ຂ່າວສານ

ຂີດໝາຍ​ໃໝ່​ຂອງ ຫວຽດ​ນາມ​ໃນ​ການ​ຮ່ວມ​ມື​ທາງ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ

ກອງປະຊຸມບັນດາປະເທດສະມາຊິກ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລຄັ້ງທີ 35 (SPLOS 35) ຫາກໍ່ດຳເນີນຢູ່ສຳນັກງານ ຂອງ ສປຊ ຢູ່ນິວຢອກ, ອາເມລິກາ (ວັນທີ 23 – 26 ມີຖຸນາ) ດ້ວຍການເຂົ້າຮ່ວມຂອງ 170 ປະເທດສະມາຊິກ. ກອງປະຊຸມຄັ້ງນີ້ ສ້າງຂີດໝາຍໃໝ່ຂອງ ຫວຽດນາມໃນການຮ່ວມມືທາງທະເລ ແລະ ມະຫາສະໝຸດດ້ວຍເລື່ອງເປັນຄັ້ງທຳອິດ ຜູ້ຕາງໜ້າ ຫວຽດນາມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານກອງປະຊຸມ.
ກອງປະຊຸມບັນດາປະເທດສະມາຊິກ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລຄັ້ງທີ 35 (ພາບ: VOV)

ນີ້ແມ່ນຄັ້ງທຳອິດ ຫວຽດນາມ ຮັບດຳລົງຕຳແໜ່ງປະທານ SPLOS ນັບແຕ່ເວລາກາຍເປັນສະມາຊິກຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປິ 1994 ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ບັນດາຄວາມມານະພະຍາຍາມນຳໜ້າຂອງ ຫວຽດນາມ ໃນການປະຕິບັດ, ປັບປຸງຄຸນຄ່າລວມຂອງ UNCLOS, ກໍ່ຄືບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມໃຫ້ແກ່ວຽກງານລວມຂອງ ສປຊ.

ຫວຽດນາມ ຍາມໃດກໍ່ເຊີດຊູ UNCLOS 1982

ກ່ວາ 30 ປີນັບແຕ່ເວລາສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ມີຜົນບັງຄັບໃຊ້, ເອກະສານສະບັບນີ້ຍັງໄດ້ຮັບຖືວ່າແມ່ນລັດຖະທຳມະນູນວ່າດ້ວຍທະເລ ແລະມະຫາສະໝຸດ, ແມ່ນພື້ນຖານເພື່ອໃຫ້ບັນດາປະເທດແກ້ໄຂບັນດາຄວາມຂັດແຍ້ງກັນທາງທະເລ ພ້ອມກັນແກ້ໄຂຫຼາຍບັນຫາທີ່ກ່ຽວຂ້ອງເຖິງການຂຸດຄົ້ນຊັບພະຍາກອນທາງທະເລ.

 UNCLOS 1982 ມີຄວາມໝາຍສຳລັບທຸກໆປະເທດ, ນັບທັງບັນດາປະເທດທີ່ມີທະເລ ຫຼື ບໍ່ມີທະເລ. ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ, ປະທານກອງປະຊຸມ SPLOS 35ເນັ້ນໜັກວ່າ:

ການກຳເນີດຂອງສົນທິສັນຍາ ກ່ຽວກັບກົດໝາຍວ່າດ້ວຍທະເລ ສ້າງບັນດາຂໍ້ກຳນົດຢ່າງຮອບດ້ານ ແລະ ເຖິງຖອງກ່ຽວກັບສິດໄດ້ຊົມໃຊ້ເຂດທະເລ ແລະ ວາງອອກບັນດາພື້ນຖານເພື່ອກຳນົດບັນດາເຂດທະເລ ແລະ ເປັນຂໍ້ອ້າງອີງເພື່ອໃຫ້ບັນດາປະເທດນຳໃຊ້ໃນການກຳນົດສິດອະທິປະໄຕ ແລະ ສິດອຳນາດສານສຳລັບບັນດາເຂດທະເລ. UNCLOS ກໍ່ພ້ອມກັນກຳນົດບັນດາກົນໄກແກ້ໄຂບັນດາຄວາມຂັດແຍ້ງກັນແບບບັງຄັບ ເພື່ອແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ກໍ່ຄືການຂັດແຍ້ງກັນເກີດຂຶ້ນລະຫວ່າງບັນດາປະເທດທີ່ກ່ຽວຂ້ອງເຖິງການອະທິບາຍ ແລະ ນຳໃຊ້ສົນທິສັນຍາ.

