ເຫດການ ແລະ ບັນຫາ

ຄວາມຈິງ ບໍ່ສາມາດ ຖືກເສກສັນປັ້ນແຕ່ງໄດ້

ນັບ​ແຕ່ສ້າງຕັ້ງປະເທດ ເມື່ອ​ປີ 1945ມາຮອດ ປັດຈຸບັນ, ລັດ​ແຫ່ງ ອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ຍາມໃດກໍ​ປະຕິບັດ​ນະ​ໂຍບາຍ ​ຮັບປະກັນ​ສິດເສລີພາບ​ ໃນ​ການ​ເຊື່ອ​ຖື, ​ສາສະໜາ​ຂອງ​ທຸກ​ຄົນ, ປະກອບສ່ວນ ​ສຳຄັນ ​ເຂົ້າ​ໃນ​ການ ​ກໍ່ສ້າງ​ກຸ່ມກ້ອມ ມະ ຫາສາມັກຄີ ທົ່ວທັງຊາດ, ເສີມຂະຫຍາຍພະລັງ​ແຮງ​ຂອງ​ ທົ່ວປວງ ຊົນ ​ໃນ​ພາລະກິດ ປົກປັກ​ຮັກສາ ແລະ ສ້າງສາ ປະເທດຊາດ.

ນັບ​ແຕ່ສ້າງຕັ້ງປະເທດ ເມື່ອ​ປີ 1945ມາຮອດ ປັດຈຸບັນ, ລັດ​ແຫ່ງ ອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ຍາມໃດກໍ​ປະຕິບັດ​ນະ​ໂຍບາຍ ​ຮັບປະກັນ​ສິດເສລີພາບ​ ໃນ​ການ​ເຊື່ອ​ຖື, ​ສາສະໜາ​ຂອງ​ທຸກ​ຄົນ, ປະກອບສ່ວນ ​ສຳຄັນ ​ເຂົ້າ​ໃນ​ການ ​ກໍ່ສ້າງ​ກຸ່ມກ້ອມ ມະ ຫາສາມັກຄີ ທົ່ວທັງຊາດ, ເສີມຂະຫຍາຍພະລັງ​ແຮງ​ຂອງ​ ທົ່ວປວງ ຊົນ ​ໃນ​ພາລະກິດ ປົກປັກ​ຮັກສາ ແລະ ສ້າງສາ ປະເທດຊາດ.

ສິດເສລີພາບ​ ໃນ​ການ​ເຊື່ອ​ຖື, ສາສະໜາ​ ໄດ້​ກຳນົດ​ໄວ້ ​ໃນ​ຂໍ້ 1 ​ແລະ 2, ມາດຕາ 24 ຂອງ ​ລັດຖະທຳ​ມະນູນ​ ປີ 2013 ​ລະອຽດຄື: “1. ທຸກຄົນ ມີສິດເສລີພາບ ໃນການເຊື່ອຖື ແລະ ນັບຖືສາສະໜາ, ປະຕິບັດຕາມ ຫຼື ບໍ່ປະຕິບັດຕາມ ສາສະໜາໃດໜຶ່ງ. ທຸກສາສາໜາ  ຕ່າງກໍ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ; 2. ລັດ ​ເຄົາລົບ ​ແລະ ປົກປ້ອງ​ສິດເສລີພາບ​ ໃນ​ການ​ເຊື່ອ​ຖື​, ສາສະໜາ”.

ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ ປະຈຳ​ຊາດ Chol Chnam Thmay ຂອງ​ຊາວເຜົ່າຂະແມ ຢູ່ພາກໃຕ້ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 7 ເມສາ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ມາ​ຢ້ຽມ ຢາມ ​ສະ​ຖາ​ບັນ​ພຸດ​ທະ​ສາ​ສະ​ໜາ ນິກາຍ ຫິນະຍານ ເຜົ່າຂະແມ ຢູ່​ນະ​ຄອນ ເກິ່ນ​ເທີ.         ໃນພາບ: ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ມອບ​ຂອງ​ທີ່​ລະ​ນຶກ​ໃຫ້​ສະ​ຖາ​ບັນ​ ພຸດ​ທະ​ສາ​ສະ​ໜາ ນິກາຍຫິນະຍານເຜົ່າຂະແມ.                     ພາບ: ຖົ໋ງເຍິດ/VNA

