ການໄປຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອຮ່ຳຮຽນ, ຖອດຖອນບົດຮຽນກ່ຽວກັບທັກສະດ້ານວິຊາສະເພາະເທົ່ານັ້ນ, ຫາກຍັງຊ່ວຍໃຫ້ບັນດານັກຂ່າວ ກຳປູເຈຍ ສາມາດມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ ຫຼາຍກວ່າອີກ.
(ຄະນະນັກຂ່າວຢ້ຽມຢາມຫໍພິພິຕະພັນ ກວາງນິງ)
ການເຄື່ອນໄຫວແລກປ່ຽນຄະນະສື່ມວນຊົນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ທີ່ຈັດຂຶ້ນໃນຫຼາຍປີຜ່ານມາໄດ້ກາຍເປັນຂົວເຊື່ອມຕໍ່ມິດຕະພາບ, ຊ່ວຍໃຫ້ບັນດານັກຂ່າວຂອງ 2 ປະເທດເພີ່ມຄວາມເຂົ້າໃຈ, ແລກປ່ຽນບົດຮຽນ, ປະກອບສ່ວນໂຄສະນາເຜີຍແຜ່, ນຳປະຊາຊົນ 2 ປະເທດຫຍັບເຂົ້າໃກ້ກັນກວ່າ. ທ້າຍເດືອນ ກັນຍາ ຜ່ານມາ, ຄະນະນັກຂ່າວ ສັງກັດກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ມາຢ້ຽມຢາມ, ເຮັດວຽກຢູ່ອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງຂອງ ຫວຽດນາມ. ການໄປປະຕິບັດງານໄດ້ສ້າງຄວາມປະທັບໃຈທີ່ດີງາມຫຼາຍຢ່າງໃຫ້ຄະນະນັກຂ່າວ ກຳປູເຈຍ.
“ໃນຕະຫຼອດການໄປຢ້ຽມຢາມ, ຂ້າພະເຈົ້າໄດ້ລົງຂ່າວ/ບົດກ່ຽວກັບການເຄື່ອນໄຫວຂອງຄະນະ, ກໍຄືແນະນຳກ່ຽວກັບບັນດາທ້ອງຖິ່ນຂອງ ຫວຽດນາມຢ່າງຕໍ່ເນື່ອງ. ພວກຂ້າພະເຈົ້າໄດ້ຖອດຖອນບົດຮຽນກ່ຽວກັບວິທີເຮັດຂ່າວ, ກໍຄືການເພີ່ມທະວີເຜີຍແຜ່ຂໍ້ມູນທີ່ຕັ້ງໜ້າ, ຜ່ານນັ້ນ ກໄດ້ຊ່ວຍປ້ອງກັນ, ຕ້ານການໃຫ້ຂ່າວປອມ, ຂ່າວບໍ່ດີ. ຫຼືບັນດາມາດຕະການບຳລຸງກໍ່ສ້າງຊັບພະຍາກອນມະນຸດຄືນໃໝ່ ເພື່ອປັບຕົວໃຫ້ເໝາະສົມກັບສື່ດີຈີຕອນ, ແຕ່ຍັງຮັກສາບັນດາຮູບການສື່ທີ່ເປັນມູນເຊື້ອ ຄື ສື່ສິ່ງພິມ ຫຼື ການສື່ຮາກຖານ”.
