ຂ່າວສານ

ຂີດໝາຍປະຫວັດສາດ ໃນໄລຍະທາງສ້າງສາປະເທດຊາດ ໃຫຍ່ໂຕເຂັ້ມແຂງ, ສວຍງາມກ່ວາ

ກ່ອນນີ້ 48 ປີເຕັມ, ວັນທີ 30 ເມສາ 1975 ໄດ້ເປີດສັງກາດສັນຕິພາບໃນປະຫວັດສາດຂອງຊາດ ຫວຽດນມ ເມື່ອປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ເປັນຜືນແຜ່ນດິນອັັນໜຶ່ງດຽວ.
ລົດຕັງໄດ້ປຸກເຂົ້າ ທຳນຽບເອກະລາດ ໃນຕອນທ່ຽງວັນທີ 30 ເມສາ 1975 (ພາບ: TTXVN)

ນັບແຕ່ນີ້, ເປັນຕົ້ນໄປປະຊາຊົນ ຫວຽດນາມ ໄດ້ເລີ່ມດຳເນີນການສ້າງສາ, ພັດທະນາປະເທດຊາດ ເພື່ອໃຫ້ ຫວຽດນາມ ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ສວຍງາມກ່ວາ.

          ສຳລັບປະຊາຊົນ ຫວຽດນາມ, ວັນທີ 30 ເມສາ 1975 ແມ່ນວັນສຳຄັນຍິ່ງ. ນັ້ນແມ່ນວັນສັນຕິພາບກັບຄືນມາ, ແມ່ນວັນ ພາກເໜືອ - ພາກໃຕ້ ໄດ້ໂຮມເຂົ້າກັນ, ເສັ້ນຂະໜານທີ 17 ທີ່ຕັດແຍກເປັນ 2 ພາກເໜືອ - ໃຕ້ ພຽງແຕ່ແມ່ນຫຼັກຖານປະຫວັດສາດຂອງໄລຍະເວລາໜຶ່ງເທົ່ານັ້ນ...

ເປີດສັງກາດຂອງສັນຕິພາບ ແລະ ການພັດທະນາ

        ສັນຕິພາບ, ໂຮມປະເທດຊາດເປັນເອກະພາບ, ເອກະລາດ ແລະ ວັດທະນາຖາວອນ ແມ່ນເປົ້າໝາຍເຊິ່ງທຸກໆປະເທດ, ທຸກຊົນຊາດມຸ່ງໄປເຖິງ, ແລະຫວຽດນາມ ກໍ່ເຊັ່ນດຽວກັນ.

        ປະຫວັດສາດຂອງຊາດ ຫວຽດນາມ ໄດ້ສ້າງຂີດໝາຍຫຼາຍໄລຍະທາງແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຂອງຫຼາຍລຸ້ນຄົນ. ໃນຕະຫຼອດໄລຍະປະຫວັດສາດນັ້ນ, ຄວາມມຸ່ງຫວັງໂຮມປະເທດຊາດເປັນເອກະພາບ ຍາມໃດກໍ່ປະກົດຂຶ້ນ ແລະ ໄດ້ປະກົດຜົນເປັນຈິງພາຍຫຼັງຈຸດເວລາແຫ່ງປະຫວັດສາດ ຄືວັນທີ 30 ເມສາ 1975.

ນັບແຕ່ຈຸດເວລານັ້ນ, ປະຊາຊົນ ຫວຽດນາມ ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອໃຫ້ປະເທດຊາດບັນລຸໄດ້ການພັດທະນາທີ່ມະຫັດສະຈັນ, ພິເສດແມ່ນໃນໄລຍະ 37 ປີແຫ່ງການປ່ຽນແປງໃໝ່ (ແຕ່ປີ 1986). ໃນຫຼາຍປີຢ່າງລຽນຕິດ, ພື້ນຖານເສດຖະກິດ ຫວຽດນາມ ມີລະດັບການເຕີບໂຕກ່ວາ 7%, ກາຍເປັນພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕຢູ່ໃນກຸ່ມແຖວໜ້າຂອງໂລກ. ການປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ປະຕິບັດບັນດາບາດກ້າວກະໂດດຂັ້ນຍຸດທະສາດໄດ້ສຸມໃສ່ປະຕິບັດ. ທ່ານນາງ ປອ Irina Korgun, ຜູ້ອຳນວຍການໃຫຍ່ສູນຍຸດທະສາດ ລັດເຊຍ ປະຈຳ ອາຊີ, ໄດ້ໃຫ້ຂໍ້ສັງເກດວ່າ:

