ສາລະຄະດີ

ຂຸມຊັບ ໂສມ ຫງອກລິງ

ຢູ່ ຫວຽດນາມ, ມີໂສມ ຊະນິດໜຶ່ງທີ່ລ້ຳຄ່າ ເຖິງວ່າ ຫາກໍຖືກ ຄົ້ນພົບໃນຊຸມປີ 70ຂອງ ສະຕະວັດ ທີ່ຜ່ານມາ

 

ເມື່ອເວົ້າເຖິງໂສມ, ຜູ້ຄົນມັກຈະເອີ່ຍເຖິງ ສ ເກົາຫຼີ, ສປປ ເກົາຫຼີ, ສ ອາເມລິກາ, ຍີ່ປຸ່ນ, ສປ ຈີນ... ຊຶ່ງແມ່ນປະເທດ ທີ່ມີທ່າແຮງ ໃນການປູກ ແລະ ປຸງແຕ່ງໂສມ ມາແຕ່ດົນນານ. ຢູ່ ຫວຽດນາມ, ມີໂສມ ຊະນິດໜຶ່ງທີ່ລ້ຳຄ່າ ເຖິງວ່າ ຫາກໍຖືກ ຄົ້ນພົບໃນຊຸມປີ 70ຂອງ ສະຕະວັດ ທີ່ຜ່ານມາ, ແຕ່ໄດ້ຖືກປະເມີນວ່າ ເປັນ 1ໃນ 5ຊະນິດໂສມ ດີທີ່ສຸດໃນໂລກ ໂດຍມີສ່ວນປະກອບ ເປັນຢາ ທີ່ບໍ່ມີ ໂສມ ຊະນິດໃດຢູ່ໃນໂລກ ມີ. ນັ້ນ​ແມ່ນ​ໂສມ​ ຫງອກ​ລິງ, ຂຸມຊັບ ຂອງ ປ່າດົງພົງໄພ​, ສິ່່ງລໍ້າຄ່າ​ແຫ່ງ​ຊາດ ​ທີ່​ຄາດ​ວ່າ​ຈະ​ນຳ ​ຫວຽດ​ນາມ ​ເຂົ້າເປັນສະມາຊິກ ຂອງ ບັນດາ “ປະເທດມະຫາ” ກ່ຽວກັບ ໂສມ ຢູ່ໃນໂລກ.


ຂຸມຊັບ ທ່ີລໍ້າຄ່າ ແຫ່ງຊາດ ໃນ “ດິນສັກສິດ” ຫງອກລິງ

ກ່ອນ​​ຈະ​ຖືກ​ຄົ້ນ​ພົບ​ໂດຍ​ນັກ​ວິ​ທະ​ຍາ​ສາດ, ໂສມ ​ຫງອກ​ລິງ​ໄດ້​ກຳເນີດ ແລະ ແຜ່ຂະຫຍາຍຕາມ​ທຳ​ມະ​ຊາດ ​ພາຍ​ໃຕ້​ປ່າ​ໄມ້​ທີ່ ເກົ່າແກ່ ​ເທິງ​ພູ​ ຫງອກ​ລິງ ຕັ້ງ​ຢູ່​ລະ​ຫວ່າງ​ແຂວງ ກອນ​ຕູມ ແລະ ແຂວງ ກວ໊າງ​ນາມ ຈົນເກືອບ​ບໍ່​ມີ​ໃຜ​ຮູ້. ຈົນເຖິງ​ປີ 1973, ​ເມື່ອ​ອົງ ການ​ສາທາລະນະ​ສຸກ​ ເຂດພາກ​ກາງ​ຕອນ​ກາງ​ ໄດ້​ສົ່ງ​ພະນັກງານ 4 ທ່ານ ນຳ​ໂດຍ​ທ່ານໝໍ ດ່າວ​ກິມ​ລອງ ​ໄປ​ຕາມ​ທິດ​ທາງ​ເມືອງ ດັກ​ໂຕ, ​ແຂວງ ກອນ​ຕູມ ​ຂຶ້ນ​ພູ ​ຫງອກ​ລິງ ​ເພື່ອ​ຊອກ​ຢາ​ມາ ປິ່ນປົວ ໃຫ້​ປະຊາຊົນ ​ແລະ ທະຫານ ຈຶ່ງຄົ້ນພົບໄດ້ ໂສມ ອັນລ້ຳ ຄ່ານີ້.