ນັ້ນແມ່ນຄຳແບ່ງປັນຂອງນັກຂ່າວ Touch Voleak, ຮອງຫົວໜ້າໜ່ວຍງານຜະລິດລາຍການ, ສຳນັກຂ່າວສານ ກຳປູເຈຍ (AKP). ເອື້ອຍ Voleak ແມ່ນໜຶ່ງໃນຈຳນວນພະນັກງານ, ນັກຂ່າວ 10 ຄົນທີ່ມາຈາກ 6 ຫົວໜ່ວຍຫຼັກຂອງກະຊວງຖະແຫຼງຂ່າວ ກຳປູເຈຍ, ໄດ້ເຂົ້າຮ່ວມການປະຕິບັດງານແຕ່ວັນທີ 28 ກັນຍາ ຫາວັນທີ 04 ຕຸລາ ຢູ່ ຫວຽດນາມ. ດ້ວຍການໄປທັດສະນະສຶກສາຢູ່ບັນດາອົງການສື່ມວນຊົນທັນສະໄໝູ່ ຂອງຫຼາຍແຂວງ, ນະຄອນ, ຄື: ນິງບິ່ງ, ກວາງນິງ ຕະຫຼອດຮອດ ຮ່າໂນ້ຍ, ບັນດານັກຂ່າວ ກຳປູເຈຍ ໄດ້ເຫັນປະຈັກຕາບັນດາບາດກ້າວທີ່ເຂັ້ມແຂງຂອງ ຫວຽດນາມ ໃນຂົງເຂດຖະແຫຼງຂ່າວ ແລະ ການສື່ສານ ເວົ້າສະເພາະ ກໍຄືຊີວິດທາງດ້ານເສດຖະກິດ - ສັງຄົມຂອງ ຫວຽດນາມ ເວົ້າລວມ. ທ່ານ In Chhay, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ, ຫົວໜ້າຄະນະນັກຂ່າວ ກຳປູເຈຍ ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບົດບາດຂອງລະບົບຖະແຫຼງຂ່າວ ແລະ ການສື່ສານຢູ່ ຫວຽດນາມ, ຈາກສູນກາງລົງຮອດຂັ້ນທ້ອງຖິ່ນ, ແລະ ສຸດທ້າຍແມ່ນປະຊາຊົນຢູ່ຮາກຖານ. ການຖະແຫຼງຂ່າວ ແລະ ການສື່ສານ ໄດ້ສວມບົດບາດເປັນຂົວເຊື່ອມຕໍ່ຢ່າງໝັ້ນຄົງໜັກແໜ້ນ, ເປັນໜ້າໄວ້ເນື້ອເຊື່ອໃຈລະຫວ່າງລັດຖະບານກັບປະຊາຊົນໃນທົ່ວປະເທດ, ສ້າງຄວາມເຫັນດີເຫັນພ້ອມຢ່າງໃຫຍ່ຫຼວງເພື່ອໃຫ້ທຸກຄົນຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ”.
ຢູ່ ຮ່າໂນ້ຍ, ຄະນະນັກຂ່າວໄດ້ມີການເຮັດວຽກຢູ່ສະຖານີໂທລະພາບ ຫວຽດນາມ ແລະ ສື່ເອກເລກໂຕນິກ Vietnamnet - ແມ່ນບັນດາອົງການສື່ມວນຊົນສູນກາງ ພວມນຳໜ້າໃນການພັດທະນາການສື່ສານດີຈີຕອນ. ຜ່ານການເຮັດວຽກ, ບັນດາສະມາຊິກໃນຄະນະລ້ວນແຕ່ສະແດງຄວາມປະທັບໃຈຕໍ່ຂອບຂະໜາດ, ວິທີການເຄື່ອນໄຫວທີ່ເປັນມືອາຊີບ ແລະ ທິດເດີນທີ່ຖືກຕ້ອງຂອງສື່ມວນຊົນ ຫວຽດນາມ ໃນສັງກາດດີຈີຕອນ. ເອື້ອຍ Thina Dine, ຮອງຫົວໜ້າກົມກະຈາຍສຽງ, ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ, ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການພັດທະນາຂອງສື່ດີຈີຕອນ ຫວຽດນາມ. ຕົວຢ່າງຄື ຊ່ອງໂທລະພາບ Vietnam Today ຂອງສະຖານີໂທລະພາບ ຫວຽດນາມ. ນີ້ແມ່ນຊ່ອງໂທລະພາບທີ່ໄດ້ຮັບການສ້າງຕາມມາດຕະຖານທັນສະໄໝ, ແນ່ນອນວ່າຈະຊ່ວຍສົ່ງຂໍ້ມູນຂ່າວສານຂອງ ຫວຽດນາມ ອອກໄປສູ່ໂລກ, ກໍຄືບົດບາດ “ການທູດວັດທະນະທຳ” ເພື່ອໂຄສະນາກ່ຽວກັບພາບພົດ, ປະເທດຊາດ, ຊາວ ຫວຽດນາມ. ຫຼືຄວາມບຸກທະລຸໃນການຫັນປ່ຽນຈາກຮູບແບບເກົ່າເປັນທັນສະໄໝ ຂອງໜັງສືພິມ Vietnamnet ອັນໄດ້ຊ່ວຍໃຫ້ເຂົາເຈົ້າດຶງດູດຜູ້ເຂົ້າຊົມເຖິງ 20 ລ້ານເທື່ອຄົນໃນແຕ່ລະເດືອນ”.
