ່ນຜູ້ຊາຍນຸ່ງ ທີ່ໄດ້ແນະນຳໃນຄັ້ງນີ້ ແມ່ນຂອງຂວັນທີ່ຂ້າພະເຈົ້າມອບໃຫ້ໄວໜຸ່ມ”.

ນີ້ບໍ່ແມ່ນຄັ້ງທຳອິດທີ່ນັກອອກແບບອິນໂດເນເຊຍ ໄດ້ເຂົ້າຮ່ວມສັບປະດາ ແຟຊັ່ນສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ - ລະດູໜາວ. ໃນງານສະແດງແຟຊັ່ນທີ່ໄດ້ຈັດຂຶ້ນໃນປີ 2016, ນັກອອກແບບຄົນນີ້ກໍ່ໄດ້ແນະນຳຊຸດສະແດງ  “Potpuirri” ທີ່ມີແຮງບັນດານໃຈຈາກດອກໄມ້ແຫ້ງ ໃຫ້ວົງການແຟຊັ່ນຫວຽດນາມ. ປີນີ້, ໂດນແທ້ຮນັກອອກແບບໜຶ່ງດຽວຂອງ ອິນໂດເນເຊຍ ທີ່ໄດ້ເຂົ້າຮ່ວມງານວາງສະແດງ, ເພິ່ນຍາມໃດກໍ່ຮູ້ສຶກກັງວົນໃຈວ່າ ຈະເຮັດແນວໃດເພື່ອແນະນຳຈຸດທີ່ເປັນເອກະລັກສະເພາະຂອງລວດລາຍທີ່ເປັນມູນເຊື້ອຂອງອິນໂດເນເຊຍ ແຕ່ຍັງມີລັກສະນະສາກົນ ແລະ ມີລັກສະນະນຳໃຊ້ສູງໃນຊີວິດປະຈຳວັນ, ພິເສດແມ່ນໄດ້ຮັບຄວາມນິຍົມຈາກໄວໜຸ່ມ.

ຊຸດສະແດງນີ້ຂອງຂ້າພະເຈົ້າແມ່ນບັນດາຄວາມຊົງຈຳຄາວເຍົາໄວ. ລວດລາຍຂອງຊຸດສະແດງແມ່ນລວດລາຍທີ່ເປັນເອກະລັກສະເພາະຂອງສະຖານທີ່ຂ້າພະເຈົ້າດຳລົງຊີວິດ - Jawa ຕາເວັນອອກ ແລະ ແຜ່ນແພ Bali. ຂ້າພະເຈົ້າຢາກແນະນຳຄຸນຄ່າທີ່ເປັນມູນເຊື້ອຂອງອິນໂດເນເຊຍ, ນຳມາເຊິ່ງຈຸດທີ່ເປັນເອກະລັກສະເພາະຂອງ ອິນໂດເນເຊຍ ກັບເມືອ ຫວຽດນາມ ແລະ ກໍ່ເໝາະສົມກັບຫົວຂໍ້ຂອງສັບປະດາແພຊັ່ນ ສາກົນ Aquafina “Teast of Heritage”. ສະຕາຍ໌ ໃນຊຸດສະແດງຂອງຂ້າພະເຈົ້າແມ່ນສົດຊື່ນ ແລະ ມີຫຼາຍສີສັນທີ່ສະຫງວນໃຫ້ແກ່ໄວໜຸ່ມ ຍ້ອນວ່າເຂົາເຈົ້າແມ່ນຜູ້ຂະຫຍັນຂັນແຂງ ແລະ ເຕັມໄປດ້ວຍພະລັງງານ.

“Childhood Reminiscence” ບໍ່ພຽງແຕ່ໄດ້ຮັບຄວາມນິຍົມ ຈາກເພື່ອນໜຸ່ມ ຫວຽດນາມ ເທົ່ານັ້ນ ຫາກບັນດານັກອອກແບບ ຫວຽດນາມ ຍັງໄດ້ຕີລາຄາສູງອີກດ້ວຍ. ນັກອອກແບບ ຫງວຽນດຶກຮຸ່ງ ໃຫ້ຮູ້ວ່າ:

ຂ້າພະເຈົ້າມັກຊຸດສະແດງນີ້ທີ່ສຸດ. ກ່ອນອື່ນແມ່ນການແນະນຳຂອງເພື່ອນອິນໂດເນເຊຍ ທີ່ມີລັກສະນະແຟຊັ່ນສາກົນ.  ຂ້າພະເຈົ້າເຫັນໄດ້ການກຳນົດທິດກ່ຽວກັບທາງດ້ານຄວາມງາມໃນຊຸດສະແດງນີ້, ນັ້ນແມ່ນໜ້າທີ່ຂອງນັກອອກແບບຊາວອິນໂດເນເຊຍ ກໍ່ຄືຂ້າພະເຈົ້າເອງ. ຂ້າພະເຈົ້າຄິດວ່າ ຊຸດສະແດງນີ້ຈະໄດ້ຮັບການສະໜັບສະໜູນຈາກນເພື່ອນໜຸ່ມ ຫວຽດນາມ.

ຍາມໃດກໍ່ນຳໃຊ້ວັດສະດຸແຜ່ນແພ ທີ່ເຮັດດ້ວຍມືໃນບັນດາຊຸດອອກແບບຂອງຕົນ ເປັນວິທີການເຊິ່ງ Priyo Oktaviano ຕັກເຕືອນຕົນເອງ ຕ້ອງຮັກສາແຜ່ນແພມູນເຊື້ອ ອິນໂດເນເຊຍ ໃນການປະດິດຄິດສ້າງສິລະປະ. ການເຂົ້າຮ່ວມສັບປະດາແພຊັ່ນສາກົນ ຫວຽດນາມ ຄັ້ງນີ້ ນຳມາເຊິ່ງແນວຄວາມຄິດຈະປະສົມປະສານກັບວັດສະດຸແຜ່ນແຜມູນເຊື້ອຂອງ ຫວຽດນາມ ໃນບັນດາຊຸດສະແດງຕໍ່ໄປຂອງ Priyo Oktaviano. ແນວຄວາມຄິດນີ້ ເລີ່ມມາຈາກໃສ ແລະ ຈະໄດ້ນັກອອກແບບທີ່ມີຄວາມເກັ່ງກ້າສາມາດຂອງ ອິນໂດເນເຊຍປະຕິບັດຄືແນວໃດ? ເຊີນບັນດາທ່ານພ້ອມກັນ ຕິດຕາມບົດສາລະຄະດີຕໍ່ໄປຂອງພວກຂ້າພະເຈົ້າທີ່ມີມີຊື່ວ່າ: ນັກອອກແບບອິນໂດເນເຊຍ Priyo Oktaviano - ມີຄວາມຄິດປະດິດສ້າງຈາກບັນດາຄຸນຄ່າຂອງມູນເຊື້ອ.


top