ທ່ານ​ໝໍ ດ່າວ​ກິມ​ລອງ ໃຫ້ຮູ້ວ່າ  ຫຼັງຈາກບຸປ່າຜ່າດົງ ຜ່ານຫ້ວຍ ຮ່ອງ ມາ​ເປັນ​ເວລາ​ຫຼາຍ​ມື້, ​ໃນ​ເວລາ 9 ​ໂມງ​ເຊົ້າ ວັນ​ທີ 19 ມີນາ 1973, ​ໃນ​ລະດັບ​ຄວາມ​ສູງ 1.800 ​ແມັດ​ຈາກ​ໜ້າ​ນ້ຳ​ທະ​ເລ, ​ຄະ ນະ ໄດ້​ຄົ້ນ​ພົບ​ຕົ້ນ​ໂສມ 2 ຕົ້ນທຳອິດ ແລະ ໃນຕອນ​ບ່າຍ​ຂອງ ວັນ​ດຽວ​ກັນ, ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​​ຕົ້ນໂສມ ຕື່ມອີກຢ່າງຫຼວງຫຼາຍ, ເກືອບເປັນພັນດຽວລ້ວນໆ, ຂຽວອຸ່ມທຸ່ມ ກໍາລັງອອກດອກ​​ ແຜ່ກິ່ນ ຫອມ... ຢູ່​ຂ້າງຫ້ວຍທາງທິດ​ຕາ​ເວັນ​ຕົກ​ຂອງ​ພູ ​ຫງອກ​ລິງ. ໂດຍ​ຖື​ວ່າ ​ນີ້​ແມ່ນ​ໂສມ​ຊະນິດ​ໃໝ່ ​ແລະ​ ຫາ​ຍາກ​ທີ່​ສຸດ ​ທີ່​ບໍ່​ເຄີຍ​ມີ​ຢູ່​ບ່ອນ​ໃດ​ໃນ​ໂລກ, ​ທ່ານໝໍ ດ່າວກິມລອງ ​ໄດ້​ຕັ້ງຊື່ວິທະຍາສາດ ໃຫ້ມັນ ວ່າ panax articulatus KL Dao, ​ໃນ​ເວລາ​ຕໍ່​ມາ ​ຫຼາຍ​ຄົນ ມັກ ເອີ້ນວ່າ​ໂສມ​ ຫງອກ​ລິງ.

ພາຍຫຼັງຄົ້ນພົບໂສມ ຊະນິດໃໝ່ນີ້ແລ້ວ, ຄະນະປະຈຳພັກເຂດ 5 ໄດ້ຊີ້ນຳໃຫ້ ຄະນະສຸຂາພິບານປະຊາຊົນ ທຳການຄຸ້ມຄອງ ແລະ ຂຸດຄົ້ນຢ່າງລັບໆ. ມອບ​ໜ້າທີ່ໃຫ້​ໂຮງງານ​ຜະລິດ​ຢາ​ ພາກກາງ ຕອນກາງ ຮັບຜິດຊອບການ​ປຸງ​ແຕ່ງ ຜະລິດ​ຢາຮັບໃຊ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ, ພ້ອມ​ກັນ​ນັ້ນ ​ກໍ​ສົ່ງ​ຕົວຢ່າງ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ແລະ ສະ​ຖາ​ບັນ​ຢາເພຊະພັນ​ຮ່າ​ໂນ້ຍ ​ເພື່ອການ ຄົ້ນຄວ້າຕື່ມອີກ.