(ຄະນະນັກຂ່າວ ກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກວາງນິງ)
ການໄປຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອຮ່ຳຮຽນ, ຖອດຖອນບົດຮຽນກ່ຽວກັບທັກສະດ້ານວິຊາສະເພາະເທົ່ານັ້ນ, ຫາກຍັງຊ່ວຍໃຫ້ບັນດານັກຂ່າວ ກຳປູເຈຍ ສາມາດມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ ຫຼາຍກວ່າອີກ. ພິເສດ, ບັນດາຜູ້ທີ່ເຄີຍມີໂອກາດມາ ຫວຽດນາມ ຄືທ່ານ In Chhay, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ແລ້ວ, ການປ່ຽນແປງກະໂດດຂັ້ນຂອງ ຫວຽດນາມ ແລະ ນະຄອນຫຼວງ ຮ່າໂນ້ຍໄດ້ສ້າງຄວາມຕົກສະເງີ້ ໃຫ້ແກ່ທ່ານ:
“ຄວາມຈິງກໍ່ແມ່ນວ່າ “ຟັງຮ້ອຍເທື່ອ ບໍ່ເທົ່າກັບຕາເຫັນເທື່ອໜຶ່ງ”, ໃນການຢ້ຽມຢາມຄັ້ງນີ້ ຂ້າພະເຈົ້າໄດ້ເຫັນປະຈັກຕາການພັດທະນາຢ່າງແຮງຂອງ ຫວຽດນາມ, ໂດຍສະເພາະແມ່ນນະຄອນຫຼວງ ຮ່າໂນ້ຍ ເມື່ອທຽບໃສ່ກ່ອນນີ້ 10 ປີ. ເພື່ອໄດ້ຄືວັນນີ້, ໃນຕະຫຼອດໄລຍະ 80 ປີນັບແຕ່ເມື່ອໄດ້ຮັບເອກະລາດ, ປະຊາຊົນ ຫວຽດນາມ ຍາມໃດກໍ່ສາມັກຄີກັນ, ພາຍໃຕ້ການນຳພາຂອງ ພັກ, ເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ຍາດເອົາຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ປະກອບສ່ວນນຳປະເທດຊາດພັດທະນາໃຫ້ວັດທະນາຖາວອນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີງາມກວ່າ”.
ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະນັກຂ່າວ ກຳປູເຈຍ ໄດ້ສິ້ນສຸດລົງ, ດ້ວຍບັນດາບົດຮຽນ, ປະສົບການທີ່ໄດ້ຮັບການແບ່ງປັນນັ້ນ, ແນ່ນອນວ່າ ສື່ມວນຊົນຈະສືບຕໍ່ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ທີ່ສຳຄັນ ຊ່ວຍປະກອບສ່ວນເພີ່່ມທະວີຄວາມເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ ແລະ ກຳປູເຈຍ ໃຫ້ຫຼາຍກວ່າອີກ.