ຂ່າວສານ

ຂໍ້ຕົກລົງຂອງ CDC ໄດ້ສ່ອງແສງຢ່າງພາວະວິໄສໝາກຜົນບັນດາມາດຕະການ ຂ້ຽວຂາດຂອງລັດຖະບານຫວຽດນາມ

CDC ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຜັນຂະຫຍາຍການປ້ອງກັນ, ຄວບຄຸມໂລກລະບາດ Covid-19.


 ສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດດອາເມລິກາ

(ພາບ: AP)


ວັນທີ 27 ກຸມພາ, ເມື່ອແລກປ່ຽນກັບສະຖານທູດຫວຽດນາມ ປະຈຳອາເມລິກາ, ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (CDC) ປະກາດວ່າ ໄດ້ເອົາຊື່ປະເທດຫວຽດນາມ ອອກຈາກບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວທີ່ມີຄວາມສ່ຽງຕິດແປດໂລກລະບາດ Covid-19 ໃນວົງຄະນະຍາດ. CDC ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຜັນຂະຫຍາຍການປ້ອງກັນ, ຄວບຄຸມໂລກລະບາດ Covid-19. ບັນດາມາດຕະການກວດກາຕິດຕາມ, ແຍກຕົວ ແລະ ປິ່ນປົວບັນລຸໝາກຜົນຢ່າງຕັ້ງໜ້າ, ປະກອບສ່ວນຫຼຸດຜ່ອນຄວາມສ່ຽງຕິດແປດໃນວົງຄະນະຍາດ.

          ມາຮອດປະຈຸບັນ, ສະພາບການໂລກລະບາດ Covid-19 ຢູ່ຫວຽດນາມ ໄດ້ຮັບການຄວບຄຸມເປັນຢ່າງດີ, ຄົນເຈັບທີ່ຕິດເຊື້ອໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ; ສະພາບແວດລ້ອມໄດ້ຮັບປະກັນຄວາມປອດໄພ, ບໍ່ກໍ່ຜົນສະທ້ອນທີ່ຫຍໍ້ທໍ້ເຖິງບັນດາການເຄື່ອນໄຫວພັດທະນາເສດຖະກິດ, ສັງຄົມ ແລະ ທ່ອງທ່ຽວ. ບັນດາຄວາມມານະພະຍາຍາມ ແລະ ໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ນັ້ນ ໄດ້ຮັບການຕີລາຄາສູງຈາກອົງການອະນາໄມໂລກ ແລະ ປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)


top