​ແຕ່​ປີ 1973 ​ເຖິງ​ປັດຈຸ​ບັນ, ຜ່ານ​ຂະ​ບວນການ​ຄົ້ນຄວ້າ, ນັກວິທະ ຍາສາດ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ກຳນົດ​ວ່າ ໃນລຳຕົ້ນ, ຮາກ ​ແລະ ຫົວຂອງ​ໂສມ ຫງອກລິງ ​ມີ​ສານ saponin ສູງ​ກ່ວາ  ຫຼາຍເທົ່າ ເມື່ອທຽບກັບ ​ໂສມ​​ອື່ນໆ ໃນ​ໂລກ. ພິເສດ ໂສມ ຫງອກ ລິງ ມີຄຸນລັກສະນະນຳໃຊ້ ໂດດເດັ່ນ ທີ່ໂສມ ເກົາຫຼີ ແລະ ໂສມ ສປ ຈີນ ບໍ່ມີ, ນັ້ນແມ່ນ ມີສານ ຕ້ານເຊື້ອແບັກ ທີເຣຍ, ຕ້ານ ການ ຊຶມເສົ້າ, ຫຼຸດຜ່ອນຄວາມວິຕົກກັງວົນ, ຕ້ານອະນຸມູນອິດ ສະຫຼະ ແລະ ປະສານກັນຢ່າງດີ ກັບຢາຕ້ານພະຍາດ ເບົາຫວານ. ເພາະ ສະນັ້ນມັນຈຶ່ງຖືກຈັດ ຢູ່ໃນ 5 ປະເພດໂສມ ດີທີ່ສຸດໃນໂລກ.

 

 

ບໍ່ພຽງແຕ່ມີຄຸນຄ່າທາງດ້ານວິທະຍາສາດ ແລະ ເປັນຢາ ເທົ່ານັ້ນ, ໂສມ ຫງອກລິງ ຍັງເປັນພືດ ທີ່ມີຄຸນຄ່າ ທາງດ້ານເສດຖະກິດສູງ. ຄາດ​ວ່າ ຖ້າ​​ລົງທຶນ​ປະມານ 3 ຕື້​ດົ່ງ ​ເພື່ອ​ປູກ​ໂສມ 1 ​ເຮັກຕາ, ພາຍຫຼັງ 5 ປີ, ທ່ານ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 30 ຕື້​ດົ່ງ (ປະມານ 1,3 ລ້ານ ໂດລາສະຫະລັດ). ເຖິງຢ່າງໃດກໍ່ຕາມ, ການ ປູກໂສມ ຫງອກລິງ ບໍ່ແມ່ນເລື່ອງງ່າຍ, ເຖິງຢ່າງໃດກໍ່ຕາມ, ຍ້ອນເປັນ ຊະ ນິດພັນທີ່ຫາຍາກ, ເພາະສະນັ້ນ ມັນພຽງແຕ່ສາມາດ ເຕີບໃຫຍ່ ແລະ ໃຫ້ຄຸນນະພາບດີທີສຸດ ໃນສະພາບດິນຟ້າອາກາດ ແລະ ເງື່ອນໄຂ ທີ່ດິນ ຢູ່ລະດັບຄວາມສູງແຕ່ 1.200-2.000 ແມັດ ໃນເຂດພູ ຫງອກລິງ ເຊິ່ງຖືວ່າ ເປັນ “ສະຖານ​ທີ່​ສັກ​ສິດ” ຂອງ​ໂສມ ​ຫງອກ​ລິງ.

