ຂ່າວສານ

ຂີ່ລົດຖີບໃນວັນທ້າຍອາທິດ, ທ່າອ່ຽງໃໝ່ຂອງໄວໜຸ່ມ ຫວຽດນາມ

      ໃນ 2 – 3 ປີມໍ່ໆມານີ້, ການຂີ່ລົດຖີບເລາະຕາມຖະໜົນໄດ້ກາຍເປັນທ່າອ່ຽງໃໝ່ຂອງໄວໜຸ່ມຢູ່ຮ່າໂນ້ຍ. ເສັ້ນທາງສາຍຕ່າງໆຢູ່ນະຄອນຫຼວງ ຮ່າໂນ້ຍ, ພິເສດແມ່ນບັນດາສະຖານທີ່ທີ່ມີທິວທັດທຳມະຊາດສວຍງາມຄື: ໂຮ່ເກືອມ, ໂຮ່ໄຕ, ເສັ້ນທາງອ້ອມແອ້ມສຸສານປະທານໂຮ່ຈີມິນ, ສວນສາທາລະນະເລນິນໄດ້ກາຍເປັນບ່ອນເຕົ້າໂຮມບັນດາຜູ້ນິຍົມຂີ່ລົດຖີບໃນວັນທ້າຍອາທິດ. ບົດຂຽນຂອງນັກຂ່າວ VOV.

ໂຮ່ເກືອມ ແມ່ນສະຖານທີ່ດຶງດູດຜູ້ນິຍົມຂີ່ລົດຖີບ 
      ໃນຊຸມວັນທ້າຍອາທິດ, ມີໄວໜຸ່ມຫຼາຍຄົນໄດ້ຖີບລົດແບບຊ້າໆໄປຕາມເສັ້ນທາງສາຍຕ່າງໆຢູ່ຮ່າໂນ້ຍ. ໃນນັ້ນແມ່ຍິງກວມເອົາອັດຕາສ່ວນຫຼາຍ. ເອື້ອຍມີງແອັງ, ເຊິ່ງເປັນພະນັກງານເຮັດວຽກຢູ່ທະນາຄານ ໄດ້ແບ່ງປັນວ່າ: ເອື້ອຍໄດ້ເລີ່ມຂີ່ລົດຖີບເລາະຕາມຖະໜົນໃນ 2 – 3 ປີມານີ້. ໃນເບື້ອງຕົ້ນ, ເອື້ອຍພຽງແຕ່ເຊົ່າລົດຖີບເພື່ອໄປຂີ່ໃນທ້າຍອາທິດເທົ່ານັ້ນ, ແຕ່ວ່າໄດ້  2 – 3 ເດືອນເອື້ອຍກໍ່ຕິດໃຈ ແລະ ເອື້ອຍຕັດສິນໃຈຊື້ລົດຖີບເລີຍ. ເອື້ອຍເຄີຍຂີ່ລົດຖີບເລາະຕາມຖະໜົນຜູ້ດຽວ ຫຼື ໄປນຳໝູ່ເພື່ອນ, ຍາດຕິພີ່ນ້ອງໃນຄອບຄົວ.
        ໂດຍມີຄວາມແຕກຕ່າງກັນກັບເອື້ອຍ ມິງແອັງ, ມີຫຼາຍຄົນໄດ້ເຂົ້າຮ່ວມບັນດາກຸ່ມ, ສະໂມສອນເພື່ອແລກປ່ຽນ, ແບ່ງປັນຄວາມເມົາມົວ. ບັນດາສະໂມສອນຄື: ສະໂມສອນລົດຖີບກິລາ ທັງລອງ, ສະໂມສອນນັກຮົບເກົ່າ ຮ່າໂນ້ຍ, ສະໂມສອນລົດຖີບ ຮ່າໂນ້ຍ ໃນເມື່ອກ່ອນ ແລະ ປະຈຸບັນ… ໄດ້ເຕົ້າໂຮມສະມາຊິກໃນທຸກອາຊີບທຸກເກັນອາຍຸທີ່ແຕກຕ່າງກັນ… ອ້າຍ ຫວູເຈື່ອງເລິມ, ຫົວໜ້າສະໂມສອນ Tour de Five, ໃຫ້ຮູ້ວ່າ: ດ້ວຍຈິດໃຈຮ່ວມແຮງຮ່ວມໃຈກັນຢາກສ້າງບ່ອນລະຫຼິ້ນທີ່ປອດໃສ, ເປັນບ່ອນພົບປະ, ແລກປ່ຽນຄວາມຮູ້, ປະສົບການກ່ຽວກັບໄປລົດຖີບ ກໍ່ຄືການຖີບລົດ, ນັບມື້ນັບມີຫຼາຍຄົນເຂົ້າເປັນສະມາຊິກໃນກຸ່ມ ແລະ ຕອບສະໜອງຂະບວນການຂີ່ລົດຖີບ. ປະຈຸບັນ, ການໄປຖີບລົດຂອງສະມາຊິກໃນກຸ່ມບໍ່ໄດ້ຈຳກັດຢູ່ບໍລິເວນນະຄອນ ຮ່າໂນ້ຍ ເທົ່ານັ້ນ:
        ໃນແຕ່ລະເດືອນ, ພວກຂ້າພະເຈົ້າໄດ້ຈັດຕັ້ງການໄປຖີບລົດໂດຍມີໄລຍະທາງປະມານ 50 ກມ, 70 ກມ ຮອດ 100 ກມ ໄປເຂດຊານນະຄອນຮ່າໂນ້ຍ, ຖ້າແມ່ນວັນພັກ. ພວກຂ້າພະເຈົ້າກໍ່ຈະໄປໄກກ່ວາ, ໄປຮອດ ເມົ້າເຊີນ, ບາວີ່ ຫຼື ໄປທ໋າຍງວຽນ. ດົນໆຈະຈັດຂຶ້ນເທື່ອໜຶ່ງ.”
