ທ່ອງທ່ຽວ

ຄວາມຮູ້ສຶກອັນສັກສິດ ຢູ່ສະໜາມຫຼວງ ບາດິ່ງ

ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ແຫ່ງອາລະຍະທຳ ນັບພັນປີ, ສະ ໜາມຫຼວງ ບາດິ່ງ ແມ່ນບ່ອນທີ່ເຄີຍໄດ້ຈາລຶກໄວ້ ຊ່ວງເວລາ ແຫ່ງ ການສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ. ທ່າມກາງບັນຍາກາດ ລະດູໃບໄມ້ຫຼົ່ນ ອັນເປັນປະຫວັດສາດ, ບັນດາຄວາມຮູ້ສຶກ ອັນສັກສິດ ກໍຫຼັ່ງໄຫຼເຂົ້າມາສູ່ ປະຊາຊົນ ເມື່ອໄດ້ ກັບຄືນມາ “ທ່ີຢູ່ສີແດງ” ທີ່ເຕັມໄປດ້ວຍຂີດໝາຍ 80 ປີ ແຫ່ງການສ້າງຕັ້ງປະເທດ.

ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ແຫ່ງອາລະຍະທຳ ນັບພັນປີ, ສະ ໜາມຫຼວງ ບາດິ່ງ ແມ່ນບ່ອນທີ່ເຄີຍໄດ້ຈາລຶກໄວ້ ຊ່ວງເວລາ ແຫ່ງ ການສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ. ທ່າມກາງບັນຍາກາດ ລະດູໃບໄມ້ຫຼົ່ນ ອັນເປັນປະຫວັດສາດ, ບັນດາຄວາມຮູ້ສຶກ ອັນສັກສິດ ກໍຫຼັ່ງໄຫຼເຂົ້າມາສູ່ ປະຊາຊົນ ເມື່ອໄດ້ ກັບຄືນມາ “ທ່ີຢູ່ສີແດງ” ທີ່ເຕັມໄປດ້ວຍຂີດໝາຍ 80 ປີ ແຫ່ງການສ້າງຕັ້ງປະເທດ.

ພາບລວມຂອງສະໜາມຫຼວງ ບາດິ່ງ ເມື່ອເບິ່ງຈາກມຸມສູງ. ພາບ: ກົງດາດ/VNP
ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ແຫ່ງອາລະຍະທຳ ນັບພັນປີ, ສະໜາມຫຼວງ ບາດິ່ງ ບໍ່ພຽງແຕ່ແມ່ນພື້ນທີ່ ທາງພູມສັນຖານ ເທົ່ານັ້ນ, ແຕ່ຍັງແມ່ນສັນຍະລັກ ອັນສັກສິດ ຂອງຊາດ ຫວຽດນາມ. ພາບ: ກົງດາດ/VNP
 

ຢູ່ສະໜາມຫຼວງ ບາດິ່ງ ທີ່ເຕັມໄປດ້ວຍສີສັນ ຂອງ ທຸງຊາດ ແລະ ດອກໄມ້, ພວກຂ້າພະເຈົ້າ ໄດ້ພົບກັບ ອະດີດນັກຮົບເກົ່າ ຟານມິງຕ໋ຽນ, ອາຍຸ 96 ປີ ຈາກຕາແສງ ໄຕໂຮ່ (ຮ່າໂນ້ຍ). ລະດູຮ້ອນ ປີນີ້, ທ່ານ ຕ້ອງນອນຢູ່ເທິງຕຽງຄົນເຈັບ. ແຕ່ເມື່ອ ເຂົ້າສູ່ລະດູໃບໄມ້ຫຼົ່ນ, ທ່ານກັບຮູ້ສຶກແຂງແຮງຂຶ້ນມາ ທັນທີ. ໃນວັນທີ່ອາກາດດີ, ທ່ານ ຕ໋ຽນ ໄດ້ບອກໃຫ້ລູກຫຼານ ພາເພິ່ນ ໄປຢ້ຽມຢາມສະໜາມຫຼວງ ບາດິ່ງ. ເຖິງແມ່ນວ່າ ຈະຍ່າງຊ້າ, ສາຍຕາມົວ ແຕ່ທ່ານ ຕ໋ຽນ ຍັງຈື່ໄດ້ ຢ່າງລະອຽດເຖິງຊ່ວງເວລາ ອັນສັກສິດ ໃນວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງ ບາດິ່ງ, ທ່ານປະທານ ໂຮ່ຈີມິນ ໄດ້ອ່ານບົດຖະແຫຼງການເອກະລາດ, ສ້າງຕັ້ງ ປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ. “ລະດູ ໃບໄມ້ຫຼົ່ນ ປີນັ້ນ, ຂ້າພະເຈົ້າອາຍຸ ພຽງ 16 ປີ, ໄດ້ ເຂົ້າຮ່ວມກັບ ຝູງຊົນຫຼັ່ງໄຫຼມາ ຍັງສະໜາມຫຼວງ ບາດິ່ງ. ຂ້າພະເຈົ້າ ຢືນຢູ່ໃກ້ກັບເວທີຫຼາຍ! ເຫັນຮູບພາບ ຂອງ ລຸງ ໂຮ່ ອ່ານຖະແຫຼງການເອກະລາດ ຢ່າງຈະແຈ້ງ. ບັນດາຖ້ອຍຄຳ ທຳອິດ ຂອງ ຄຳປະກາດຄື: “ມະນຸດ ທຸກຄົນທີ່ ເກີດມາ ມີສິດ ເທົ່າທຽມກັນ...” ເໝືອນດັ່ງຍັງດັງກ້ອງ ຢູ່ໃນຄວາມຊົງຈຳ ຂອງຂ້າພະເຈົ້າ ຈົນເຖິງ ທຸກວັນນີ້”. 

