ຂ່າວສານ

ຂຸດ​ຄົ້ນ​ແຫຼ່ງ​ກໍ​າ​ລັງ, ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າ​ຍ​ສົ້ນ​ເຂົ້າ, ຄ່າ​​ໃຊ້​ຈ່າຍ​ບໍ​ລິ​ຫານ

“ການປະຕິຮູບດ້ານການບໍລິຫານແມ່ນຂອດສຳຄັນ, ບຸກທະລຸ, ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຄົບຊຸດໃນຢູ່ທຸກຂັ້ນ, ທຸກຂະແໜງການ. ການລົງທຶນໃສ່ການປະຕິຮູບດ້ານການບໍລິຫານ, ຍົກສູງປະສິດທິຜົນການບໍລິຫານ ແມ່ນການລົງທຶນໃສ່ການພັດທະນາ ແລະ ຖືປະຊາຊົນ, ວິສາຫະກິດເປັນໃຈກາງ...."

“ການປະຕິຮູບດ້ານການບໍລິຫານແມ່ນຂອດສຳຄັນ, ບຸກທະລຸ, ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຄົບຊຸດໃນຢູ່ທຸກຂັ້ນ, ທຸກຂະແໜງການ. ການລົງທຶນໃສ່ການປະຕິຮູບດ້ານການບໍລິຫານ, ຍົກສູງປະສິດທິຜົນການບໍລິຫານ ແມ່ນການລົງທຶນໃສ່ການພັດທະນາ ແລະ ຖືປະຊາຊົນ, ວິສາຫະກິດເປັນໃຈກາງ...."

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມເທື່ອທີ 2 ຂອງ ຄະນະຊີ້ນຳວຽກງານປະຕິຮູບດ້ານການບໍລິຫານຂອງ ລັດຖະບານ ຫວຽດນາມ ເຊິ່ງດຳເນີນໃນຕອນເຊົ້າວັນທີ 19 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ ໄດ້ຕີລາຄາວ່າ 9 ເດືອນຜ່ານມາ, ວຽກງານປະຕິຮູບດ້ານການບໍລິຫານໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຄົບຊຸດ ແລະ ບັນລຸໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

        “ການປະຕິຮູບດ້ານການບໍລິຫານແມ່ນຂອດສຳຄັນ, ບຸກທະລຸ, ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຄົບຊຸດໃນຢູ່ທຸກຂັ້ນ, ທຸກຂະແໜງການ. ການລົງທຶນໃສ່ການປະຕິຮູບດ້ານການບໍລິຫານ, ຍົກສູງປະສິດທິຜົນການບໍລິຫານ ແມ່ນການລົງທຶນໃສ່ການພັດທະນາ ແລະ ຖືປະຊາຊົນ, ວິສາຫະກິດເປັນໃຈກາງ. ນີ້ແມ່ນວຽກງານທີ່ຍາກ, ສັບສົນ ແຕ່ຕ້ອງໄດ້ເຮັດ. ດ້ວຍເນື້ອໃນຈິດໃຈນັ້ນແມ່ນ ຕ້ອງສຸມໃສ່ຊີ້ນຳ, ນຳພາ, ບໍລິຫານຈັດຕັ້ງປະຕິບັດດ້ວຍຄວາມຕັດສິນໃຈສູງ, ຄວາມມານະພະຍາມຢ່າງໃຫຍ່ຫຼວງ, ມີການກະທຳຢ່າງຂ້ຽວຂາດ, ມີຈຸດສຸມ ແລະ ກຳນົດໄດ້ຂັ້ນຕອນທີ່ເໝາະສົມ ເພື່ອແກ້ໄຂຂໍ້ຕິດຂັດ, ຜ່ານຜ່າສິ່ງທ້າທາຍ, ລະດົມທຸກແຫຼ່ງກຳລັງໃຫ້ແກ່ສັງຄົມເພື່ອການພັດທະນາ”

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາສະມາຊິກໃນຄະນະຊີ້ນຳ ຕ້ອງກຳແໜ້ນບົດບາດ, ຄວາມຮັບຜິດຊອບຂອງຕົນສຳລັບວິວັດທະນາການປະຕິຮູບດ້ານການບໍລິຫານຂອງປະເທດ, ຂອງກະຊວງ, ຂະແໜງການຂອງຕົນ ເພື່ອຍູ້ແຮງການປະຕິຮູບການບໍລິຫານໃນຊຸມເດືອນທ້າຍປີ 2022, ດ້ວຍວິທີເຮັດແບບໃໝ່, ມີຫົວຄິດປະດິດສ້າງ, ແທດຈິງ, ມີປະສິດທິຜົນ ຕາມທິດນຳການເຄື່ອນໄຫວຂອງລັດຖະບານທີ່ວ່າ “ສາມັກຄີ, ມີລະບຽບວິໄນ, ເປັນເຈົ້າການຮັບມື, ປອດໄພ, ມີປະສິດທິຜົນ, ຟື້ນຟູ ແລະ ພັດທະນາ”.

ແຫຼ່ງຄັດຈາກ VOV


top