ຫຼີກລ່ຽງການປົກປ້ອງແບບກະແຈກກະຈາຍຢູ່ບັນດາບ່ອນມີຄວາມສ່ຽງຕ່ຳ ໃນຂະນະທີ່ປະລະບ່ອນທີ່ມີຄວາມສ່ຽງສູງ.
ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 (ພາບ: VNA)
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ເຊົ້າວັນທີ 4 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກັນຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນ ແລະ ຮ່າງກົດໝາຍວ່າດ້ວຍການລະບຸຕົວຕົນ ແລະ ການຢັ້ງຢືນຕົວຕົນທາງເອເລັກໂຕນິກ.
ທ່ານ ເຈິ່ນແມ້ງຮຸຍ, ຄະນະສະມາຊິກສະພາແຫ່ງຊາດ ດ່ານັ້ງ ສະເໜີກົນໄກ ສະກັດກັ້ນ ແລະ ແກ້ໄຂຄວາມສ່ຽງລະຫວ່າງຂະແໜງການ, ຄວບຄຸມບັນດາຂໍ້ຂຶ້ນກັບລວມລະຫວ່າງລະບົບຂໍ້ມູນສຳຄັນ ແທນທີ່ຄຸ້ມຄອງສະເພາະແຕ່ລະຫົວໜ່ວຍ.
ອະພິປາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ:
“ຫຼີກລ່ຽງການປົກປ້ອງແບບກະແຈກກະຈາຍຢູ່ບັນດາບ່ອນມີຄວາມສ່ຽງຕ່ຳ ໃນຂະນະທີ່ປະລະບ່ອນທີ່ມີຄວາມສ່ຽງສູງ. ຮັບເອົາຂໍ້ສະຫຼຸບຂອງຄະນະປະຈຳສະພາແຫ່ງຊາດ, ຮ່າງກົດໝາຍໄດ້ອອກແບບຫ້າລະດັບຄວາມສ່ຽງທີ່ທຽບເທົ່າກັບຫ້າລະດັບຂອງລະບົບຂໍ້ມູນຂ່າວສານຕາມກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ. ລະດັບຄວາມສ່ຽງກໍ່ບໍ່ປ່ຽນແທນການຈັດປະເພດຂໍ້ມູນຫຼັກ ຂໍ້ມູນສຳຄັນຕາມກົດໝາຍວ່າດ້ວຍຂໍ້ມູນ ແລະ ບໍ່ໃຫ້ເກີດບັນຊີລາຍຊື່ໃໝ່ ຫາກພຽງ ແຕ່ເປັນພື້ນຖານເພື່ອຄັດເລືອກມາດຕະການປົກປ້ອງ.”