 

 

ບົນຈິດໃຈດັ່ງກ່າວ, ລັດ​ ຍາມ​ໃດ​ກໍ​ຢຶດ​ໝັ້ນ​ນະໂຍບາຍ ​ເຄົາລົບ ​ແລະ ອຳນວຍຄວາມ​ສະດວກ​ໃຫ້​ປະຊາຊົນ​ທຸກ​ຄົນ ​ປະຕິບັດ​ສິດ​ ເສ ລີພາບ ໃນ​ການ​ເຊື່ອ​ຖື, ​ສາສະໜາ ​ແລະ ພວມ​ມານະ​ພະຍາຍາມ ​ຮັບປະກັນ​ສິດເສລີພາບ​ ໃນ​ການ​ເຊື່ອ​ຖື​, ສາສະໜາ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ ສາສະໜາ.

 

ດ້ວຍ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ ຂອງ​ບັນດາ​ອົງການ​ແຫ່ງລັດ ເພື່ອ​ຮັບປະກັນ ​ໃຫ້​ສາສະໜາ​ ເຄື່ອນໄຫວຖືກຕາມ ຄະຕິ ທຳ, ສະພາ​ແຫ່ງ​ຊາດ​ຊຸດ​ທີ XIV ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ ການ​ເຊື່ອ​ຖື, ສາສະໜາ​ ລົງ​ວັນ​ທີ 18 ພະຈິກ 2016. ຈາກນັ້ນ, ລັດ ຖະບານ ໄດ້ລົງນາມ ແລະ ປະກາດໃຊ້ ດຳລັດເລກທີ 162/2017/NĐ-CP ກຳນົດໂດຍລະອຽດ ບາງມາດຕາ ແລະ ມາດ ຕະການ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ. ພ້ອມ​ທັງ​ ສົມທົບ​ກັບ ​ການ​ເຄື່ອນ​ໄຫວ​ອື່ນໆ​ ທີ່​ກ່ຽວຂ້ອງ​ເຖິງ​ສາສະ ໜາ​ເຊັ່ນ: ການ​ສຶກສາ ​ແລະ ບຳລຸງ​ສ້າງ ສຳມະນະສັກ​ສາສະໜາ; ກໍ່ສ້າງ ​ແລະ ສ້ອມ​ແປງ​ສະຖານ​ທີ່​ບູຊາ​ທາງ​ສາສະໜາ; ການ​ເຄື່ອນ​ໄຫວ​ກຸສົນ, ການ​ປົກ​ປ້ອງ​ສັງຄົມ... ​ຊຶ່ງ​ໄດ້​ກຳນົດ​ໃນ​ກົດໝາຍ​ທີ່​ກ່ຽວ ຂ້ອງ​ຈຳນວນ​ໜຶ່ງ​ເຊັ່ນ: ກົດໝາຍ​ແພ່ງ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດ ໝາຍ​ມໍລະດົກ, ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ...

 

ດ້ວຍຂອບ​ຫຼັກ​ກົດໝາຍ ​ທີ່​ກ່າວ​ມາ​ຂ້າງເທິງ, ສິດເສລີພາບ​ ໃນ​ການ​ເຊື່ອ​ຖື​ ສາສະໜາ​ ຂອງ​ ຫວຽດນາມ ​ໄດ້​ຮັບປະກັນ ​ໃນຕົວຈິງ ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຄາດ​ວ່າ, 95% ຈໍານວນ​ພົນລະ​ເມືອງ​ ຫວຽດນາມ ມີ​ຊີວິດ​ການ​ເປັນ​ຢູ່​ທາງ​ສາສະໜາ. 16 ສາສະໜາ ກັບ 43 ​ອົງການ ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້ຈາກລັດຄື: ພຸດທະສາສະໜາ, ກາ​ໂຕ​ລິກ, ໂປ ແຕສແຕນ , ກາວ​ດ່າຍ, ສາ​ສະ​ໜາພຸດ, ​ຮ່ວາ​ຫາວ, ອິດ​ສະ​ລາມ, ບາ​ຮາ ​ອີ  (Baha’I) ແລະ ອື່ນໆ... ຜູ້ນັບຖື ສາສະໜາ ກວ່າ 26,5 ລ້ານຄົນ, ກວມເອົາ 28% ຈຳນວນປະຊາກອນ ໃນທົ່ວປະເທດ, ພ້ອມກັບ ສະຖານປະກອບການ ດ້ານການເຊື່ອຖື ແລະ  ການສັກ ກະລະ ອີກຫຼາຍສິບພັນແຫ່ງ.

