ຂ່າວສານ

ຂ່າວເດັ່ນ ໄຂ​ເວ​ທີ​ປາ​ໄສ​ສື່ມວນ​ຊົນ​ທົ່ວ​ປະ​ເທດ​ຄັ້ງ​ທີ III ປີ 2026

ເວ​ທີ​ປາ​ໄສ​ສື່ມວນ​ຊົນ​ທົ່ວ​ປະ​ເທດ​ຄັ້ງ​ທີ III ປີ 2026 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 19 ມິ​ຖຸ​ນາ ຢູ່​ນະ​ຄອນ ຫາຍ​ຟ່ອງ, ໃນ​ຂອບ​ເຂດ​ສະ​ມາ​ຄົມ​ນັກ​ຂ່າວ​ທົ່ວ​ປະ​ເທດ​ປີ 2026.
ທ່ານເລກວັກ​ມິງ, ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ ເຍິນ​ເຢິນ (ປະ​ຊາ​ຊົນ), ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ (ພາບ: VOV5)

ໃນ​ພິ​ທີ​ໄຂ, ທ່ານເລກວັກ​ມິງ, ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ ເຍິນ​ເຢິນ (ປະ​ຊາ​ຊົນ), ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ໄດ້​ສະ​ແດງ​ບົດ​ປະ​ກອບ​ຄຳ​ເຫັນ​ດ້ວຍ​ຫົວ​ຂໍ້ “ພັດ​ທະ​ນາ​ສື່ມວນ​ຊົນ​ໃນ​ສັງ​ກາດ​ປັນ​ຍາ​ປະ​ດິດ”. ຕາມ​ທ່ານ ເລກວັກ​ມິງ ແລ້ວ, ຕໍ່​ໜ້າ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ AI, ແຕ່​ລະ​ອົງ​ການ​ສື່ມວນ​ຊົນ​ຕ້ອງ​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ເປົ້າ​ໝາຍ​ມະ​ຫາ​ຊົນ​ທີ່​ຕົນ​ເອງ​ຮັບ​ໃຊ້, ສ້າງ​ທ່າ​ແຮງ​ສະ​ເພາະ ແລະ ເປັນ​ເຈົ້າ​ການ​, ມີ​ຄວາມ​ເປປັນ​ເຈົ້າ​ຂອງ​ເຕັກ​ໂນ​ໂລ​ຢີ ແທນ​ທີ່​ແລ່ນ​ຕາມ​ທ່າ​ອ່ຽ​ງ. ທ່ານ​ກ່າວ​ວ່າ:

“ພວກ​ເຮົາ​ບໍ່​ຄວນ​ຄິ​ດ​ວ່າ ອົງ​ການ​ສື່ມວນ​ຊົນ​ໃຫຍ່ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ງ່າຍ. ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ນ້ອຍ ແຕ່​ຮູ້​ສຸມ​ໃສ່​ທ່າ​ແຮງ ແລະ ກຸ່ມ​ເປົ້າ​ໝາຍ​ມະ​ຫາ​ຊົນ​ຂອງ​ຕົນ ກໍ​ສາ​ມາດ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້. ແຕ່​ລະ​ອົງ​ການ​ສື່ມວນ​ຊົນ​ຕ້ອງ​ຊອກ​ຫາ​ທ່າ​ໄດ້​ປຽບ​ທີ່​ແຕ​ກ​ຕ່າງ​ກັນ, ບັນ​ດາ​ຄຸນ​ຄ່າ​ສະ​ເພາະ ທີ່​ບໍ່​ສາ​ມາດ​ລອບ​ແບບ​ໄດ້. ໃນ​ສັງ​ກາດ​ດີ​ຈີ​ຕອນ, ສື່ມວນ​ຊົນ ຫວຽດ​ນາມ ບໍ່​ພຽງ​ແຕ່​ຮັບ​ມື​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ເຕັກ​ໂນ​ໂລ​ຢີ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເປັນ​ເຈົ້າ​ການ​ສ້າງ​ລະ​ບົບ​ນິ​ເວດ​ສະ​ເພາະ​ຂອງ​ຕົນ, ບ່ອນ​ທີ່​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ​ຮັບ​ໃຊ້​ໃຫ້​ແກ່​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳມະ​ນຸດ ແລະ ສີ​ສັນ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ”.


top