ສະໜາມຫຼວງ ບາດິ່ງ ເຕັມໄປດ້ວຍສີສັນຂອງທຸງຊາດ ແລະ ດອກໄມ້ ກ່ອນໂອກາດສະເຫຼີມສະຫຼອງຄົບຮອບ 135 ປີ ວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ. ພາບ: ແທງຢາງ/VNP

ລູກຊາຍຂອງທ່ານ ຕ໋ຽນ ຄື ທ່ານ ຟານດ້າຍຮົ່ງ ໄດ້ແບ່ງປັນວ່າ ພໍ່ ຂອງຂ້າພະເຈົ້າ, ນັບແຕ່ຊ່ວງເວລາທີ່ໄດ້ຮັບຟັງ ລຸງ ໂຮ່ ອ່ານ ບົດຖະແຫຼງການເອກະລາດ ພໍ່ໄດ້ເຂົ້າຮ່ວມກັບ ການປະຕິວັດ, ຮ່ວມການ ຕໍ່ສູ້ປົດປ່ອຍຊາດ. ເພິ່ນພ້ອມດ້ວຍ ກອງທັບ ໄດ້ເດີນທາງໄປທົ່ວ ສະໜາມຮົບ ຢູ່ພາກຕາເວັນອອກສ່ຽງເໜືອ, ພາກຕາເວັນຕົກສ່ຽງເໜືອ, ເຂົ້າຮ່ວມ ໃນບັ້ນຮົບ ດ້ຽນບຽນຝູ ແລະ ພ້ອມດ້ວຍ ກອງທັບ ທ່ີພິລະອາດຫານ ໄດ້ກັບມາ ຢຶດນະຄອນຫຼວງ ໃນປີ 1954. ທ່ານ ຟານດ້າຍຮົ່ງ ໄດ້ກ່າວ ດ້ວຍຄວາມຕື່ນເຕັ້ນວ່າ: “ໃນຕົວຂອງພໍ່ຂ້າພະເຈົ້າ ຍັງມີ ຮອຍບາດແຜຈາກ ລູກປືນ, ເວລາອາກາດປ່ຽນແປງ ກໍເຈັບປວດ. ແຕ່ມື້ນີ້, ຢູ່ທີ່ນີ້ ເພິ່ນຄືກັບ ຄົນອື່ນໆ, ເພິ່ນໄດ້ລຸກຂຶ້ນ ລົງຈາກ ລົດເຂັນ ກ້າວໄດ້ປະມານ ສິບກ້າວ. ຄືກັບວ່າ ເພິ່ນໄດ້ ກັບ ຄືນເປັນ ຄົນໃນອາຍຸ 16 ປີ”.

ພິທີຊັກທຸງ ຢູ່ສະໜາມຫຼວງ ບາດິ່ງ ເປັນພິທີລະດັບຊາດ ຂອງ ຫວຽດນາມ ເຊິ່ງໄດ້ຈັດຂຶ້ນໃນເວລາ 6 ໂມງເຊົ້າຂອງທຸກໆ ມື້ ຢູ່ຕໍ່ໜ້າ ສຸສານປະທານ ໂຮ່ຈີມິນ. ພາບ: ແທງຢາງ/VNP
ພາບລວມເຂດອະນຸສອນສະຖານເຮືອນຮ້ານ ແລະ ໜອງປາ ຂອງລຸງ ໂຮ່. ພາບ: ກົງດາດ/VNP

