ຂ່າວສານ

ຄວາມສາມາດບົ່ມຊ້ອນດ້ານອະສັງຫາລິມະຊັບຢູ່ ບີ່ງເຢືອງ

      ໂດຍນອນໃນເຂດ ເສດຖະກິດຈຸດສຸມທາງພາກໃຕ້, ດ້ວຍທ່າໄດ້ປຽບດ້ານພູມສາດ, ເນື້ອທີ່ດິນທີ່ຍັງບໍ່ທັນໃຊ້, ລະດັບການເຕີບໂຕກໍ່ຄືຄວາມຕ້ອງການ. ບີ່ງເຢືອງ ພວມ ດຶງດູດນັກລົງທຶນດ້ານອະສັງຫາລິມະຊັບນັບມື້ນັບຫລາຍ. ບີ່ງເຢືອງ ກໍ່ແມ່ນທ້ອງຖິ່ນເກືອບຄືວ່າມີຕະຫລາດອະສັງຫາລິມະຊັບໃຫຍ່ກວ່າໝູ່ຢູ່ເຂດທາງພາກໃຕ້ໃນໄລຍະຈະມາເຖິງ.
ບີ່ງເຢືອງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າກ່ຽວກັບຄວາມສາມາດບົ່ມຊ້ອນດ້ານອະສັງຫາລິມະຊັບ. ພາບ: TTXVN
      ບີ່ງເຢືອງ ແມ່ນທ້ອງຖິ່ນ ມີອະສັງຫາລິມະຊັບເພີ່ມຂຶ້ນຢ່າງແຮງໃນ 2 ປີຜ່ານມາ ເພາະວ່າ ນີ້ແມ່ນແຂວງນຳຫນ້າກ່ຽວກັບການພັດທະນາອຸດສາຫະກຳ, ພື້ນຖານໂຄງລ່າງຄົມມະນາຄົມ, ຄວາມສະດວກໃນການໄປມາຫາສູ່ນະຄອນໂຮ່ຈີມິນ ກໍ່ຄືບັນດາແຂວງ ທາງທິດຕາເວັນອອກ ແລະ ຕາເວັນຕົກສ່ຽງໃຕ້.
      ມີຫລາຍປັດໄຈຊ່ວຍຕະຫລາດອະສັງຫາລິມະຊັບຢູ່ ບີ່ງເຢືອງ ດຶງດູດບັນດານັກລົງທຶນຄື: ການພັດທະນາເສດຖະກິດວ່ອງໄວ, ການດຶງດູດເງິນລົງທຶນຍາມໃດກໍ່ນອນໃນ Top ແຖວຫນ້າຂອງທົ່ວປະເທດ, ມີລະບົບພື້ນຖານໂຄງລ່າງຄົມມະນາຄົມ ແລະ ສັງຄົມພັດທະນາຢ່າງແຮງ. ທ່ານ ປອ ຫງວຽນມີງຮ່ວາ, ຮອງປະທານ ສະມາຄົມວາງແຜນຜັງ ແລະ ພັດທະນານະຄອນໂຮ່ຈີມິນ ຖືວ່າ:
      ທີຫນຶ່ງ ບີ່ງເຢືອງ ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ເຂດພັດທະນາຢ່າງແຮງ ແລະ ຂະຫຍັນຂັນເຄື່ອນຂອງທົ່ວປະເທດ ຊື່ງລວມມີ: ນະຄອນ ໂຮ່ຈີມິນ ແລະ 7 ແຂວງ ນະຄອນ. ນອກຈາກ ນະຄອນ ໂຮ່ຈີມິນ ແລ້ວ, ໃນ 7 ແຂວງ ຍັງເຫລືອນັ້ນ ບີ່ງເຢືອງ ແມ່ນທ້ອງຖິ່ນມີການຫັນເປັນຕົວເມືອງວ່ອງໄວທີ່ສຸດ. ທີສອງ ບີ່ງເຢືອງ ມີ 48 ເຂດອຸດສາຫະກຳ, ໃນນັ້ນ ມີຫລາຍເຂດອຸດສາຫະກຳມີຊື່ສຽງ. ສິ່ງພິເສດອີກອັນຫນຶ່ງ ໃນຮອບເວລາ 10 ປີມານີ້ ບີ່ງເຢືອງ ຍາມໃດກໍນອນໃນ Top ແຖວຫນ້າຂອງທົ່ວປະເທດໃນການດຶງດູດແຫລ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ. ນອກນັ້ນ ບີ່ງເຢືອງ ກໍຍັງໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງດ້ານເຕັກນິກ.”
