ຂ່າວສານ

ຂຸດຄົ້ນສິນໃນນ້ຳໂດຍມີການນົດເວລາເພື່ອຄຸ້ມຄອງແລະປົກປັກຮັກສາແຫຼ່ງສິນໃນນ້ຳ

      ກົມໃຫຍ່ສິນໃນນ້ຳຫວຽດນາມ ພວມສ້າງແຜນຮ່າງ ຫ້າມ, ຈຳກັດການເຄື່ອນໄຫວຂຸດຄົ້ນສິນໃນນ້ຳ ໂດຍມີການກຳນົດເວລາຢູ່ເຂດທະເລຫວຽດນາມກະກຽມຍື່ນສະເໜີຕໍ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ລັດຖະບານ ປະກາດໃຊ້ໂດຍໄວ ເພື່ອແນໃສ່ຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງສິນໃນນ້ຳແບບຍືນຍົງ.
      ທ່ານ ຫງວຽນກວາງຮຸ່ງ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳໃຫ້ຮູ້ວ່າ, ເລື່ອງສ້າງແຜນຮ່າງດັ່ງກ່າວແມ່ນທ່າອ່ຽງຈຳເປັນ ແລະ ສຳຄັນທີ່ສຸດແມ່ນຄວນຍົກສູງສະຕິຄວາມຮັບຮູ້ຂອງຊາວປະມົງມີຄວາມຮັບຜິດຊອບໃນເລື່ອງຫາປາ.
        “ແຜນຮ່າງ “ຫ້າມ, ຈຳກັດການເຄື່ອນໄຫວຂຸດຄົ້ນສິນໃນນ້ຳ ໂດຍມີການກຳນົດເວລາຢູ່ເຂດທະເລຫວຽດນາມ” ແມ່ນໜຶ່ງໃນບັນດາແຜນຮ່າງສຳຄັນເຊິ່ງຈະຍື່ນສະເໜີຕໍ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ລັດຖະບານ ປະກາດໃຊ້ ເພື່ອໃຫ້ພວກເຮົາມີການກຳນົດເວລາຫ້າມ, ຈຳກັດການຂຸດຄົ້ນຕາມແຕ່ລະເຂດ. ພິເສດແມ່ນບັນດາເຂດປົກປັກຮັກສາທະເລ ກໍຄືເຂດປາວາງໄຂ່ ເພື່ອຟື້ນຟູແຫຼ່ງປາໃຫ້ເປັນຢ່າງດີກວ່າ ແລະ ປົກປັກຮັກສາການຂຸດຄົ້ນເຂດທະເລຢູ່ແຄມຝັ່ງແບບຍືນຍົງ”.
 (ແຫຼ່ງຄັດຈາກ VOV)
 


top