ຂ່າວສານ

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ວັນທີ 19 ກໍລະກົດ ແມ່ນຄົບຮອບ 1 ປີແຫ່ງວັນເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ໄລຍະຜ່ານມາ, ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ສະມາຊິກພັກ ຍັງມີຄວາມອາໄລອາວອນ, ເຄົາລົບນັບຖືການນຳຜູ້ດີເລີດຂອງພັກຄອມມູນິດ ຫວຽດນາມ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງປະເທດຊາດ.
  ່ທ່ານມື້ລາງລຂາທິການໃຫຍ່ ຫງວຽນຝູຈ້ອງ  

ເນື່ອງໃນໂອກາດນີ້, ເອື້ອຍ ຫງວຽນທິມິງທູ, ຢູ່ຕາແສງ ຮາຍບ່າຈຶງ ແລະ ທ່ານ ຫງວຽນວັນຍາ ນັກຮົບເກົ່າຢູ່ຕາແສງ ເຕີຍໂຮ່, ຮ່າໂນ້ຍ ໄດ້ເດີນທາງມາບ້ານ ລ້າຍດ່າ, ຕາແສງ ດົງແອັງ, ນະຄອນ ຮ່າໂນ້ຍ ເພື່ອຈູດທູບໃຕ້ທຽນອາໄລຫາດວງວິນຍານຂອງເພິ່ນ, ເຂົາເຈົ້າແບ່ງປັນວ່າ:

“ກໍຄືກັນກັບປະຊາຊົນ ຫວຽດນາມ ຫຼາຍຄົນ, ຂ້າພະເຈົ້າຍາມໃດກໍສະແດງຄວາມຮູ້ບຸນຄຸນຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ເຖິງວ່າ ຄ້າງຄາກັບວຽກງານກໍຕາມ, ແຕ່ມື້ນີ້ ຂ້າພະເຈົ້າຍັງຍາດເວລາ ມາຈູດທູບໃຕ້ທຽນອາໄລຫາເພິ່ນ.”

“ປີນີ້, ຂ້າພະເຈົ້າອາຍຸ 85 ປີແລ້ວ ແລະ ອາຍຸການພັກແມ່ນ 60 ປີ. ຂ້າພະເຈົ້າມາຈູດທູບໃຕ້ທຽນອາໄລຫາເພິ່ນ ແລະ ປາດຖະໜາວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະອຸປະຖຳຄ້ຳຊູໃຫ້ປະເທດ ຫວຽດນາມ ເຂັ້ມແຂງ, ປະຊາຊົນຮັ່ງມີ, ສັງຄົມຍຸຕິທຳສິວິໄລ. ນັ້ນແມ່ນຄວາມຄາດຫວັງຂອງທົ່ວປວງຊົນ”.

ໃນຕະຫຼອດວິວັດທະນາການຊີ້ນຳນຳພາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍເອົາໃຈໃສ່ເຖິງວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:

“ເກືອບ 60 ປີແຫ່ງການເຄື່ອນໄຫວປະຕິວັດ ດ້ວຍຄວາມສຸດຈິດສຸດໃຈຢ່າງໝັ້ນໜຽວ, ທ່ານສຈ.ປອ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ດ້ວຍຄວາມຮູ້ຮອບຕົວຢ່າງເລິກເຊິ່ງ, ສະຫຼາດຫຼັກແຫຼມ ໄດ້ສ້າງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບລະບົບແນວຄິດ ແລະ ທິດສະດີອັນລ້ຳຄ່າ ກ່ຽວກັບເສັ້ນທາງປະຕິວັດ ຫວຽດນາມ ໃນຍຸກສະໄໝໃໝ່. ຢຶດໝັ້ນ, ໝູນໃຊ້ລັດທິ ມາກ - ເລນິນ, ແນວຄິດປະທານ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ, ດ້ວຍເປົ້າໝາຍເອກະລາດຊົນຊາດ ແລະ ສັງຄົມນິຍົມ, ນັກແນວຄິດ ຫງວຽນຝູຈ້ອງ, ຄັນທຸງທິດສະດີຂອງພັກ ໄດ້ເຮັດແຈ້ງທິດສະດີກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ, ກ່ຽວກັບບົດບາດຂອງພັກຄອມມູນິດ, ກ່ຽວກັບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ….”


top