      ໃນອະນາຄົດ, ບີ່ງເຢືອງ ຍັງໃຫ້ບຸລິມະສິດພັດທະນາລະບົບທາງລົດໄຟ, ເປີດກ້ວາງທ່າກຳປັ່ນແມ່ນຳ້, ທ່າສາງຄອນເທນເນີ, ແນໃສ່ຕອບສະໜອງການພັດທະນາເສດຖະກິດ - ສັງຄົມຮອບດ້ານ. ປະຈຸບັນ, ບີ່ງເຢືອງ ຍັງກຳລັງສ້າງເສັ້ນທາງແຕ່ທາງທິດໃຕ້ຮອດທິດເໜືອໃຫ້ສຳເລັດສົມບູນ, ມີຄວາມຍາວ 64 ກີໂລແມັດ. ອີກເສັ້ນທາງໜຶ່ງທີ່ກຳລັງໄດ້ເປີດກ້ວາງ ແລະ ກໍ່ສ້າງໃຫ້ໃຫ້ສຳເລັດສົມບູນແມ່ນເສັ້ນທາງເຊື່ອມຕໍ່ນະຄອນໂຮ່ຈີມິນ - ຖູເຢົາ 1 - ເຈີນແທ່ງ… ບີ່ງເຢືອງ ກໍ່ຈະຜັນຂະຫຍາຍສາຍທາງລົດເມຄວາມໄວສູງ BRT ແຕ່ ບີ່ງເຢືອງ ຮອດບັນດາເຂດໃກ້ຄຽງ. ທຸກສິ່ງດັ່ງກ່າວ ເຮັດໃຫ້ຕະຫຼາດອະສັງຫາລິມະຊັບຂອງ ບີ່ງເຢືອງ ມີຄວາມດູດດື່ມສຳລັບບັນດານັກລົງທຶນ.
ຕາມການຕີລາຄາຂອງບັນດານັກຊ່ຽວຊານ, ຫວຽດນາມ ກຳລັງມີກາລະໂອກາດໃຫຍ່ເພື່ອຫັນປະເທດເປັນສູນຜະລິດໃໝ່ຂອງໂລກ ແລະ ທ່າອ່ຽງພັດທະນາບັນດາຕົວເມືອງໃໝ່ຄຽງຄູ່ກັບເຂດອຸດສາຫະກຳຢູ່ ບີ່ງເຢືອງ ກໍ່ໄດ້ດຳເນີນໄປຢ່າງແຮງ. ທ່ານ ຟານກົງແຈ໋ງ ເຊິ່ງເປັນນັກລົງທຶນ ໄດ້ໃຫ້ຮູ້ວ່າ:
      ພວກເຮົາໄດ້ເຫັນປະຈັກຕາກະແສຍ້າຍການລົງທຶນຈາກ ຈີນ ໄປຍັງບັນດາປະເທດອື່ນໃນລະບົບສະຫນອງທົ່ວໂລກ. ເພາະວ່າ ບັນດານັກລົງທຶນໃຫຍ່ໃນໂລກ ເຂົາເຈົ້າເຄີຍເລືອກເຟັ້ນອະສັງຫາລິມະຊັບອຸດສາຫະກຳເພື່ອຕັ້ງໂຮງຈັກໂຮງງານ ແລະຂັ້ນຕອນນັ້ນແມ່ນດຳເນີນ ໃນໄລຍະດົນນານ ຫນ້ອຍສຸດກໍ່ແມ່ນ 2-  3 ປີ. ຫວຽດນາມ ກໍ່ໄດ້ຮັບຜົນສະທ້ອນຈາກສະພາບການດັ່າງກ່າວ.”
