ຂ່າວສານ

ຂໍ້ກຳນົດໃໝ່ກ່ຽວກັບການຄ້າເອເລັກໂຕນິກສຳລັບນັກທຸລະກິດ, ອົງການຈັດຕັ້ງຕ່າງປະເທດ

ເນື້ອໃນການເຄື່ອນໄຫວຂອງຫ້ອງການຜູ້ຕາງໜ້າ ຫຼື ເນື້ອໃນການມອບສິດຕ້ອງຮັບປະກັນຄວາມຮັບຜິດຊອບຕໍ່ອົງການຄຸ້ມຄອງລັດ ໃນການສະກັດກັ້ນການແລກປ່ຽນການຄ້າ, ການບໍລິການລະເມີດກົດໝາຍຂອງ ຫວຽດນາມ.
  (ພາບປະກອບ: TTXVN)  

 ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ຫາກໍ່ປະກາດເອກະສານທາງການວ່າດ້ວຍ ການປະຕິບັດຂໍ້ກຳນົດກ່ຽວກັບການເຄື່ອນໄຫວການຄ້າເອເລັກໂຕນິກສຳລັບນັກທຸລະກິດ, ອົງການຈັດຕັ້ງຕ່າງປະເທດ.

ຕາມນັ້ນແລ້ວ, ນັກທຸລະກິດ, ອົງການຈັດຕັ້ງຕ່າງປະເທດມີເວັບໄຊສະໜອງການບໍລິການດ້ານການຄ້າເອເລັກໂຕນິກຢູ່ ຫວຽດນາມ ເຊິ່ງແມ່ນນັກທຸລະກິດ, ອົງການຈັດຕັ້ງຕ່າງປະເທດ ມີໜຶ່ງໃນບັນດາການເຄື່ອນໄຫວຄື ມີເວັບໄຊຈົດທະບຽນຂອງ ຫວຽດນາມ ຫຼື ຂຶ້ນສະແດງເປັນພາສາ ຫວຽດນາມ; ມີການແລກປ່ຽນຄ້າຂາຍເອເລັກໂຕນິກກວ່າ 100.000 ຄັ້ງຕໍ່ປີ ຕ້ອງປະຕິບັດການຈົດທະບຽນເຄື່ອນໄຫວການຄ້າເອເລັກໂຕນິກ, ສ້າງຕັ້ງຫ້ອງການຜູ້ຕາງໜ້າປະຈຳ ຫວຽດນາມ ຕາມຂໍ້ກຳນົດຂອງກົດໝາຍ ຫຼື ແຕ່ງຕັ້ງຜູ້ຕາງໜ້າຕາມການມອບສິດຂອງຕົນຢູ່ ຫວຽດນາມ. ເນື້ອໃນການເຄື່ອນໄຫວຂອງຫ້ອງການຜູ້ຕາງໜ້າ ຫຼື ເນື້ອໃນການມອບສິດຕ້ອງຮັບປະກັນຄວາມຮັບຜິດຊອບຕໍ່ອົງການຄຸ້ມຄອງລັດ ໃນການສະກັດກັ້ນການແລກປ່ຽນການຄ້າ, ການບໍລິການລະເມີດກົດໝາຍຂອງ ຫວຽດນາມ. ພ້ອມທັງປະຕິບັດພັນທະກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ, ຄຸນນະພາບຜະລິດຕະພັນ, ສິນຄ້າ ຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ.


top