“ຫວຽດນາມ ພວມສືບຕໍ່ເດີນຕາມເສັ້ນທາງຫັນເປັນອຸດສາຫະກຳ. ພວກຂ້າພະເຈົ້າເຫັນວ່າ ຫວຽດນາມ ພວມພັດທະນາໃນຫຼາຍຂົງເຂດອຸດສາຫະກຳສະເພາະຂະແໜງ, ເລີ່ມຈາກບັນດາໂຮງງານປະກອບເຄື່ອງຈັກແບບງ່າຍດາຍທີ່ສຸດ ຕະຫຼອດຮອດສິນຄ້າອຸດສາຫະກຳທີ່ສັບສົນ. ພວກຂ້າພະເຈົ້າເຫັນໄດ້ການພັດທະນາມຸ່ງໄປເຖິງບັນດາຂະແໜງອຸດສາຫະກຳສຳຄັນ ເພື່ອສ້າງໂຄງປະກອບສັງລວມຂອງພື້ນຖານເສດຖະກິດ”.

ໃນຂົງເຂດຮັບປະກັນຊີວິດສັງຄົມ, ໂດຍແມ່ນໜຶ່ງໃນຈຳນວນສິບໆປະເທດທີ່ມີລະດັບລາຍຮັບສະເລ່ຍໃສ່ຫົວຄົນຕ່ຳທີ່ສຸດໃນໂລກ, ຫວຽດນາມ ໄດ້ບືນຕົວຂຶ້ນ ນອນໃນກຸ່ມບັນດາປະເທດພວມພັດທະນາທີ່ມີລາຍຮັບສະເລ່ຍໃສ່ຫົວຄົນຕ່ຳ. ຖ້າຫາກປີ 1988, ລາຍຮັບສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ບັນລຸພຽງ 86 ໂດລາສະຫະລັດ/ຄົນ/ປີ, ພາຍຫຼັງ 34 ປີ, ໃນປີ 2022, ລະດັບລາຍຮັບສະເລ່ຍໃສ່ຫົວຄົນບັນລຸໄດ້ປະມານ 4.100 ໂດລາສະຫະລັດ ແລະ ສູ້ຊົນບັນລຸ 4.400 ໂດລາສະຫະລັດ ຄືດັ່ງເປົ້າໝາຍທີ່ສະພາແຫ່ງຊາດໄດ້ວາງອອກໃນປີນີ້. ທ່ານ Veeramalla Anjjaiah, ນັກຊ່ຽວຊານຄົ້ນຄ້ວາຂັ້ນສູງຂອງ ສູນຄົ້ນຄ້ວາບັນດາບັນຫາ ອາຊີຕາເວັນອອກສ່ຽງໃຕ້ ຢູ່ ອິນໂດເນເຊຍ, ຕີລາຄາວ່າ:

          “ຫວຽດນາມ ບັນລຸໄດ້ບາງໝາກຜົນທີ່ເປັນໜ້າຮັບຮູ້ ໃນການປົກປ້ອງສິດທິມະນຸດ, ພິເສດແມ່ນໃນການຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ເພື່ອຜົນປະໂຫຍດຂອງປະຊາຊົນ. ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດພໍສົມຄວນ ໃນທຸກໆເປົ້າໝາຍແຫ່ງການພັດທະນາແບບຍືນຍົງ (SDGs) ແລະ ຄະແນນ SDG ໃນທຸກຂົງເຂດແມ່ນ 72,76/100. ນອກຈາກນັ້ນ, ໜຶ່ງໃນບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດແມ່ນພາລະກິດແຫ່ງລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ”.