 

ນອກຈາກນັ້ນ, ລັດ​ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ອົງ ການ​ສາສະໜາ​ ໃນ​ການ​ແລກປ່ຽນ ​ແລະ ຮ່ວມ​ມື​ກັບ​ສາກົນ. ຫວຽດ ນາມ ຍັງໃຫ້ຄວາມເອົາໃຈໃສ່, ​ສ້າງ​ເງື່ອນ​ໄຂ ແລະ ອຳນວຍ ຄວາມ​ສະດວກ ​ໃຫ້​ການເຄື່ອນໄຫວ ພົວພັນ​ສາກົນ​ ຂອງ​ບັນດາ​ອົງການ​ສາສະໜາ ນັບມື້ນັບໄດ້ເປີດກວ້າງ. ​ແຕ່ລະ​ປີ, ມີຄະນະ​ຜູ້​ແທນ ​ບັນ ດາ​ອົງການ ​ແລະ ບຸກຄົນຖືສາສະໜາ ຢູ່ພາຍໃນປະເທດ​ ນັບຫຼາຍ ຮ້ອຍຄະນະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ຢູ່​ຕ່າງປະ​ເທດ ແລະ ​ຜູ້​ມີຍົດສັກຕຳແໜ່ງ​ ຈາກ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ເຂົ້າ​ມາ​ ຫວຽດ​ນາມ ເພື່ອ​ການເຄື່ອນ​ໄຫວ​ທາງ​ສາ​ສະ​ໜາ.

ພິທີ​ບູຊາຜູ້​ທີ່​ນັບຖື​ສາສະໜາ ກາວດ່າຍ ຢູ່ໂບດໃຫຍ່ ໄຕນິງ. ພາບ: VNP

ດ້ວຍ​ບັນດາ​ຜົນງານ​ ກ່ຽວກັບເສລີພາບ ໃນການເຊື່ອຖືທາງສາສະ ໜາ ​ແລະ ການ​ເຊື່ອ​ຖື, ຫວຽດນາມ ​ໄດ້​ເປັນເຈົ້າການ ສື່ສານໃຫ້ ບັນດາປະ​ເທດ ແລະ ອົງການ​ທີ່​ມີ​ຄວາມ​ສົນ​ໃຈ ​ຜ່ານ​ການ​ເຮັດ​ວຽກ, ​ເວທີ​ປາ​ໄສ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ​ແລະ ຮູບແບບເຈລະ ຈາ ກ່ຽວກັບ ສິດທິມະນຸດ ຈຳປີ ກັບ ສ ອາ​ເມ​ລິ​ກາ, ອີຢູ, ອົດສະ ຕຣາລີ ແລະ ນອກ​ແວ.

ຄຽງ​ຄູ່​ກັບ​ການ​ຮັບປະກັນ​ສິດ​ເສລີພາບ ​ໃນ​ການ​ເຊື່ອ​ຖື, ສາສະໜາ​ຂອງ​ ທຸກ​ຄົນ, ລັດ​ ຍາມໃດກໍ່​ຕໍ່ສູ້​ຢ່າງ​ເດັດດ່ຽວ​ ເພື່ອຕ້ານ​ການ​ກະ ທຳ​ລະ​ເມີດ​ສິດ, ສົ່ງ​ຜົນ​ສະທ້ອນ​ ເຖິງ​ຜົນ​ປະ​ໂຫຍ​ດ ຂອງ​ບຸກຄົນ ​ແລະ ບັນດາ​ອົງການ​ຈັດຕັ້ງອື່ນໆ ໃນ​ສັງຄົມ.

