
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບສະຫະພັນສະຫະກອນຫວຽດນາມ
(ພາບ: nhandan.com.vn)
ເຂົ້າຮ່ວມການເຮັດວຽກຍັງມີທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດລວມໝູ່; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ສະຫະພັນສະຫະກອນບັນດາແຂວງ, ນະຄອນໃນທົ່ວປະເທດ. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ສະຫະກອນມີພາລະກຳສຳຄັນທີ່ສຸດໃນວິວັດການເຊື່ອມໂຍງ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ພິເສດແມ່ນນັບມື້ນັບປະກົດມີສະຫະກອນຫຼາຍແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນ, ແກ້ໄຂບັນຫາສ້າງວຽກເຮັດງານທຳເປັນຢ່າງດີ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ເພື່ອໃຫ້ລະບົບເສດຖະກິດຮ່ວມມື, ສະຫະກອນພັດທະນາແບບຍືນຍົງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຖັນແຖວພະນັກງານທີ່ເຂົ້າຮ່ວມການເຄື່ອນໄຫວສະຫະກອນ ຕ້ອງກຳນົດການພັດທະນາສະຫະກອນ ນັ້ນແມ່ນຄວາມຕ້ອງການພາວະວິໄສ; ພ້ອມທັງຕ້ອງປ່ຽນໃໝ່ແນວຄິດ, ວິທີປະຕິບັດ, ສົມທົບກັບບັນດາກະຊວງ, ຂະແໜງການເພື່ອຮັກສາ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)