ຍົກສູງທີ່ຕັ້ງບົດບາດບົນເວທີສາກົນ

ນັບແຕ່ເມື່ອສ້າງສັນຕິພາບຄືນໃໝ່, ພ້ອມກັບການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ, ຫວຽດນາມ ໄດ້ສ້າງ ແລະ ປັບປຸງໂສມໜ້າການພົວພັນຕ່າງປະເທດເປີດກ້ວາງ, ຫັນເປັນຫຼາຍຝ່າຍຢ່າງໝັ້ນແກ່ນ, ຫຼາຍຮູບຫຼາຍແບບ, ສ້າງເງື່ອນໄຂສະດວກໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່. ໃນຂົງເຂດການພົວພັນຕ່າງປະເທດ, ໄລ່ຮອດຕົ້ນປີ 2023 ນີ້, ຫວຽດນາມ ມີການພົວພັນທາງການກັບ 190/193 ປະເທດທີ່ເປັນສະມາຊິກຂອງ ສປຊ; ມີການພົວພັນດ້ານເສດຖະກິດ -ການຄ້າ ແລະ ການລົງທຶນ ກັບ 230 ປະເທດ ແລະ ເຂດແຄ້ວນ. ຢູ່ ຫວຽດນາມ, ມີນັກລົງທຶນທີ່ມາຈາກ 142 ປະເທດ ແລະ ເຂດແຄ້ວນ, ດ້ວຍກ່ວາ 36.400 ໂຄງການ, ຍອດທຶນຈົດທະບຽນບັນລຸກ່ວາ 440 ຕື້ ໂດລາສະຫະລັດ.

ໃນຂົງເຂດຫຼາຍຝ່າຍ, ຫວຽດນາມ ແມ່ນສະມາຊິກຂອງກ່ວາ 70 ອົງການ, ເວທີປາໄສສາກົນສຳຄັນ, ຄື: ສະຫະປະຊາຊາດ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ… ດ້ວຍຜົນສຳເລັດຂອງພາລະກິດແຫ່ງການປ່ຽນແປງໃໝ່ ແລະ ບັນດາການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ, ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງເຂົ້າເປັນສະມາຊິກຂອງຫຼາຍອົງການສຳຄັນໃນ ສປຊ. ເປັນໜ້າສົນໃຈແມ່ນ, ແຕ່ປີ 2014 ມາຮອດປະຈຸບັນ, ກອງທັບປະຊາຊົນ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແລະ ຍາມໃດກໍ່ປະຕິບັດສຳເລັດໜ້າທີ່ອັນສູງສົ່ງນີ້. ຮອດປະຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍນາຍທະຫານກ່ວາ 500 ຄົນຢູ່ບັນດາຄະນະປະຕິບັດງານ ແລະ ສຳນັກງານ ສປຊ, ປະກອບສ່ວນແຜ່ຂະຫຍາຍ, ໂຄສະນາພາບພົດ ຫວຽດນາມ ຮັກຫອມສັນຕິພາບ, ຍາມໃດກໍ່ກຽມພ້ອມປະກອບສ່ວນໃຫ້ພາລະກິດຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງອົງການຫຼາຍຝ່າຍໃຫຍ່ສຸດໃນໂລກນີ້. ເມື່ອຕີລາຄາກ່ຽວກັບການປະກອບສ່ວນຂອງ ຫວຽດນາມ, ທ່ານ Atonio Guteres, ເລຂາທິການໃຫຍ່ ສປຊ  ໃຫ້ຮູ້ວ່າ:

ຍາມໃດ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງຂອງ ສປຊ ນັບແຕ່ເວລາເຂົ້າເປັນສະມາຊິກໃນປີ 1977. ບົດບາດນຳໜ້າຂອງ ຫວຽດນາມ ໃນການບັນລຸໄດ້ບັນດາເປົ້າໝາຍພັດທະນາສະຫັດສະຫວັດ ແມ່ນພື້ນຖານທີ່ໜັກແໜ້ນເພື່ອຊ່ວຍໃຫ້ ຫວຽດນາມ ຜັນຂະຫຍາຍໂຄງການພັດທະນາແບບຍືນຍົງ ປີ 2030. ຫວຽດນາມ ໄດ້ ແລະ ພວມມີບັນດາການປະກອບສ່ວນສຳຄັນໃນການສະໜັບສະໜູນສັນຕິພາບແບບຍືນຍົງ”.

        ບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 48 ປີທີີ່ປະເທດຊາດທ້ອນໂຮມເປັນເອກະພາບ ແມ່ນການພິສູດໃຫ້ເຫັນວ່າ ປະຊາຊົນ ຫວຽດນາມ ພວມ “ສ້າງສາປະເທດທີ່ດີກວ່າ, ສວຍງາມກ່ວາ” ເປັນເທື່ອລະກ້າວ. ຜົນງານນີ້ແມ່ນກຳລັງໜູນເພື່ອໃຫ້ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍສູງກ່ວາ ເພື່ອຮອດປີ 2045, ເມື່ອປະເທດຊາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງ, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ./.


top