ຂ່າວສານ

ຂໍ້ຕົກລົງກ່ຽວກັບນະໂຍບາຍອັດຕາແລກປ່ຽນເງິນຕາເປີດກາລະໂອກາດຮ່ວມມືກັນຢ່າງແໜ້ນແຟ້ນກວ່າລະຫວ່າງຫວຽດນາມ ແລະ ອາເມລິກາ

      ຂໍ້ຕົກລົງດັ່ງກ່າວໄດ້ຢືນຢັນນະໂຍບາຍອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ ແມ່ນນອນໃນຂອບເຂດນະໂຍບາຍເງິນຕາລວມ, ເໝາະສົມກັບສະພາບການຕົວຈິງຂອງຕະຫຼາດເງິນຕາຕ່າງປະເທດຢູ່ຫວຽດນາມ
ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ
(ພາບ: ກະຊວງການຕ່າງປະເທດ)
      ວັນທີ 20 ກໍລະກົດ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ຕົກລົງໃນວັນທີ 19 ກໍລະກົດ 2021 ລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະ ກະຊວງການເງິນອາເມລິກາ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:
        ລັດຖະບານຫວຽດນາມ ຊົມເຊີຍໝາກຜົນຕັ້ງໜ້າຂອງການເຈລະຈາທາງອອນລາຍໃນວັນທີ 19 ກໍລະກົດ 2021 ລະຫວ່າງທ່ານນາງ ຫງວຽນທິຮົ່ງ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ແລະ ທ່ານ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ, ກໍຄືຂໍ້ຕົກລົງທີ່ບັນລຸໄດ້ໃນວັນດຽວກັນລະຫວ່າງ 2 ຝ່າຍ.
        ຂໍ້ຕົກລົງດັ່ງກ່າວໄດ້ຢືນຢັນນະໂຍບາຍອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ ແມ່ນນອນໃນຂອບເຂດນະໂຍບາຍເງິນຕາລວມ, ເໝາະສົມກັບສະພາບການຕົວຈິງຂອງຕະຫຼາດເງິນຕາຕ່າງປະເທດຢູ່ຫວຽດນາມ ແລະ ຄຳໝັ້ນສັນຍາສາກົນຂອງຫວຽດນາມ ໃນບັນຫານີ້, ດ້ວຍເປົ້າໝາຍລຸລ່ວງແມ່ນຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ບໍ່ແນໃສ່ສ້າງທ່າໄດ້ປຽບໃນການແກ່ງແຍ້ງບໍ່ຍຸຕິທຳໃນການຄ້າສາກົນ.
        ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຮັກສາການເຈລະຈາໂດຍສ້າງສັນກັບຝ່າຍ ອາເມລິກາ ເພື່ອແກ້ໄຂບັນດາບັນຫາເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ, ປະກອບສ່ວນນຳເສດຖະກິດ 2 ຝ່າຍໃຫ້ພັດທະນາທີ່ນັບມື້ນັບມີສະຖຽນລະພາບ ແລະ ໝັ້ນຄົງ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຂອງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

top