ຂ່າວສານ

ຂໍ້ຕົກລົງດ້ານການຄ້າກັບຈີນພວມມີຄວາມຄືບໜ້າດີ

      ວັນທີ 20 ມີນາ, ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ມີຂໍ້ຕົກລົງດ້ານການຄ້າກັບປັກກິງ ສະບັບໜຶ່ງພວມມີຄວາມຄືບໜ້າດີ

ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບປະກອບ: AFP/TTXVN)
      ເມື່ອບັນດານັກເຈລະຈາດ້ານການຄ້າອາເມລິກາ ຈະໄປເຂົ້າຮ່ວມຮອບເຈລະຈາຄັ້ງໃໝ່ໃນອາທິດຈະມາເຖິງຢູ່ຈີນ.
        ເມື່ອຖືກຖາມກ່ຽວກັບເລື່ອງຈະຍົກເລີກພາສີສຳລັບສິນຄ້າທີ່ນຳເຂົ້າຈາກຈີນ ຫຼື ບໍ່, ທ່ານປະທານາທິບໍດີ D.Trump ຢືນຢັນວ່າ, 2 ຝ່າຍຈະບໍ່ເຕື້ອງເຖິງເລື່ອງຍົກເລີກບັນດາອັດຕາພາສີ.
        ຕາມແຜນການແລ້ວ, ຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Lighthizer ແລະ ທ່ານລັດຖະມົນຕີການເງິນອາເມລິກາ Steven Mnuchin ຈະໄປເຂົ້າຮ່ວມຮອບເຈລະຈາດ້ານການຄ້າຢູ່ຈີນ ໃນອາທິດຈະມາເຖິງ, ເຊິ່ງໄດ້ຮັບການຕີລາຄາວ່າພວມກ້າວເຂົ້າສູ່ໄລຍະສຸດທ້າຍ ເພື່ອແນໃສ່ແກ້ໄຂສົງຄາມການຄ້າທີ່ແກ່ຍາວມາຕະຫຼອດ 8 ເດືອນຜ່ານມາລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກນີ້.
 (ແຫຼ່ງຄັດຈາກ VOV)
 


top