ຂ່າວສານ

ຂ່າວເຫດການ ຈຳນວນແຂກທ່ອງທ່ຽວສາກົນກັບຄືນມາຢ້ຽມຢາມ ຫວຽດນາມ ນອນໃນ top ອາຊີ

ຢູ່ ຫວຽດນາມ, 5 ສະຖານທີ່ມີຈຳນວນແຂກທ່ອງທ່ຽວກັບຄືນມາຢ້ຽມຢາມຫຼາຍທີ່ສຸດໃນເຄິ່ງປີ 2026, ລວມມີ: ດ່ານັ້ງ, ນະຄອນ ໂຮ່ຈີມິນ, ຍາຈາງ, ຮ່າໂນ້ຍ ແລະ ຟູກວັກ.
  ແຂກທ່ອງທ່ຽວມາຢ້ຽມຢາມ (ດ່ານັ້ງ ພາບ: VNA)  

ຫວຽດ​ນ​າມ ນອນ​ໃນ 3 ​ຈຸດ​ນັດ​ພົບ ອາ​ຊີ, ມີ​​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ກັບ​ຄືນ​ມາ​ຢ້ຽມ​ຢາມ​ສູງ​ທີ່​ສຸດ​ໃນ​ເຄິ່ງ​ຕົ້ນ​ປີ, ສ່ວນ​ຢູ່ ດ່ານັ້ງ ຢືນ​ຢູ່​ລະ​ດັບ​ທີ 6 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ບັນ​ດາ​ນະ​ຄອນ, ຕາມ​ບົດ​ລາຍ​ງານ​ຂອງ​ພື້ນ​ຖານ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ Agoda ປະ​ກາດ​ໃນ​ວັນ​ທີ 08 ກັນ​ຍາ.

ຢູ່ ຫວຽດ​ນາມ, 5 ສະ​ຖານ​ທີ່​ມີ​​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ກັບ​ຄືນ​ມາ​ຢ້ຽມ​ຢາມ​ຫຼາຍ​ທີ່​ສຸດ​ໃນ​ເຄິ່ງ​ປີ 2026, ລວມ​ມີ: ດ່ານັ້ງ, ນະ​ຄອນ​ ໂຮ່​ຈີ​ມິນ, ຍາ​ຈາງ, ຮ່າ​ໂນ້ຍ ແລະ ຟູກວັກ.

ທ່ານ ວູງ​ອັກ​ເລິມ, ຫົວ​ໜ້າ​ແຫ່ງ​ຊາດ Agoda ປະ​ຈຳ ຫວຽດ​ນາມ, ໃຫ້​ຮູ້​ວ່າ ເລື່ອງ ຫວຽດ​ນາມ ຮັກ​ສາ​ທີ່​ຕ​ັ້ງ​ໃນ​ກຸ່ມ​ນຳ​ໜ້າ ອາ​ຊີ ສ່ອງ​ແສງ​ໃຫ້​ເຫັນ​ຄວາມຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ, ຈາກ​ຮູບ​ແບບ​ທ່ອງ​ທ່ຽວ​ເຂດ​ຕົວ​ເມືອງ​ຢູ່ ຮ່າ​ໂນ້ຍ, ນະ​ຄ​ອນ ໂຮ່​ຈີ​ມິນ ຕະ​ຫຼອດ​ຮອດ​ທ່ອງ​ທ່ຽ​ວ​ທະ​ເລ​ຢູ່ ດ່ານັ້ງ ແລະ ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ເຂດ​ພູ​ພາ​ປ່າ​ໄມ້​ຢູ່ ຊາ​ປາ (ລາວ​ກາຍ).

​ຕົ​ວ​ເລກ​ຂອງ​ກົມ​ສະ​ຖິ​ຕິ ຫວຽດ​ນາມ​ ປະ​ກາດ​ໃນ​ວັນ​ທີ 03 ກັນ​ຍາ ຊີ້​ໃຫ້​ເຫັນ​ວ່າ ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ໃນ 8 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ເກ​ືອບ 16 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ​ເກືອບ 14% ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ 2026. ໃນ​ນັ້ນ, ລັດ​ເຊຍ ແມ່ນ​ຕ​ະ​ຫຼາດ​ມີ​ລ​ະ​ດັບ​ເຕີບ​ໂຕ​ສູງ​ສຸດ​ທົ່ວ​ໂລກ​ຢູ່ ຫວຽດ​ນາມ ໃນ​ປີ 2025, ຖັດ​ຈາກນັ້ນ​ແມ່ນ ຟີ​ລິບ​ປິນ, ໂປ​ໂລຍ, ກຳ​ປູ​ເຈຍ.


top