 

ທ່ານ​ອະດີດ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ (ປັດຈຸບັນເປັນປະທານປະເທດ) ​ໄດ້​ຕັດ​ແຖບ​ຜ້າ ​ເປີດ​ງານ​ວາງສະ​ແດງ “ມໍລະດົກ​ວັດທະນະທຳ-​ໂສມ​ຫງອກ​ລິງ ​ກອນ​ຕູມ-ຂຸມຊັບຂອງປ່າດົງພົງໄພ”. ພາບ: ບໍລິສັດຫຸ້ນສ່ວນໂສມ ຫງອກລິງ ກອນຕູມ

ດ້ວຍບັນດາຄຸນຄ່າພິເສດດັ່ງກ່າວ, ໃນປີ 2018, ທ່ານນາຍົກ ລັດ ຖະມົນຕີ ຫງວຽນຊວນຟຸກ (ປັດຈຸບັນແມ່ນປະທານປະເທດ) ໄດ້ ມາຢ້ຽມຢາມເຂດປູກໂສມ ຫງອກລິງ ຂອງ ບໍລິສັດຫຸ້ນສ່ວນ ໂສມ ຫງອກລິງ ກອນຕູມ. ຢູ່​ທີ່​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບ​ນາມ​ມະ​ຍົດ “ສິ່ງລໍ້າຄ່າ​ແຫ່ງ​ຊາດ ​ຫວຽດ​ນາມ - ຂຸມ ຊັບຂອງປ່າດົງພົງໄພ” ໃຫ້​ແກ່​ໂສມ ຫງອກລິງ.

 

 
ການທີ່ຜູ້ນຳ​ລັດຖະບານ ​ລົງ​ກວດກາ​ຕົວຈິງ ເຂດ​ໂສມ​ ຫງອກ​ລິງ​ສະ​ແດງ​ໃຫ້​ເຫັນ ​ເຖິງຄວາມ​ຄວາມຫວັງ ​ອັນ​ໃຫຍ່​ຫຼວງ ​ຕໍ່​ຄວາມ​ສາ ມາດ​ບົ່ມ​ຊ້ອນ​ຂອງ​ຕົ້ນ​ຢາ​ ທີ່​ລ້ຳ​ຄ່າ​ນີ້, ​ຍ້ອນ​ມັນ​ບໍ່​ພຽງ​ແຕ່​ສາມາດ​ກາຍ​ເປັນ "​ແຜນການ​ແຫ່ງ​ຊາດ​ ກ່ຽວ​ກັບ ​ຊີວິດ​ການ​ເປັນ​ຢູ່​ຂອງ ​ປະຊາຊົນ" ​ຊ່ວຍ​​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ ຂອງ​ເຂົາເຈົ້າ​ເທົ່າ​ນັ້ນ, ແຕ່ຍັງສາມາດ​ຊ່ວຍ​ໃຫ້ ​ຫວຽດນາມ ພັດທະນາ​ອຸດສາຫະກໍາການ​ຢາ ​ແລະ ອາຫານ ທີ່​ມີ​ປະໂຫຍດ ລະດັບ​ໂລກ ອີກດ້ວຍ.

ເຮັດໃຫ້ ຫວຽດ​ນາມ ມີຊື່​ໃນ​ແຜນ​ທີ່​ໂສມ​ໂລກ

 

ເພື່ອ​ໃຫ້​ໂສມ ​ຫງອກ​ລິງ ​ກາຍ​ເປັນ "​ແຜນການ​ແຫ່ງ​ຊາດ​ ກ່ຽວ​ກັບ ​ຊີວິດ​ການ​ເປັນ​ຢູ່ ​ຂອງ ​ປະຊາຊົນ" ​ແລະ ເປັນຂະແໜງອຸດສາຫະ ກຳສົ່ງ​ອອກ ​ທີ່​ມີ​ມູນ​ຄ່າ ນັບ​ພັນລ້ານໂດ​ລາ​ສະຫະລັດ ໃນ​ຊຸມ​ປີ​ຕໍ່ໜ້າ ​ຕາມ​ທ່ີ​ລັດຖະບານ ຄາດຫວັງໄວ້, ສະນັ້ນຮຽກຮ້ອງ​ໃຫ້ ການ ນຳ​ທ້ອງ​ຖິ່ນ, ຜູ້​ປູກ, ຜູ້ຜະລິດ​ໂສມ ​ຫງອກ​ລິງ ຢູ່ແຂວງ ກອນ​ຕູມ, ກວ໊າງ​ນາມ ຕ້ອງ​ມີ​ກົນ​ໄກ​ຍຸດ​ທະ​ສາດ ຢ່າງມີ ແບບແຜນ ​ໂດຍ​ໄວ. ເຖິງວ່າ ສ ເກົາຫຼີ ແລະ ສປປ ເກົາຫຼີ ຊຶ່ງເປັນປະເທດທີ່ມີປະຫວັດ ການສົ່ງອອກໂສມ ຕັ້ງແຕ່ 1.500 ປີກ່ອນ ກໍ່ຕ້ອງ ຜ່ານຂະບວນ ການ ອັນຍາວນານ ຈຶ່ງມີຜົນສໍາເລັດ ຄືໃນປັດຈຸບັນ.