        ພ້ອມກັບການເຄື່ອນໄຫວຖີບລົດແມ່ນການບໍລິການໃຫ້ເຊົ່າລົດຖີບ. ຢູ່ອ້ອມແອ້ມໜອງ ໂຮ່ໄຕ, ຢູ່ຖະໜົນ ແທງນຽນ, ຖະໜົນ ຮ່ວາງຮວາຖ໊າມ, ມີຫຼາຍຮ້ານເປີດບໍລິການໃຫ້ເຊົ່າລົດຖີບ ແລະ ພິເສດ, ໄດ້ດຶງດູດແຂກມາເຊົ່າລົດໃນຊຸມວັນທ້າຍອາທິດ. ດ້ວຍລາຄາເຊົ່າແມ່ນແຕ່ 80.000 – 100.000 ດົ່ງ/ຕອນ, 150.000 – 200.000 ດົ່ງ/ວັນ, ບັນດາຜູ້ຫາກໍ່ນິຍົມຖີບລົດອາດສາມາດຊອກໄດ້ລົດຖີບຄັນໜຶ່ງທີ່ພໍໃຈ.  ພ້ອມກັນນັ້ນ, ບັນດາເຈົ້າຂອງຮ້ານທີ່ເຮັດບໍລິການເຊົ່າລົດຖີບກໍ່ໃຫ້ຢືມເຄື່ອງຂອງໄປນຳຄື: ກະແຈໃສ່ລົດຖີບ, ໄຟສາຍ, ໝວກກັນນອັກ…
        ບັນດາຜູ້ນິຍົມຖີບລົດມີເຫດຜົນທີ່ແຕກຕ່າງກັນເພື່ອຕິດພັນກັບຂະບວນການນີ້, ແຕ່ສາຍເຫດຕົ້ນຕໍແມ່ນເພື່ອອອກກຳລັງກາຍ. ສຳລັບແມ່ຍິງ, ຜົນປະໂຫຍດທີ່ເຫັນໄດ້ງ່າຍທີ່ສຸດແມ່ນຮັກສາຫຸ່ນໃຫ້ສວຍງາມ, ທັງອອກກຳລັງກາຍ, ທັງຜ່ອນຄາຍ, ຄວາມອິດເມື່ອຍ. ເອື້ອຍ ເລທູຈາງ, ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ:
        ຂ້າພະເຈົ້າໄດ້ເລືອກເອົາການຂີ່ລົດຖີບ ຍ້ອນນີ້ແມ່ນຮູບການອອກກຳລັງກາຍງ່າຍດາຍ. ລົດຖີບກໍ່ແມ່ນຍານພາຫະນະນຳໃຊ້ງ່າຍ ແລະ ຂ້າພະເຈົ້າເຫັນວ່າມັນສະດວກທີ່ສຸດ.”
