ຂ່າວສານ

ຂົງເຂດຖະແຫຼງຂ່າວ, ສື່ສານ ມີທີ່ຕັ້ງສຳຄັນ ແລະ ນັບມື້ນັບມີຄວາມຈຳເປັນ

ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຕ້ອງສຸມໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ໂດຍສະເພາະແມ່ນໃນວຽກງານການສື່ສານ; ຫັນເປັນດີຈີຕອນ; ການຄຸ້ມຄອງແຫ່ງລັດ; ວິທະຍາສາດເຕັກໂນໂລຊີ…
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)  

ຂົງເຂດຖະແຫຼງຂ່າວ, ສື່ສານ ທີ່ຕັ້ງສຳຄັນ ແລະ ນັບມື້ນັບມີຄວາມຈຳເປັນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການສື່ສານຕ້ອງນຳໜ້າ, ແມ່ນໜຶ່ງໃນບັນດາກຳລັງໜູນໃຫ້ແກ່ການພັດທະນາ ແລະ ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ໃນສັງກາດດີຈີຕອນ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມສະຫຼຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ່ປີ 2023 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ດຳເນີນໃນວັນທີ 18 ທັນວາ, ຢູ່ຮ່າໂນ້ຍ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລ້ວ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຕ້ອງສຸມໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ໂດຍສະເພາະແມ່ນໃນວຽກງານການສື່ສານ; ຫັນເປັນດີຈີຕອນ; ການຄຸ້ມຄອງແຫ່ງລັດ; ວິທະຍາສາດເຕັກໂນໂລຊີ… ເພີ່ມທະວີບັນດາມາດຕະການປົກປ້ອງປະຊາຊົນ, ຮັບປະກັນຄວາມປອດໄພໃຫ້ແກ່ເດັກທາງເຄືອຂ່າຍອີນເຕີແນັດ, ຊຸກຍູ້ໃຫ້ປະຊາຊົນນຳໃຊ້ພື້ນຖານດີຈີຕອນ ຫວຽດນາມ. ສືບຕໍ່ຍູ້ແຮງການຕໍ່ສູ້ກັບບັນດາພື້ນຖານຂ້າມຊາຍແດນ, ຮັບປະກັນການເຄົາລົບກົດໝາຍຂອງ ຫວຽດນາມ; ເພີ່ມທະວີການສຳຫຼວດ, ກວດກາ, ປັບໄໝຄວາມຜິດ, ຕໍ່ສູ້ກັບບັນດາປະກົດການຜິດພາດໃນການເຄື່ອນໄຫວສື່ມວນຊົນ.


top