 

 

ຢູ່ ຫວຽດນາມ, ໂສມ ຫງອກລິງ ໄດ້ຮັບຄວາມເອົາໃຈໃສ່ ເປັນພິ ເສດ ຈາກລັດຖະບານ ຜ່ານບັນດາການກຳນົດທິດ ທີ່ມີລັກສະນະ ຍຸດທະສາດ ຂອງ ອະດີດນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນກອງປະຊຸມຢາເພຊະພັນ ແຫ່ງຊາດ 2017 ແລະ ກອງປະຊຸມ ວ່າດ້ວຍການລົງທຶນ ແລະ ພັດທະນາ ໂສມ ຫງອກລິງ ຢູ່ ແຂວງ ກອນຕູມ 2018.

ຕາມ​ນັ້ນ​, ກອນ​ຕູມ, ກວ໊າງ​ນາມ ເວົ້າ​ສະເພາະ ແລະ ຫວຽດ​ນາມ ເວົ້າ​ລວມ​ ຕ້ອງ​ປົກ​ປັກ​ຮັກ​ສາ​ແຫຼ່ງ​ກຳ​ເນີ​ດ​ອັນ​ບໍ​ລິ​ສຸດ​ຂອງ​ໂສມ​ຫງອກ​ລິງ ໃຫ້ໄດ້. ​ເມື່ອຂະແໜງ​ອຸດສາຫະກຳ​ ໂສມ​ບັນລຸ​ເງື່ອນ​ໄຂ​ດ້ານ​ປະລິມານການຜະລິດ, ຂະໜາດ ​ແລະ ຍີ່​ຫໍ້ລະດັບ​ສາກົນ, ​ແມ່ນ​ຈຳ​ເປັນ​ຕ້ອງ​ ມີ​ຍຸດ​ທະ​ສາດ ​ເໝາະກັບສິດຜົນປະໂຫຍດ ຂອງ ມະຫາຊົນ​ ແລະ ຜະລິດຕະພັນມີຄວາມ​ຫຼາກ​ຫຼາຍ​ ​ຄື​ກັບ​ວິທີ ທີ່ ສ​ ເກົາຫຼີ ເຄີຍປະຕິບັດ. ມີລັກສະນະທົ່ວໄປ ແຕ່ບໍ່ແມ່ນໝາຍ ເຖິງ ການຫຼຸດຄຸນຄ່າຂອງໂສມ ຫງອກລິງ. ແທນໃສ່ນັ້ນ, ຈຳເປັນ ຕ້ອງຈັບຈຸດທີ່ຕັ້ງ ໂສມ ຫງອກລິງ  ຢູ່ໃນຂົງເຂດລະດັບຊັ້ນນຳ. ຫວຽດນາມ ກໍ່​ຕ້ອງ​ປົກ​ປັກ​ຮັກສາ​ຄຸນຄ່າ​ຂອງ​ເຄື່ອງໝາຍການຄ້າ​ໂສມ​ ຫງອກ​ລິງ​ ຢູ່​ຕະຫຼາດ​ສາກົນ, ​ຍ້ອນ​ນີ້​ແມ່ນ​ເຄື່ອງ​ໝາຍ​ການ ຄ້າແຫ່ງ​ຊາດ, ບໍ່​ພຽງ​​ແມ່ນ​ເຄື່ອງ​ໝາຍ​ການ​ຄ້າ​ ຂອງ​ ຜະລິດ​ຕະ ພັນທຳມະດາ ​ຫຼື​ ຂອງ​ວິ​ສາ​ຫະກິດແຕ່ຢ່າງດຽວ.