ໃນຊຸມປີຜ່ານມາ, ຫວຽດນາມ ຍາມໃດກໍ່ຖື UNCLOS 1982 ແມ່ນພື້ນຖານສຳຄັນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືທາງທະເລ. ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການແກ້ໄຂບັນດາບັນຫາໃນການແບ່ງກຳນົດທະເລກັບບັນດາປະເທດບ້ານໃກ້ເຮືອນຄຽງ. ທ່ານພັນໂທ ຮ່າຕວັກແອັງ, ກອງບັນຊາການຕຳຫຼວດທະເລ ຫວຽດນາມ ຢັ້ງຢືນວ່າ:

ບົນພື້ນຖານກຳນົດຂອງ UNCLOS, ລັດຖະທຳມະນູນ ແລະ ກົດໝາຍ ຫວຽດນາມ, ບັນດາສົນທິສັນຍາຈຳແຍກທະເລລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງໄດ້ຮັບການເຈລະຈາ, ປະກອບສ່ວນຊຸກຍູ້ການພົວພັນສັນຕິພາບ, ມີສະຖຽນລະພາບ ແລະ ພັດທະນາລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.

ຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າເຂົ້າບັນດາການເຄື່ອນໄຫວໃນຂອບເຂດບັນດາກົນໄກສ້າງຕາມສົນທິສັນຍາ. ພ້ອມທັງ, ມີນັກຊ່ຽວຊານຂອງ ຫວຽດນາມຫຼາຍທ່ານມີບົດຮຽນປະສົບການ ແລະ ລະດັບດ້ານວິຊາການສູງຕັ້ງໜ້າຕອບສະໜອງ, ເຂົ້າຮ່ວມບັນດາກົນໄກທີ່ໄດ້ສ້າງຕັ້ງໃນຂອບເຂດ UNCLOS.

ເປັນເຈົ້າການປະຕິບັດ UNCLOS ໃຫ້ເປັນຢ່າງດີກ່ວາ, ປະກອບສ່ວນປົກປ້ອງ ແລະ ຂຸດຄົ້ນມະຫາສະໝຸດແບບຍືນຍົງ

ໃນສະພາບການທະເລ ແລະ ມະຫາສະໝຸດພວມປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ, ແມ່ນປະທານກອງປະຊຸມ SPLOS 35, ຫວຽດນາມ ສືບຕໍ່ເຊີດຊູຄຸນຄ່າຂອງ UNCLOS 1982, ຮຽກຮ້ອງບັນດາປະເທດຮ່ວມແຮງຮ່ວມໃຈປົກປ້ອງລັກສະນະຄົບຖ້ວນຂອງ ສົນທິສັນຍາ.

ຫວຽດນາມ ຖືວ່າສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ຄວາມຍືນຍົງຂອງ ສະພາບແວດລ້ອມທາງທະເລອີງຕາມເລື່ອງບັນດາປະເທດປະຕິບັດຕາມບັນດາພັນທະຂອງ ສົນທິສັນຍາຢ່າງຄົບຖ້ວນ. ພິເສດ, ກ່ຽວກັບທະເລຕາເວັນອອກ, ຫວຽດນາມ ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງກຳນົດບັນດາເຂດທະເລເໝາະສົມກັບສົນທິສັນຍາ, ພ້ອມກັນສູ້ຊົນເພື່ອສັນຕີພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາຂອງພາກພື້ນ. ທ່ານປ.ອ, ນາງ ຫງວຽນທິລານເຮືອງ ຜູ້ອຳວຍການສູນກົດໝາຍສາກົນ, ສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງປະເທດ ຫວຽດນາມ ຖືວ່າ:

ບັນດາປະເທດແຄມທະເລນຳໃຊ້ກົດໝາຍເພື່ອເພີ່ມເຕີມໃຫ້ຖະແຫຼງການໃນການເດີນເຮືອຂອງຕົນ, ແຕ່ຕ້ອງອະທິບາຍ ແລະ ນຳໃຊ້ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ຢ່າງມີເຈດຕະນະດີ, ຍ້ອນວ່າ ນີ້ແມ່ນສົນທິສັນຍາສາກົນສຳຄັນ.

ພາຍໃຕ້ການເປັນປະທານຂອງທ່ານປະທານ ຫງວຽນມິງຫວູ, ກອງປະຊຸມ SPLOS 35 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ບໍ່ພຽງແຕ່ເຊີດຊູລັດທິຫຼາຍຝ່າຍບົນຈິດໃຈຮ່ວມມື ແລະ ສ້າງສັນເທົ່ານັ້ນ, SPLOS 35  ຍັງປັບປຸງບົດບາດ, ພະລັງຊີວິດ ຂອງ UNCLOS 1982 ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍທາງທະເລ, ອະນຸລັກຮັກສາ ແລະ ນຳໃຊ້ບັນດາແຫຼ່ງປະໂຫຍດຈາກທະເລແບບຍືນຍົງ. ເລື່ອງ ເປັນຄັ້ງທຳອິດ, ຫວຽດນາມ ດຳລົງຕຳແໜ່ງເປັນປະທານກອງປະຊຸມປະຈຳປີສຳຄັນທີ່ສຸດກ່ຽວກັບການປະຕິບັດ UNCLOS 1982  ແມ່ນຂີດໝາຍໃໝ່ໃນວິວັດການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຊຸກຍູ້ການປະຕິບັດສົນທິສັນຍາ ແລະ ການຄຸ້ມຄອງມະຫາສະໝຸດທົ່ວໂລກ.  


top