ຂ່າວສານ

ຂີດໝາຍລາຍການສະແດງສິລະປະສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ

ລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ໂຄງຮ່າງວັດທະນະທຳ ຫວຽດນາມ - ບັນດາຂີດໝາຍປະຫວັດສາດ” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 28 ກຸມພາ, ຢູ່ ຮ່າໂນ້ຍ
  ລາຍການສະແດງສິລະປະ (ພາບ: baodantoc.vn)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງ “ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ” (1943-2023), ລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ໂຄງຮ່າງວັດທະນະທຳ ຫວຽດນາມ - ບັນດາຂີດໝາຍປະຫວັດສາດ” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 28 ກຸມພາ, ຢູ່ ຮ່າໂນ້ຍ, ໄດ້ນຳມາເຊິ່ງຄວາມປະທັບໃຈໃຫ້ແກ່ມວນຊົນ. ນັກຮ້ອງຍິງ ທູອານ, ຜູ້ຮັບລາງວັນທີ 1 ເພງພື້ນເມືອງ ຊາວມາຍ 2022, ແບ່ງປັນວ່າ.

“ເມື່ອເຂົ້າຮ່ວມລາຍການນີ້, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈ, ຕື້ນຕັນໃຈ ແລະ ມີຄວາມຜາສຸກ ເມື່ອໄດ້ຂັບຮ້ອງເພື່ອແຜ່ກະຈາຍຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ຫວຽດນາມ ມາໃຫ້ທຸກໆຄົນ”.

ໃນລາຍການນີ້, ຜູ້ຊົມບໍ່ພຽງແຕ່ໄດ້ຮັບຊົມບັນດາລາຍການສະແດງທີ່ເປັນເອກະລັກສະເພາະ, ປະທັບໃຈຂອງບັນດານັກສິລະປະກອນເທົ່ານັ້ນ, ຫາກຍັງໄດ້ຮັບຟັງການແນະນຳໂດຍຫຍໍ້ວິວັດການ 80 ປີແຫ່ງວັນພັດທະນາວັດທະນະທຳຂອງ ຫວຽດນາມ ຜ່ານໄລຍະຕ່າງໆອີກດ້ວຍ.


top