 

ເປັນ​ທີ່​ຮູ້​ຈັກກັນ​ວ່າ ຢູ່​ແຂວງ ກອນ​ຕູມ ການ​ວາງ​ແຜນ ​ແລະ ພັດ ທະນາ ​ໂສມ ​ຫງອກ​ລິງ ​ໄດ້​ບັນລຸ​ຜົນສຳ​ເລັດຫຼາຍຢ່າງ ທີ່ແນ່ນອນ, ​ເຊັ່ນ: ບໍລິສັດ​ຫຸ້ນ​ສ່ວນ​ໂສມ​ຫງອກ​ລິງ.

 

ພາຍຫຼັງ 20 ປີແຫ່ງການເກັບກຳ, ຂະຫຍາຍພັນ ແລະ ພັດທະນາ, ຈາກຕົ້ນໂສມ ຫງອກລິງ ທີ່ເກີດຕາມທຳມະຊາດຢູ່ໃນປ່າ, ມາ ຮອດ ປັດຈຸບັນ, ວິສາຫະກິດ ແຫ່ງນີ້ ໄດ້ກຳມະສິດ ເຂດປູກໂສມ ທີ່ກວ້າງໃຫຍ່ ຢູ່ເທິງພູ ຫງອກລິງ, ໃນນັ້ນມີເນື້ອທີ່ ໂສມ ຫງອກລິງ ກວ່າ 200 ເຮັກຕາ ມີອາຍຸ ກ່ວາ 10 ປີ ທີ່ສາມາດຂຸດຄົ້ນໄດ້ ແລະ ນໍາໃຊ້. ປີ 2018, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງກວດກາຕົວຈິງ ເຂດ ປູກໂສມແຫ່ງນີ້ ແລະ ຕີລາຄາສູງ ບັນ ດາການເຄື່ອນໄຫວ ຂອງ ວິສາຫະກິດ ໃນການອະນຸລັກຮັກສາ ແລະ ພັດທະນາ ໂສມ, ຕິດພັນກັບການປົກປັກຮັກສາ ປ່າໄມ້ ຂອງ ວິສາຫະກິດ.

ບໍ່​ພຽງ​ແຕ່​ເປັນ​ເຈົ້າ​ຂອງ ​ເນື້ອ​ທີ່​ປູກ​ໂສມ​ຂະໜາດ​ໃຫຍ່​ເທົ່າ​ນັ້ນ, ບໍລິ ສັດ​ຫຸ້ນ​ສ່ວນ​ໂສມ​ ຫງອກ​ລິງ ກອນຕູມ ​ຍັງ​ເປັນ​ຜູ້​ບຸກ​ເບີກ ໃນການ​ຜະລິດ ບັນດາຜະລິດຕະພັນ​ໂສມ​ຊັ້ນ​ນໍາ ຈາກ​ໂສມ​ ຫງອກ​ລິງ. ຈາກ​ຫົວ​ໂສມ​ ຫງອກ​ລິງ​ ທີ່​ມີ​ອາຍຸ​ ຫຼາຍ​ກວ່າ 10 ປີ, ວິ​ສາ​ຫະກິດ​ໄດ້​ຄົ້ນ​ຄວ້າ ​ແລະ ປະດິດສ້າງ ​ບັນດາ​ຜະລິດ​ຕະພັນ​ ທີ່​ມີ ​ຄຸນ​ນະພາ​ບ ດ້ວຍ​ຕ່ອງໂສ້​ເຕັກ​ໂນ​ໂລ​ຊີ ​ທີ່​ທັນ​ສະ​ໄໝ​ເຊັ່ນ: ຫົວໂສມ​ສົດ ແຊ່ເຫຼົ້າ, ສານ​ສະກັດ​ຈາກ​ໂສມ ຫງອກລິງ, ຮັງ​ນົກ​ແອ່ນໂສມ ຫງອກ​ລິງ, ຊາ​ໂສມ​ ຫງອກ​ລິງ, ໂສມ ຫງອກລິງ ດອງນ້ໍາເຜີ້ງ,  ພ້ອມກັບປະເພດຢາ ບໍາລຸງຮ່າງກາຍ, ເຄື່ອງດື່ມຊູກຳລັງ, ເຄື່ອງ ດື່ມບໍາລຸງຜິວ... ທີ່ຜະລິດຈາກໂສມ ຫງອກລິງ.

