ຂ່າວສານ

ຄວບ​​ຄຸມ​ໄ​ພເງິນ​ເຟີ້, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ຕະຫຼາດຫຼັກ​ຊັບ​ຢ່າງ​ໂປ່ງ​ໃສ

ຕອນເຊົ້າວັນທີ 08 ມິຖຸນາ, ໃນຂອບເຂດການເຄື່ອນໄຫວຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ III, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ດຳເນີນການຊັກຖາມໝວດບັນຫາທີ 2 ໃນຂົງເຂດການເງິນ. ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຝິກ ມີຄວາມຮັບຜິດຊອບຕອບຄຳຊັກຖາມໂດຍກົງໃນເນື້ອໃນນີ້.
  ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຝິກ (ພາບ: quochoi.vn)  

 ການຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງການເງິນສຸມໃສ່ສະພາບການຜັນຂະຫຍາຍ ແລະ ມາດຕະການຊຸກຍູ້ປະຕິບັດນະໂຍບາຍປີການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໂດຍໄວ; ວຽກງານຄຸ້ມຄອງລາຄາ ແລະ ຄວບຄຸມໄພເງິນເຟີ້; ຊຸກຍູ້ການຫັນບໍລິສັດເປັນຫຸ້ນສ່ວນ, ຖອນທຶນຂອງລັດອອກຈາກວິສາຫະກິດ; ມາດຕະການພັດທະນາຕະຫຼາດການເງິນຢ່າງໂປ່ງໃສ.

ກ່ຽວກັບການຄວບຄຸມໄພເງິນເຟີ້, ຕາມທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຝິກ ໃຫູ້ຮູ້ວ່າ:

“ໄພເງິນເຟີ້ແມ່ນບັນຫາທີ່ເຄັ່ງຮ້ອນໃນໂລກ. ປັດຈຸບັນ, ຢູ່ ອາເມລິກາ, ອັດຕາໄພເງິນເຟີ້ໄດ້ຂຶ້ນເຖິງ 8,3%, ຢູ່ ອີຢູ ແມ່ນ 8%, ໄທ ແມ່ນ 4,6%. ປັດຈຸບັນ, ຢູ່ ຫວຽດນາມ ພວມແມ່ນ 2,25%. ພື້ນຖານເສດຖະກິດ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກັບເສດຖະກິດໂລກ, ສະນັ້ນ, ເມື່ອລາຄາວັດຖຸດິບຢູ່ຕ່າງປະເທດເພີ່ມຂຶ້ນ, ແນ່ນອນວ່າ ຢູ່ ຫວຽດນາມ ກໍຈະເພີ່ມຂຶ້ນ. ແຕ່ ຫວຽດນາມ ມີທ່າແຮງນັ້ນແມ່ນ ເປັນເຈົ້າດ້ານສະບຽງອາຫານ, ທັນຍາຫານ ສະນັ້ນ, ບັນຫາໄພເງິນເຟີ້ຢູ່ ຫວຽດນາມ ແມ່ນຖືກຜົນກະທົບໜ້ອຍກວ່າ. ເພື່ອນຈຳກັດໄພເງິນເຟີ້ເພິ່ມຂຶ້ນ, ມາດຕະການແກ້ໄຂນັ້ນແມ່ນ ຈະເກັບເງິນຈາກການຈໍລະຈອນສິນຄ້າ, ປະຢັດການໃຊ້ຈ່າຍເປັນປະຈຳ, ຄຸ້ມຄອງລາຄາຢ່າງແໜ້ນແຟ້ນ, ປະຕິບັດກົດໝາຍວ່າດ້ວຍລາຄາຢ່າງຖືກຕ້ອງ ແລະ ຊຸກຍູ້ວິສາຫະກິດພັດທະນາ”.

ເຂົ້າຮ່ວມການຕອບຄຳຊັກຖາມກ່ຽວກັບເນື້ອໃນນີ້, ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດ ໃຫ້ຮູ້ວ່າ ນັບແຕ່ນີ້ຮອດທ້າຍປີ, ການບໍລິຫານນະໂຍບາຍເງິນຕາ ຈະຕ້ອງຕິດແທດກັບຄວາມຄືບໜ້າປ່ອຍບ້ວງເງິນໜູນຊ່ວຍຟື້ນຟູການພັດທະນາເສດຖະກິດ  - ສັງຄົມ, ພິເສດແມ່ນຕ້ອງສົມທົບກັບນະໂຍບາຍປີການເງິນ, ເງິນຕາ ແລະ ນະໂຍບາຍລາຄາເພື່ອຄວບຄຸມໄພເງິນເຟີ້.


top