      ດ້ວຍທ່າໄດ້ປຽບຫຼາຍຢ່າງ, ໃນໄລຍະຜ່ານມາ, ບັນດາໂຄງການອະສັງຫາລິມະຊັບ, ອຸດສາຫະກຳ, ການຄ້າ ແລະ ເຮືອນຢູ່ ກຳລັງພັດທະນາຢ່າງແຮງຢູ່ ບີ່ງເຢືອງ. ຫວ່າງແລ້ວນີ້, ບີ່ງເຢືອງ ສຸມໃສ່ຜັນຂະຫຍາຍ “ໂຄງການພັດທະນານະຄອນໃໝ່ ບີ່ງເຢືອງ”. ວິວັດການກໍ່ສ້າງຈະໄດ້ຜັນຂະຫຍາຍຕາມແຕ່ລະໄລຍະ, ໄລຍະທຳອິດລວມມີ ເຮືອນຢູ່ປະມານ 1300 ຄອນໂດ ແລະ ຄາດວ່າຈະກໍ່ສ້າງລະຫວ່າງປີ 2022 ຫາປີ 2024. ຄາດວ່າ ໂຄງການຈະໄດ້ຮັບການກໍ່ສ້າງສຳເລັດ ໃນປີ 2027. ທ່ານ ຫວໍວັນມິງ, ປະທານຄະນະກຳມະການປະຊາຊົນແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ໂຄງການຮ່ວມມືລະຫວ່າງ Becamex IDC ແລະCapitalLang ຢູ່ໃຈກາງນະຄອນໃໝ່ ບີ່ງເຢືອງ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນສູງໃຫ້ບັນດານັກລົງທຶນເທົ່ານັ້ນ, ຫາກຍັງນຳໂສມໜ້າໃໝ່ມາໃຫ້ແກ່ຂົງເຂດການຄ້າ, ການບໍລິການຂອງທ້ອງຖິ່ນອີກດ້ວຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງ ບີ່ງເຢືອງ ໃນໄລຍະພັດທະນາໃໝ່. ບີ່ງເຢືອງ ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນ ຮ່ວມມື ແລະ ຜັນຂະຫຍາຍການເຄື່ອນໄຫວການຜະລິດ ແລະ ດຳເນີນທຸລະກິດໃນບໍລິເວນແຂວງຢ່າງສຳເລັດຜົນ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ.
ໂຄງການນະຄອນໃຫມ່ ບີ່ງເຢືອງ. ພາບ: tuoitre.vn   
      ນະຄອນໃໝ່ ບີ່ງເຢືອງ ໄດ້ກຳນົດເພື່ອກາຍເປັນສູນການເມືອງໃໝ່ຂອງ ບີ່ງເຢືອງ, ກາຍເປັນນະຄອນຂອງວິທະຍາສາດ, ການສຶກສາ, ການເງິນ ແລະ ການບໍລິການທີ່ມີຄຸນນະພາບສູງ. ນະຄອນໃໝ່ນີ້ກໍ່ໄດ້ຮັບການຕັ້ງຄວາມຫວັງວ່າ ຈະເປັນຈຸດນັດພົບຂອງບັນດາການເຄື່ອນໄຫວການຄ້າ ແລະ ການແລກປ່ຽນຄ້າຂາຍສາກົນ, ສ້າງກຳລັງໜູນຊຸກຍູ້ການດຶງດູດ ແລະ ພັດທະນາບັນດາເຂດອຸດສາຫະກຳເຂດອ້ອມຂ້າງ; ຍົກລະດັບຕົວເມືອງຂອງແຂວງ ບີ່ງເຢືອງ ດ້ວຍເປົ້າໝາຍເຮັດໃຫ້ແຂວງ ບີ່ງເຢືອງ ເປັນນະຄອນຂື້ນກັບສູນກາງໂດຍໄວ.
      ໂດຍມີທ່າແຮງດ້ານທີ່ຕັ້ງ, ເນື້ອທີ່ດິນທີ່ຍັງບໍ່ທັນໃຊ້, ຄວາມສາມາດບົ່ມຊ້ອນໃນການເພີ່ມຂຶ້ນມູນຄ່າ, ອະສັງຫາລິມະຊັບຂອງ ບີ່ງເຢືອງ ກຳລັງຕ້ອນຮັບການເຕີບໂຕຮອບວຽນໃໝ່. ດ້ວຍບັນດານະໂຍບາຍຢ່າງທັນການ, ຄົບຊຸດ, ອະສັງຫາລິມະຊັບ ບີ່ງເຢືອງ ໝັ້ນໝາຍຈະກາຍເປັນຈຸດໃຈກາງການລົງທຶນ, ດຶງດູດກະແສເງິນລົງທຶນຢ່າງແຮງ.
(ແຫຼ່ງຄັດຈາກ VOV)


top