 ພວກຂ້າພະເຈົ້າບໍ່ສາມາດລືມ ຮູບພາບ ຂອງ ນັກຮຽນຕົວນ້ອຍໆ ຢຽບແອງ, ຮຽນ ປໍ 4, ໂຮງຮຽນປະຖົມ ຫວຽດເລິບ (ແຂວງ ບັກນິງ) ໄດ້ອ່ານບົດກະວີ ຂອງ ນັກກະວີ ວ໊ຽນເຟືອງ ເຊິ່ງມີ ຄວາມໝາຍວ່າ “ທຸກໆ ມື້ ດວງອາທິດ ຜ່ານສຸສານ/ພົບ ດວງອາທິດ ດວງໜຶ່ງທີ່ແດງເຂັ້ມຢູ່ໃນສຸສານ/ ທຸກໆມື້ ກະແສຄົນ ຍ່າງດ້ວຍຄວາມຄິດຮອດ …” ຢູ່ສະໜາມຫຼວງ ບາດິ່ງ ກ່ອນທີ່ ຈະເຂົ້າໄປໃນສຸສານ ເພື່ອໄວ້ອາໄລ ແລະ ລາຍງານ ຜົນສຳເລັດ ຕໍ່ລຸງ ໂຮ່. “ບັນດາບົດກະວີ ຫຼື ບົດເພງ ກ່ຽວກັບ ລຸງໂຮ່ ຂ້າພະເຈົ້າ ໄດ້ຟັງຫຼາຍແລ້ວ. ໂຊກດີຫຼາຍ ທີ່ໂຮງຮຽນ ຂອງ ຂ້າພະເຈົ້າໄດ້ຈັດການທັດສະນະສຶກສາ ໄປຢ້ຽມຢາມ ສຸສານລຸງ ໂຮ່. ຂ້າພະເຈົ້າ ສັນຍາກັບຕົນເອງວ່າ ຈະຕັ້ງໃຈ ຮຽນ ແລະ ຝຶກຝົນໃຫ້ດີ ເພື່ອໃຫ້ສົມກັບ “… ຍ່າງຂຶ້ນສູ່ ແທ່ນແຫ່ງ ກຽດຕິຍົດ ເພື່ອຄຽງບ່າຄຽງໄຫຼ່ ກັບບັນດາປະເທດມະຫາອຳນາດ ໃນທະວີບ…” 

ທຳນຽບປະທານປະເທດ ແມ່ນໜຶ່ງໃນບັນດາເຂດອະນຸສອນສະຖານປະຫວັດສາດ ແລະ ວັດທະນະທຳທີ່ສຳຄັນທີ່ສຸດຂອງ ຫວຽດນາມ. ນີ້ແມ່ນບ່ອນທີ່ປະທານ ໂຮ່ຈີມິນຜູ້ຍິ່ງໃຫຍ່ເຄີຍອາໄສ ແລະ ເຮັດວຽກ. ພາບ: ກົງດາດ/VNP

ສຳລັບພວກຂ້າພະເຈົ້າ, ໄດ້ນຳເອົາເພື່ອນເປັນຊ່າງພາບ ຟ້າມຈ້ອງຮຽບ ຢູ່ນະຄອນ ໂຮ່ຈີມິນ ມາຍັງສະໜາມຫຼວງ ບາດິ່ງ ເພື່ອຖ່າຍຮູບ ສິບກວ່າຄັ້ງແລ້ວ. ທ່ານ ຟ້າມຈ້ອງຮຽບ ປະທັບໃຈຫຼາຍ ກັບຮູບຖ່າຍ “ດວງອາທິດ ສ່ອງແສງ ຢູ່ໃນ ສຸສານ” ຂອງ ຊ່າງພາບ ເຈິ່ນລາມ.  ທ່ານ ຮຽບ ປາດຖະໜາ ທີ່ຈະຖ່າຍຮູບໄດ້ຄືຜົນງານແບບນັ້ນ ເພື່ອ ພິມເປັນແຜ່ນໃຫຍ່ ແລ້ວແຂວນໄວ້ ໃນຫ້ອງຮັບແຂກ ແລະ ມອບໃຫ້ ໝູ່ເພື່ອນ. ທ່ານ ຟ້າມຈ້ອງຮຽບ ໄດ້ກ່າວຄວາມໃນໃຈອອກມາວ່າ: “ທຸກໆ ຄັ້ງທີ່ຖືກ້ອງຖ່າຍຮູບ ຢູ່ສະໜາມຫຼວງ ບາດິ່ງ ໃນເວລາຊັກ ທຸງຊາດ ຂຶ້ນສູ່ຍອດເສົາ, ພ້ອມກັບ ສຽງເພງ “ລຸງ ໂຮ່ ຍັງສືບຕໍ່ ເດີນທາງ ໄປກັບພວກຫຼານ” ໄດ້ສ້າງໃຫ້ ຂ້າພະເຈົ້າ ມີຄວາມ ຮູ້ສຶກ ພາກພູມໃຈເປັນທີ່ສຸດ”. 

ພິພິທະພັນ ໂຮ່ຈີມິນ ຕັ້ງຢູ່ດ້ານຫຼັງ ສຸສານປະທານ ໂຮ່ຈີມິນ, ໃນພື້ນທີ່ປະຫວັດສາດ ບາດິ່ງ. ພາບ: ກົງດາດ/VNP
ນັກທ່ອງທ່ຽວ ເຂົ້າຊົມ ວັດເສົາດຽວ ຫຼັງຈາກ ເຂົ້າໄວ້ອາໄລ ສຸສານ ລຸງ ໂຮ່. ພາບ: ກົງດາດ/VNP

ບົດ: ກົງດາດ - ພາບ: ກົງດາດ, ແທງຢາງ - ແປໂດຍ: ບິກລຽນ


top