ຂ່າວສານ

ຂີດໝາຍໃນວິວັດແຫ່ງການກໍ່ສ້າງ, ປັບປຸງພັກ

      ໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມແມ່ນສະຫຼຸບ, ຕີລາຄາ 5 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ.
ກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII
(ພາບ: TTXVN)
      ກອງປະຊຸມຄັ້ງທີ 4, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ຖືກໄຂຂຶ້ນໃນຕອນເຊົ້າວັນທີ 04 ຕຸລາ, ຢູ່ຮ່າໂນ້ຍ. ໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມແມ່ນສະຫຼຸບ, ຕີລາຄາ 5 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນໃຫ້ຖອຍໄປ. ກອງປະຊຸມກໍ່ປຶກສາຫາລືບັນດາມາດຕະການທີ່ແຂງແຮງເພື່ອສືບຕໍ່ປະຕິບັດມະຕິໃນໄລຍະຈະມາເຖິງ.
ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ໄດ້ເລືອກເອົາບັນຫາ, ຕີລາຄາຖືກຕ້ອງສະພາບການ, ເສີມຂະຫຍາຍກຳລັງແຮງສັງຄົມຂອງທັງລະບົບການເມືອງ, ຂອງປະຊາຊົນ ໃນການປະຕິບັດບັນດາມາດຕະການແກ້ໄຂເພື່ອສະກັດກັ້ນ, ຍູ້ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຢ່າງຄົບຊຸດ ແລະ ມີປະສິດທິຜົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ.
ລັກສະນະບຸກທະລຸໃນພຶດຕິກຳຕົວຈິງ
        ເລື່ອງປະກາດໃຊ້, ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII “ກ່ຽວກັບການສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນໃຫ້ຖອຍໄປ” ແມ່ນຂີດໝາຍໃຫຍ່, ສະແດງໃຫ້ເຫັນແນວຄິດ ແລະ ຄວາມຕັດສິນໃຈຂອງພັກກອມມູນິດຫວຽດນາມ ໃນການປະຕິບັດພາລະກິດແຫ່ງການກໍ່ສ້າງ, ປັບປຸງພັກ. ພາຍຫຼັງໄລຍະ 5 ປີ (2016-2021) ຜັນຂະຫຍາຍປະຕິບັດ, ພ້ອມກັບໝາກຜົນ ແລະ ການຫັນປ່ຽນຢ່າງແຮງ, ມີລັກສະນະບຸກທະລຸໃນພຶດຕິກຳຕົວຈິງ.
        ມະຕິແມ່ນການສືບທອດບັນດາສິ່ງທ້າທາຍທີ່ໄດ້ວາງອອກໃນກອງປະຊຸມໃຫຍ່, ກອງປະຊຸມສູນກາງພັກສະໄໝຕ່າງໆເມືອກ່ອນນີ້, ແຕ່ມີການພັດທະນາກະໂດດຂັ້ນ ເມື່ອກຳນົດແຈ້ງ 27 ປະກົດການທີ່ເຊື່ອມໂຊມກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ ປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ”. ມະຕິໄດ້ເນັ້ນໜັກເປັນພິເສດເຖິງຜົນຮ້າຍຍາກທີ່ຈະຄາດຄະເນໄດ້ຂອງບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຂອງພະນັກງານ, ສະມາຊິກພັກ, ພ້ອມກັນນັ້ນກໍ່ຊີ້ແຈ້ງເລື່ອງຕ້ອງຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນມິງຕ້ວນ, ອະດີດຫົວໜ້າສະຖາບັນກໍ່ສ້າງພັກ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຕີລາຄາວ່າ:
        “ເລື່ອງຕຳໜິຕິຊົມໄດ້ຢູ່ໃນລະດັບສູງກວ່າ, ໝາຍຄວາມວ່າ ການຕິຊົມແມ່ນເລື່ອງສະດຸງໄວ້. ນີ້ແມ່ນໂອກາດເຊິ່ງມີລາຍລະອຽດຫຼາຍຢ່າງ, ບັນດາປະກົດການຈະແຈ້ງ. ເມື່ອເພິງຕົນເອງກັບ 72 ຈຸດນັ້ນ ເຫັນວ່າມີບາງເທື່ອກໍ່ຕື່ນຕົກໃຈ, ບໍ່ທຸ່ມທ່ຽງ, ຂາດຄວາມໝັ້ນໃຈບໍ່? ໃນຫົວໜ່ວຍ, ການຕິຊົມ, ຕິຊົມດ້ວຍຕົນເອງ ກ່ຽວກັບບັນດາຄວາມຮັບຮູ້ທີ່ຜິດພາດ.”
        ສຳລັບມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII, ບັນດາບັນຫາຮີບດ່ວນຂອງວຽກງານກໍ່ສ້າງພັກ ສ້າງລະບອບລະບຽບການໄດ້ປະຕິບັດໃຫ້ສົມບູນແບບ. ບໍ່ມີອາຍຸການໃດທີ່ສູນກາງພັກໄດ້ປະກາດຂໍ້ກຳນົດໃໝ່ຫຼາຍສະບັບ ແລະ ມີຫຼາຍຂັ້ນຕອນໃນວຽກງານພະນັກງານຄືແນວນີ້. ສິ່ງທີ່ໜ້າສົນໃຈ, ເພື່ອກະກຽມໃຫ້ແກ່ວຽກງານບຸກຄະລາກອນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກົມການເມືອງໄດ້ປະກາດໃຊ້ຂໍ້ກຳນົດ 205 ກ່ຽວກັບການຄວບຄຸມສິດໃນວຽກງານພະນັກງານ. ທ່ານ ຮ່ວາງຈ້ອງຮືງ, ຫົວໜ້າໜ່ວຍບັນນາທິການແຜນຮ່າງຄວບຄຸມສິດອຳນາດໃນວຽກງານພະນັກງານ ແລະ ຕ້ານການແລ່ນເອົາຊັ້ນເອົາຂັ້ນ, ຄະນະຈັດຕັ້ງສູນກາງພັກ, ຢືນຢັນວ່າ:
        “ເປັນຄັ້ງທຳອິດມີເອກະສານຍົກໃຫ້ເຫັນລະອຽດກ່ຽວກັບການກະທຳ, ການສັງເກດແຈ້ງການແລ່ນເອົາຊັ້ນເອົາຂັ້ນແມ່ນຄືນແນວໃດ, ການປົກປິດ, ສົມຮູ້ຮ່ວມຄິດແມ່ນຄືແນວໃດ. ກຳນົດຢ່າງຈະແຈ້ງການກະທຳນີ້ໄດ້ຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່, ອົງການມີສິດອຳນາດອີງໃສ່ການກະທຳເພື່ອປັບໄໝລົງໂທດ. ພ້ອມກັນນັ້ນ ກໍ່ໄດ້ຊວ່ຍໃຫ້ປະຊາຊົນ, ບັນດາໝູ່ຄະນະລາຍງານຕໍ່ຂັ້ນມີສິດອຳນາດ ແລະ ປັບໄໝ. ຂໍ້ກຳນົດດັ່ງກ່າວຕິດພັນກັບການກໍ່ສ້າງພັກ ກ່ຽວກັບຄຸນສົມບັດ ແລະ ປະຕິບັດການເປັນແບບຢ່າງ, ຍົກສູງລັກສະນະຕື່ນຕົວ, ໜ້າທີ່ຄວາມຮັບຜິດຊອບເປັນແບບຢ່າງຂອງສະມາຊິກພັກ”.
ຫາງສຽງຊົມເຊີຍ
        ສະພາບຕົວຈິງໄດ້ພິສູດໃຫ້ເຫັນວ່າ, ບໍ່ພຽງແຕ່ຂັ້ນສູນກາງເທົ່ານັ້ນ, ຫາກຍັງຢູ່ໃນອົງຄະນະພັກຂັ້ນແຂວງ, ນະຄອນ ຕະຫຼອດຮອດຂັ້ນຮາກຖານ, ເລື່ອງປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ໄດ້ດຳເນີນໄປຢ່າງເຂັ້ມງວດ, ຂ້ຽວຂາດ, ມີແບບມີແຜນ, ເປັນເອກະພາບ; ໂດຍສະເພາະແມ່ນເລື່ອງສັງເກດ, ຕໍ່ສູ້ກັບພະນັກງານ, ສະມາຊິກພັກເສື່ອມທາດຂາດຄຸນຈຳນວນບໍ່ນ້ອຍ ໄດ້ກາຍເປັນວຽກງານປະຈຳ, ຄວາມຕັດສິນໃຈຂອງທັງລະບົບການເມືອງຜ່ານຕົວຈິງ. ປະຊາຊົນນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈເຂົ້າໃນວຽກງານຕ້ານການສ້ໍລາດບັງຫຼວງ “ບໍ່ມີເຂດຫ້າມ, ບໍ່ມີຍົກເວັ້ນ”. ມີພະນັກງານ, ສະມາຊິກພັກລະເມີດຍັງຖືກປັບໄໝລົງໂທດເຖິງວ່າໄດ້ຍ້າຍວຽກງານ ຫຼື ພັກບຳນານແລ້ວ.
        ອາດເຫັນໄດ້ວ່າ, ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ໄດ້ວາງອອກບັນຫາ ພັກເບິ່ງຕົນເອງ, ປັບປຸງຕົນເອງ ຕໍ່ບັນດາຄວາມສ່ຽງເປັນຕາຍຂອງພັກ, ຂອງປະເທດຊາດ. ບັນດາຂີດໝາຍຈາກມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ໄດ້, ພວມ ແລະ ຈະສ້າງກຳລັງໜູນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານສະມາຊິກພັກ ແລະ ປະຊາຊົນທີ່ມີຕໍ່ໃນພາລະກິດແຫ່ງການກໍ່ສ້າງ ແລະ ປັບປຸງພັກຕື່ມອີກ.
 (ແຫຼ່ງຄັດຈາກ VOV)
 



top