ຂ່າວສານ

ຂຸດຄົ້ນນໍາໃຊ້ ແລະ ປົກປັກຮັກສາແຫຼ່ງຊັບພະຍາກອນນໍ້າແບບຍືນຍົງ

ຕອນເຊົ້າວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ ສະໂມສອນອະດີດສະມາຊິກສະພາແຫ່ງຊາດ ແລະ ເຄືອຂ່າຍແມ່ນໍ້າລໍາເຊ ຫວຽດນາມ (VRN) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ຊຸກຍູ້ການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງໃນການຂຸດຄົ້ນນໍາໃຊ້ ແລະ ປົກປັກຮັກສາແຫຼ່ງຊັບພະຍານໍ້າແບບຍືນຍົງ”.

(ພາບປະກອບ: tainguyenmoitruong.vn)

ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການແກ້ໄຂບັນຫາແຫຼ່ງຊັບພະຍາກອນນໍ້າ, ຮັບປະກັນການຂຸດຄົ້ນ, ນໍາໃຊ້ ແມ່ນວຽກງານທີ່ຈໍາເປັນ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຢູ່ຫວຽດນາມ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ຕ້ອງມີວິໄສທັດໃໝ່ກ່ຽວກັບຮູບແບບການວາງແຜນຜັງ, ການນໍາໃຊ້ແຫຼ່ງຊັບພະກອນນໍ້າ. ຈາກນັ້ນ ສະເໜີການກໍານົດທິດຄຸ້ມຄອງ, ນໍາໃຊ້ແຫຼ່ງຊັບພະຍາກອນນໍ້າ ເພື່ອແນໃສ່ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ໃຫ້ບຸລິມະສິດຊອກຫາບັນດາມາດຕະການທາງດ້ານວິທະຍາສາດເຕັກໂນໂລຢີ ເພື່ອແກ້ໄຂບັນດາບັນຫາມົນລະພິດ, ບັນດາມາດຕະການສະກັດກັ້ນສະພາບດິນເຊາະເຈື່ອນ, ບັນດາຮູບແບບສໍາຫຼວດວັດແທກ, ແຈ້ງປະກາດ, ຄົ້ນຄວ້າ ບັນດາຮູບແບບໝູນໃຊ້ກະສິກໍາອັດສະລິຍະ ໃຫ້ແກ່ທ້ອງຖິ່ນ.
 (ແຫຼ່ງຄັດຈາກ VOV)

top