ຕອນເຊົ້າວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີຄ້ອງເປີດວາລະການເຄື່ອນໄຫວທຸລະກຳທຳອິດ ພາຍຫລັງພັກບຸນເຕັດປີໃໝ່ປີກຸນ 2019.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີຄ້ອງເປີດວາລະການເຄື່ອນໄຫວທຸລະກຳ
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີກະຊວງການເງິນ ແລະ ບັນດາອົງການທີ່ກ່ຽວຂ້ອງ ປັບປຸງກອບນິຕິກຳກ່ຽວກັບຫຼັກຊັບ ແລະ ຕະຫລາດຫຼັກຊັບໃຫ້ສຳເລັດ, ໃນນັ້ນ ຈຸດສຸມແມ່ນປັບປຸງກົດໝາຍວ່າດ້ວຍຫຼັກຊັບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາໃນປີ 2019. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
ລັດຖະບານຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຢຶດໝັ້ນນະໂຍບາຍເສດຖະກິດມະຫາພາກເປັນປົກກະຕິ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຖືເສດຖະກິດເອກະຊົນເປັນກຳລັງໜູນສຳຄັນ ເພື່ອພັດທະນາເສດຖະກິດ. ຂ້າພະເຈົ້າປາດຖະໜາ ແລະ ສະເໜີວ່າ ຂະແໜງຫຼັກຊັບຄວນນຳໜ້າໃນການປະຕິບັດທິດນຳ ເຊິ່ງລັດຖະບານໄດ້ວາງອອກໃນປີ 2019 ແມ່ນ “ມີລະບຽບວິໄນ, ມີຄວາມສັດຊື່ບໍລິສຸດ, ມີການກະທຳ, ປະດິດຄິດສ້າງ, ພັດທະນາກະໂດດຂັ້ນ, ມີປະສິດທິຜົນ”.
(ແຫຼ່ງຄັດຈາກ VOV)