ພາບປະກອບ
      ການຖີບລົດບໍ່ພຽງແຕ່ເພີ່ມກຳລັງແຮງ, ຊົມທິວທັດທຳມະຊາດທີ່ສວຍສົດງົດງາມເທົ່ານັ້ນ ການຂີ່ລົດຖີບໃນທ້າຍອາທິດ ຍັງແມ່ນການເຄື່ອນໄຫວທີ່ດຶງດູດໃຈ ເມື່ອບັນດາຜູ້ນິຍົມຫຼິ້ນລົດຖີບໄດ້ໄປຂີ່ລົດຖີບຮ່ວມກັບໝູ່ເພື່ອນ, ຄອບຄົວ. ການເຄື່ອນໄຫວນີ້ທັງນຳມາເຊິ່ງຄວາມອຸ່ນອ່ຽນໃຈ, ຮັກແພງຊີວິດໃຫ້ແກ່ຜູ້ຫຼິ້ນລົດຖີບອີກດ້ວຍ.
        ສຳລັບຫຼາຍຄົນແລ້ວ, ການຖີບລົດຍັງແມ່ນວິຖີຊີວິດອັນໜຶ່ງ. ການຖີບລົດທ່ຽວຊົມຮ່າໂນ້ຍ ຫຼື ໄປທ່ຽວທາງໄກ, ເຊື່ອມຕົວເຂົ້າກັບທິວທັດທຳມະຊາດກໍ່ແມ່ນຄວາມຮັບຮູ້ກ່ຽວກັບຄວາມໝາຍ ແລະ ຄວາມສວຍງາມຂອງການດຳລົງຊີວິດ. ຫຼາຍຄົນເຮັດວຽກງານໜັກຫຼາຍເກີນໄປ, ຕຶງຄຽດ ແລະ ດຳລົງຊີວິດແບບຟ້າວຟັ່ງ, ບາງເທື່ອ ກໍ່ເກີດອາການ ຊອັກ. ເອື້ອຍ ອື໊ງລີງ, ເມື່ອກັບມາ ຮ່າໂນ້ຍ ພາຍຫຼັງທີ່ໄປຮຽນຢູ່ ແຟງລັງ ເປັນເວລາຫຼາຍປີ, ລາວມີຄວາມລື້ງເຄີຍເຊິ່ງບໍ່ສາມາດປ່ຽນແປງໄດ້ນັ້ນແມ່ນການໄປຂີ່ລົດຖີບອ້ອມນະຄອນ. ເອື້ອຍ ອື໊ງລີງ ໄດ້ແບ່ງປັນວ່າ:
        ຂ້າພະເຈົ້າເຫັນວ່າ ການດຳລົງຊີວິດຢູ່ນະຄອນທີ່ມີການເຄື່ອນໄຫວໄປ - ມາໜ້ອຍ, ໄລຍະທາງ ສິບປາຍຫຼັກ ກໍ່ບໍ່ໄກປານໃດ, ສະນັ້ນ, ຂ້າພະເຈົ້າຈຶ່ງຂີ່ລົດຖີບ. ມີອີກເຫດຜົນໜຶ່ງນັ້ນແມ່ນຂ້າພະເຈົ້າເຫັນວ່າ ຂີ່ລົດຖີບບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ຕອນຄ່ຳ, ຂ້າພະເຈົ້າມັກໄປຂີ່ລົດຖີບເລາະຕາມຖະໜົນຊົມທິວທັດ, ພິເສດແມ່ນໃນຊຸມວັນນີ້, ອາດຈະໄດ້ຊົມວິວ ແລະ ສູດກິ່ນຫອມຂອງດອກຕີນເປັດ. ປະຈຸບັນ, ຂ້າພະເຈົ້າເຫັນວ່າ ໃຜໆກໍ່ຂີ່ລົດຖີບ ແລະ ຮ້ານຂາຍລົດຖີບກໍ່ມີຫຼາຍກ່ວາ
        ໃນຊຸມວັນທ້າຍອາທິດ, ຮ່າໂນ້ຍ ເບິ່ງຄືວ່າເພີ່ມລັກສະນະເພິ່ນຈິດ. ມີຄົນໄປຂີ່ລົດຖີບຢູ່ຕາມຖະໜົນຫົນທາງ ຊົມທິວທັດທຳມະຊາດຫຼາຍກ່ວາ. ເຂົາເຈົ້າໄປຂີ່ລົດຖີບລ້ວນແຕ່ມີຈຸດປະສົງ, ເປົ້າໝາຍ, ເຫດຜົນທີ່ແຕກຕ່າງກັນ, ແຕ່ວ່າ ບັນດາຜູ້ທີ່ມັກຮັກການຂີ່ລົດຖີບຢູ່ຮ່າໂນ້ຍ ໄດ້ສ້າງເປັນຂະບວນການ, ຈຸດຄວາມງາມໃໝ່ໃຫ້ແກ່ນະຄອນຫຼວງ.
 (ແຫຼ່ງຄັດຈາກ VOV)

top