ຂ່າວສານ

ຄວນປັບປຸງ, ສ້າງໃຫ້ສົມບູນແບບ ແລະ ຮັບຮອງເອົາການວາງແຜນຜັງສັງລວມແຫ່ງຊາດ

ບັນດາສະມາຊິກສະພາແຫ່ງຊາດໄດ້ເນັ້ນຫນັກຢ່າງແຮງເຖິງຄວາມຈຳເປັນຕ້ອງປັບປຸງ, ສ້າງໃຫ້ສົມບູນແບບ ແລະ ຮັບຮອງເອົາການວາງແຜນຜັງສັງລວມແຫ່ງຊາດໂດຍໄວ
  ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030. (ພາບ:TTXVN)  

ວັນທີ 7 ມັງກອນ, ຢູ່ ຫໍສະພາແຫ່ງຊາດ ທີ່ນະຄອນຫລວງ ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ບັນດາສະມາຊິກສະພາແຫ່ງຊາດໄດ້ເນັ້ນຫນັກຢ່າງແຮງເຖິງຄວາມຈຳເປັນຕ້ອງປັບປຸງ, ສ້າງໃຫ້ສົມບູນແບບ ແລະ ຮັບຮອງເອົາການວາງແຜນຜັງສັງລວມແຫ່ງຊາດໂດຍໄວ ເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການສ້າງ, ວາງແຜນຜັງສຳຄັນອື່ນ ຮັບໃຊ້ວິວັດການພັດທະນາປະເທດຊາດ ແບບຍືນຍົງ. ທ່ານ ຕ້າຍວັນຫະ, ສະມາຊິກສະພາແຫ່ງຊາດ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດ ແຂວງ  ກວ໋າງນາມ ເນັ້ນຫນັກວ່າ:

ນີ້ແມ່ນການວາງແຜນຜັງສຳຄັນດ້ວຍວິໄສທັດຍາວນານ, ຈຳເປັນຕ້ອງສ້າງການວາງແຜນຜັງສັງລວມແຫ່ງຊາດ ຍິ່ງໄວກໍ່ຍິ່ງດີ. ເພາະ ຕາມການກຳນົດຂອງກົດໝາຍວ່າດ້ວຍການວາງແຜນກຳນົດຂັ້ນແຂວງ, ເຂດ, ຂະແຫນງການ ລ້ວນແຕ່ຕ້ອງອີງໃສ່ການວາງແຜນຜັງສັງລວມຈຶ່ງສາມາດກໍ່ສ້າງ ແລະ ຜັນຂະຫຍາຍໄດ້”

ທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການແລະການລົງທຶນ ຫວຽດນາມ ຢັ້ງຢືນວ່າ: ບົນພື້ນຖານການປະກອບຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ, ຄະນະຮຽບຮຽງໃຫ້ຄຳໝັ້ນໝາຍວ່າ ຈະດັດປັບ, ເພີ່ມເຕີມ, ສ້າງໃຫ້ສົມບູນແບບ, ຮັບປະກັນຄຸນນະພາບດີສຸດໃຫ້ແກ່ການວາງແຜນຜັງແຫ່ງຊາດ ເພື່ອຮັບໃຊ້ວິວັດການພັດທະນາປະເທດຊາດ.


top