ຂ່າວສານ

ຄວາມປະທັບໃຈໃນລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ

      ຮ່າໂນ້ຍສວຍງາມທີ່ສຸດ ແລະ ເປັນໜ້າຈັບໃຈທີ່ສຸດ ໃນຍາມເລີ່ມເຂົ້າສູ່ລະດູໃບໄມ້ຫຼົ່ນ. ຄວາມງາມໃນລະດູໃບໄມ້ ຫຼົ່ນຢູ່ ຮ່າໂນ້ຍ ມີຄວາມເປັນເອກະລັກສະເພາະ. ຢູ່ຕາມຖະໜົນຫົນທາງໃນຍາມລະດູໃບໄມ້ຫຼົ່ນ, ກໍ່ລ້ວນແຕ່ມີສີສັນພິເສດ ຂອງລະດູທີ່ສວຍງາມທີ່ສຸດໃນປີ

ໜອງຮ່ວານກ໋ຽມໃນຍາມລະດູໃບໄມ້ຫຼົ່ນ
      ເບິ່ງຄືວ່າຮອດຍາມລະດູໃບໄມ້ຫຼົ່ນ, ດິນຟ້າອາກາດເຢັນສະບາຍ ເປັນໜ້າຈັບໃຈທີ່ສຸດໃນປີຢູ່ ຮ່າໂນ້ຍ ເມື່ອແສງແດດບໍ່ຮ້ອນເອົ້າ, ລະດູຝົນພາຍຸຫາກໍ່ຜ່ານພົ້ນໄປ, ລະດູໃບໄມ້ຫຼົ່ນແກ່ຍາວນັບແຕ່ຕົ້ນເດືອນ ກັນຍາ ຫາ ເດືອນ ພະຈິກ ໃນຊ່ວງເວລານີ້ ກໍ່ມີລົມພັດມາຄ່ອຍໆເຢັນສະບາຍ. ບໍ່ວ່າຜູ້ໃດທີ່ໄດ້ມີຄວາມຜູກພັນກັບນະຄອນຫຼວງ ຮ່າໂນ້ຍ, ເມື່ອອອກໄປແດນໄກກໍ່ລ້ວນແຕ່ຄິດຮອດຄິດເຖິງ ຮ່າໂນ້ຍ, ຄິດຮອດຄິດເຖິງລະດູໃບໄມ້ຫຼົ່ນ. ນາງ ໂຮ່ທິເສົາ ພາຍຫຼັງທີ່ໄດ້ກັບເມືອຍາມບ້ານເກີດເມືອງນອນ ຈາກເອີລົບເປັນສອງຄັ້ງ ໄດ້ແບ່ງປັນຄວາມຄິດຮອດຄິດເຖິງ ຮ່າໂນ້ຍ ໃນຍາມລະດູໃບໄມ້ຫຼົ່ນວ່າ:
      “ພາຍຫຼັງປີ 1996, ເຮົາໄດ້ກັບຄືນຢາມບ້ານເກີດເມືອງນອນ ແລະ ໄດ້ແວ່ຢາມນະຄອນຫຼວງ ຮ່າໂນ້ຍ ສອງສາມຄັ້ງ. ແຕ່ລະເທື່ອ ເມື່ອມີໂອກາດມາຢາມ ຮ່າໂນ້ຍ, ເຮົາກໍ່ລ້ວນແຕ່ໄດ້ເຊື່ອມຕົວກັບບັນຍາກາດຍາມລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ເຊິ່ງແມ່ນບັນຍາກາດທີ່ຈັບໃຈອີ່ຫຼີ”.
      ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ກໍ່ຄຶກຄື້ນໄປດ້ວຍບັນດາຮ້ານຂາຍດອກໄມ້, ຂາຍໝາກໄມ້, ຊາຂຽວ… ທີ່ວາງຂາຍຢູ່ຕາມຂອບທາງ, ລະດູໃບໄມ້ຫຼົ່ນກໍ່ເຮັດໃຫ້ຈິດວິນຍານຂອງມະນຸດ ເພີ່ມຄວາມສະຫງົບງຽບຫຼາຍຂຶ້ນ ເບິ່ງຄືວ່ານີ້ກໍ່ແມ່ນຄວາມງາມທີ່ດູດດື່ມ ເມື່ອລະດູໃບໄມ້ຫຼົ່ນວຽນມາ ແລະ ມີພຽງແຕ່ຢູ່ດິນແດນ ຮ່າໂນ້ຍເທົ່ານັ້ນ.  ເພື່ອນ ຟານຮວ່ຽນທື ນັກສຶກສາປີທີສອງ ສັງກັດມະຫາວິທະຍາໄລ ຊັບພະວິຊາ ຮ່າໂນ້ຍ ແບ່ງປັນວ່າ:
     “ອາກາດຢູ່ ຮ່າໂນ້ຍ ໃນຍາມລະດູໃບໄມ້ຫຼົ່ນ ແມ່ນເຢັນສະບາຍ ແລະ ເຮົາຮູ້ສຶກສະບາຍໃຈ. ເມື່ອລະດູໃບໄມ້ຫຼົ່ນວຽນມາ ເຮັດໃຫ້ທິວທັດທຳມະຊາດຢູ່ໜອງ ຮວ່ານກ໊ຽມ ເບິ່ງຄືວ່າສວຍງາມຫຼາຍຂຶ້ນ ໃຜກໍ່ຢາກຍ່າງເລາະຫຼິ້ນຢູ່ອ້ອມໜອງ. ທັດຊະນີຍະພາບ ຢູ່ ຮ່າໂນ້ຍ ແມ່ນສວຍສົດງງົດງາມ ນັ້ນກໍ່ແມ່ນເຫດຜົນທີ່ຂ້າພະເຈົ້າ ຫຼື ແຂກທ່ອງທ່ຽວຕ່າງປະເທດມີຄວາມຊົມຊອບມາຢາມ ຮ່າໂນ້ຍ ເພື່ອຕ້ອນຮັບລະດູໃບໄມ້ຫຼົ່ນ ແລະ ມີໂອກາດໄດ້ຖ່າຍຮູບເປັນທີ່ລະນຶກ”.
      ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ບໍ່ພຽງແຕ່ມີຄວາມງາມແບບລຽບງ່າຍ ແລະ ເປັນໜ້າຈັບໃຈເທົານັ້ນ, ໃນຍາມລະດູໃບໄມ້ຫຼົ່ນ ກໍ່ມີບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະອີກດ້ວຍ ຄື ນ້ຳຫວານເຂົ້າເໝົ້າ, ເຂົ້າໝົມເຂົ້າເໝົ້າທີ່ແຊບທີ່ສຸດ. ເຂົ້າເໝົ້າແຕ່ດົນນານມາແລ້ວ ແມ່ນໄດ້ຮັບຖືວ່າແມ່ນອາຫານພິເສດໃນຍາມລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ. ໃນຊຸມມື້ນີ້, ຢູ່ຕາມຖະໜົນສາຍຕ່າງໆທີ່ ຮ່າໂນ້ຍ ຢູ່ບ່ອນໃດກໍ່ມີກິ່ນຫອມຫວນຂອງເຂົ້າເໝົ້າ ແລະ ຈະໄດ້ພົບເຫັນພວກແມ່ປ້າຫາບເຂົ້າເໝົາໄປເລາະຂາຍຢູ່ຕາມທາງ ດ້ວຍສຽງຈ່າວຂາຍ “ຊື້ເຂົ້າເໝົ້າຊ່ວຍແດ່”. ເຂົ້າເໝົ້າ ກໍ່ແມ່ນເຍື່ອງອາຫານພິເສດໃນຍາມລະດູໃບໄມ້ຫຼົ່ນ.  ເມື່ອແຂກທ່ອງທ່ຽວແຕ່ລະຄົນມີໂອກາດແວ່ຢາມ ຮ່າໂນ້ຍ ກໍ່ບໍ່ຄວນພາດໂອກາດ ຊື້ເຂົ້າເໝົ້າເມືອເປັນຂອງຕ້ອນ. ມີບາງຄົນສະແດງຄວາມຮູ້ສຶກກ່ຽວກັບລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ວ່າ:
       “ເຂົ້າເໝົ້ານີ້ມີແຕ່ຊື້ເມືອກິນເລີຍ. ເຮັດເຂົ້າເໝົ້ານັບແຕ່ເວລາເຂົ້າຍັງອ່ອນ, ຕັດເຂົ້າເມືອ, ແລ້ວກໍ່ເລີ່ມປະຕິບັດບັນດາຂັ້ນຕອນເຮັດເຂົ້າເໝົ້າ”.