 

 

ດ້ວຍ​​ການ​ລົງທຶນ ຢ່າງມີແບບແຜນ ​ແລະ ມີວິ​ໄສ​ທັດ​, ​ເປັນເວລາ​ຫຼາຍ​ປີຕໍ່ເນື່ອງ, ບໍລິສັດ​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ ເປັນໜຶ່ງໃນ 10 ຍີ່​ຫໍ້​ ທີ່​ໄດ້ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ ຢູ່​ຫວຽດນາມ. ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ໂຄສະນາ ເຄື່ອງໝາຍການຄ້າ ແລະ ສະ​ແດງ​ໃຫ້​ເຫັນ​ບົດບາດ, ຄວາມ​ຮັບຜິດຊອບ ​ຂອງ​ຕົນ​ຕໍ່ ວົງຄະນາ ຍາດ, ສັງຄົມ, ວິສາຫະກິດ ​ຍັງໄດ້ເປັນ ເພື່ອນຮ່ວມທາງ ຊ່ວຍເຫຼືອ​ບັນດາ​ເຫດການ​ ວັດທະນະທຳ​ສໍາຄັນໆ ເຊັ່ນ: ສະໜັບສະໜູນ ໃຫ້ແກ່ ງານປະກວດນາງງາມ ຫວຽດນາມ 2020  ແລະ ຫຼ້າສຸດ ຍັງເປັນຜູ້ສະໜັບສະໜູນ ຕົ້ນຕໍ ສໍາລັບການແຂ່ງຂັນ ບານເຕະ​ ແຫ່ງຊາດ ໃນ 3 ປີຂ້າງໜ້າ.

ສາມາດເວົ້າ​ໄດ້​ວ່າ ​ເພື່ອ​ໃຫ້​ ຫວຽດນາມ ​ມີ​ຊື່​ໃນ​ແຜນ​ທີ່ ​ບັນດາ​ປະ​ເທດ​ໂສມ​ໃນ​ໂລກ​ໂດຍ​ໄວ, ກອນ​ຕູມ ​ແລະ ບັນດາ​ວິ​ສາ​ຫະກິດ​ຕ້ອງ​ເປັນເຈົ້າການຫັນປ່ຽນ​ຢ່າງໄວ ​ເພື່ອ​ກາຍ​ເປັນໃຈກາງ​ ເຂດ​ປູກ ​ແລະ ປຸງ​ແຕ່ງ​ສະໝູນໄພ ​ຂອງ​ປະ​ເທດ, ຖືນີ້​ເປັນ​ຂົງ​ເຂດ​ຍຸດ​ທະ​ສາດ​​ສໍາ​ຄັນ​ ທີ່​ຕ້ອງ​ການບູ​ລິ​ມະ​ສິດ​ພິ​ເສດ ເພື່ອ​ການ​ພັດ​ທະ​ນາ​. 

ບົດ: ແທງຮ່ວາ, ກາວງວຽນ - ພາບ: ແທງຮ່ວາ, ກາວງວຽນ, ຮວ່າງຮ່າ ແລະ ເອກະສານຂອງ ບໍລິສັດຫຸ້ນສ່ວນ ໂສມ ຫງອກລິງ ກອນຕູມ - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