ການຢ້ຽມຢາມ ແລະ ຈັດແຈງໃໝ່ຂຸມຝັງສົບ ແມ່ນຮີດຄອງປະເພນີ ແລະ ຄວາມເຊື່ອພື້ນເມືອງຂອງຊາວເຜົ່າ ຈຳບ່ານີ ຢູ່ ແຂວງ ບິ່ງທ້ວນ ເພື່ອລະນຶກ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ແລະ ວົງຕະກຸນ ກໍ່ຄືຄວາມເຊື່ອຖືທາງໃຈຂອງທຸກໆ ຄົນໃນຊຸມຊົນ. ພາບ: ຫງວຽນແທງ/VNA

ໃນໄລຍະມໍ່ໆ ມານີ້ ​ໄດ້​ປະກົດ​ມີ ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ສາ ສະໜາ ມີລັກສະນະຜິດ​ຕໍ່ກົດໝາຍ ​ຂອງ ຮ່າ​ມ່ອນ, ເຕິນທຽນເດ້ຍ, ສະມາຄົມ ເຈົ້າ​ແມ່ ທີ່ຝືນກັບ​ ວັດທະນະທຳ​ ຮີດຄອງ​ປະ​ເພນີ​ ຂອງ​ຊາດ, ​ມີລັກສະນະເຊື່ອຖືງົມງວາຍ ແລະ ຫາຄວາມລໍ້າລວຍ; ​ການ​ເຄື່ອນ​ໄຫວ ​ຂອງ​ ບັນດາ​ອົງການ​ຝ່າຍ​ຄ້ານ​ຄື: “ສະມາຄົມປະ ສານມິດ ​ນັກ​ໂທດ​ການ​ເມືອງ ​ແລະ ສາສະໜາ​ ຫວຽດນາມ”, “ສາ ສະໜາ​ພຸດ​ ຮ່ວາຫາວ​ ຝ່າຍ​ຄ້ານ”, “ຫ້ອງການ​ຍຸຕິ​ທຳ ​ແລະ ສັນຕິ ພາບ​ ສັງກັດສາຍພະເຢຊູຜູູ້ກູ້ໂລກ ​ນະຄອນ ​ໂຮ່ຈີ​ມິນ”,ສະມາ ຄົມອ້າຍ ນ້ອງປະຊາທິປະໄຕ”...

 

ເພື່ອ​ຮັບປະກັນ ​ການເຄົາລົບ ກົດໝາຍ ຂອງ ລັດ ແຫ່ງອຳນາດກົດ ໝາຍໃຫ້ສູງສຸດ, ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດ ຂອງ​ບັນ ດາ​ອົງການ ​ແລະ ບຸກຄົນ​ໃນ​ສັງຄົມ, ລັດ​ ໄດ້ສັ່ງຟ້ອງ​, ພິພາກສາ ​ຜູ້​ລະ​ເມີດ​ກົດໝາຍ. 

ໃນທຸກປະເທດ, ການເຄື່ອນໄຫວທາງສາສະໜາ ໄດ້ຮັບການຄວບ ຄຸມ ແລະ ດໍາເນີນໄປຕາມກົດໝາຍ. ຫວຽດນາມ ຍາມ​ໃດ​ກໍ່​ສະ​ແດງຄວາມຫວັງດີ, ເປີດກວ້າງໃນການ​ແລກປ່ຽນ ​ແລະ ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ທີ່​ມີ​ຄວາມ​ສົນ​ໃຈ​ ໃນ​​ບັນຫາ​ສິດທິ​ມະນຸດ, ​ໃນ​ນັ້ນມີ​ຄວາມ ເສລີພາບ ສາສະ ໜາ, ຄວາມ​ເຊື່ອ​ຖື​, ພ້ອມນີ້ ຍັງເຊີນໃຫ້ບັນດາ​ອົງການ​ຈັດ​ຕັ້ງ​ສາ ກົນ​ ມາ​ຢ້ຽມຢາມ​ ເພື່ອເຫັນກັບຕາ ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ ໃນ​ການ​ຮັບປະກັນ​ສິດເສລີ ​ໃນ​ການ​ເຊື່ອ​ຖື, ສາສະໜາຢູ່ ​ຫວຽດນາມໃນຕົວຈິງ.

  •   
  • ບົດ: ຟອງທູ ສັງລວມ - ພາບ: VNP, VNA - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ 

 

 


top