      “ເຮົາຮູ້ສຶກປະທັບໃຈທີ່ສຸດ ແລະ ມັກກິ່ນຫອມຂອງເຂົ້າເໝົ້າ ເຊິ່ງແມ່ນອາຫານພິເສດໃນຍາມລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ. ເມື່ອລະດູໃບໄມ້ຫຼົ່ນວຽນມາສູ່ ຮ່າໂນ້ຍ, ດິນຟ້າອາກາດເອື້ອອຳນວຍທີ່ສຸດ ອາກາດເຢັນສະບາຍ. ນີ້ເປັນຄັ້ງທີສອງທີ່ຂ້າພະເຈົ້າໄດ້ມາຢາມ ຮ່າໂນ້ຍ ເພື່ອໄດ້ເຊື່ອມຕົວເຂົ້າກັບບັນຍາກາດໃນຍາມລະດູໃບໄມ້ຫຼົ່ນ. ເວົ້າລວມແລ້ວເຮົາມີຄວາມຮູ້ສຶກສະບາຍໃຈ ຍາກທີ່ຈະພັນລະນາໄດ້ໃນຍາມລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ. ມັນເປັນໜ້າຈັບອົກຈັບໃຈທີ່ສຸດ”.
      ອາກາດເຢັນສະບາຍໃນຍາມລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ກໍ່ແມ່ນເງືອນໄຂທີ່ເໝາະສົມທີ່ສຸດ ເພື່ອໃຫ້ດອກໄມ້ນາໆຊະນິດພາກັນບານສະພັ່ງເອ້ຄວາມງາມ. ຜູ້ຄົນທັງຫຼາຍເມື່ອມາຢາມ ຮ່າໂນ້ຍ ໃນຍາມລະດູໃບໄມ້ຫຼົ່ນ ກໍ່ເຄີຍພົບເຫັນດອກຕີນເປັດຢູ່ຕາມຖະໜົນສາຍຕ່າງໆ ທີ່ສົ່ງກິ່ນຫອມຫວນໄປທົ່ວ. ໃນຍາມນີ້ບັນດາເພື່ອນອາດຈະຍ່າງເລາະໄປຕາມຖະໜົນທີ່ລື້ງເຄີຍຄື ຖະໜົນຫງວຽນຢູ, ເລຢ໋ວນ, ກວານແທັ໊ງ, ພວກເພື່ອນອາດຈະຮູ້ສຶກໄດ້ເຖິງກິ່ນຫອມຫວນຂອງດອກໄມ້ຊະນິດນີ້. ອ້າຍ ຟ້າມກວັກຮຶງ ຊາວນະຄອນຫຼວງ ຮ່າໂນ້ຍ ໄດ້ແບ່ງປັນວ່າ:
      “ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ແມ່ນງົດງາມທີ່ສຸດ ເພາະວ່າມີດອກຕີນເປັດ ເຊິ່ງເປັນດອກໄມ້ພິເສດສະເພາະຂອງ ຮ່າໂນ້ຍ. ພຽງແຕ່ລະດູໃບໄມ້ຫຼົ່ນວຽນມາ ກໍ່ແມ່ນຊ່ວງເວລາຂອງດອກຕີນເປັດບານສະພັ່ງ ສົ່ງກິ່ນຫອມຫວນໄປທົ່ວຖະໜົນຫົນທາງ. ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມປະທັບໃຈທີ່ສຸດ”.
        ຄວາມປະທັບໃຈໃນລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ໄດ້ເຮັດໃຫ້ພວກລູກຮັກຫຼານແພງຂອງ ຮ່າໂນ້ຍ ເມື່ອອອກໄປແດນໄກ ຍາມໃດກໍ່ຄິດຮອດຄິດເຖິງ.  ສ່ວນແຂກທ່ອງທ່ຽວເມື່ອແວ່ຢາມເທື່ອໜຶ່ງແລ້ວ ຕາງກໍມີຄວາມຫວັງຢາກໄດ້ກັບຄືນມາຢາມອີກ.
(ແຫຼ່ງຄັດຈາກ VOV)


top