ຂ່າວສານ

ຂີດໝາຍທີ່ພົ້ນເດັນຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 52 ສະພາສິດທິມະນຸດສະຫະປະຊາຊາດ

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ນຳໜ້າເຂົ້າຮ່ວມກອງປະຊຸມຄັ້ງທີ 52 ສະພາສິດທິມະນຸດ ໃນຖານະເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025.
  ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ນຳໜ້າເຂົ້າຮ່ວມກອງປະຊຸມຄັ້ງທີ 52 ສະພາສິດທິມະນຸດ (ພາບ: TTXVN)  

ວັນທີ 04 ເມສາ, ຢູ່ສຳນັກງານຫ້ອງການສະຫະປະຊາຊາດ ທີ່ເຊີແນວ, ປະເທດ ສະວິດ, ກອງປະຊຸມສາມັນຄັ້ງທີ 52 ຂອງສະພາສິດທິມະນຸດສະຫະປະຊາຊາດໄດ້ອັດລົງ, ສຳເລັດແຜນການທີ່ໄດ້ວາງອອກນັບແຕ່ເວລາເລີ່ມດຳເນີນກອງປະຊຸມ, ດ້ວຍເລື່ອງຮັບຮອງເອົາມະຕິ 43 ສະບັບ, ໃນນັ້ນມີ ມະຕິສະບັບ 1 ກ່ຽວກັບການສະເຫຼີມສະຫຼອງ 75 ປີຖະແຫຼງການສາກົນກ່ຽວກັບສິດທິມະນຸດ ແລະ 30 ປີແຫ່ງຖະແຫຼງການ ແລະ ໂຄງການເຄື່ອນໄຫວ ວຽນ ໂດຍ ຫວຽດນາມ ສະເໜີ, ຮຽບຮຽງ.

 ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ນຳໜ້າເຂົ້າຮ່ວມກອງປະຊຸມຄັ້ງທີ 52 ສະພາສິດທິມະນຸດ ໃນຖານະເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025. ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປະກອບຄຳເຫັນຢູ່ບັນດາວາລະປຶກສາຫາລື, ການໂອ້ລົມສົນທະນາກ່ຽວກັບການຮັບປະກັນບັນດາສິດລະອຽດ, ຄື: ສິດມີເຮືອນຢູ່; ສິດມີທັນຍາຫານ; ສິດວັດທະນະທຳ; ສິດພັດທະນາ; ສິດທິເດັກ… ໃນບັນດາບົດກ່າວຄຳເຫັນນັ້ນ, ຄະນະ ຫວຽດນາມ ໄດ້ເຊີດຊູແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມມານະພະຍາຍາມ ແລະ ຜົນງານໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ; ຢືນຢັນເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດຂອງປະຊາຊົນ; ເນັ້ນໜັກເຖິງຄວາມຈຳເປັນຕ້ອງແກ້ໄຂສະພາບຂາດສະເໝີພາບລະຫວ່າງຍິງ-ຊາຍ, ປົກປ້ອງຜູ້ມີຄວາມສ່ຽງສູງກວ່າເພີ່ນ; ຮຽກຮ້ອງແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ… ຄຽງຄູ່ກັນນັ້ນ, ຄະນະຜູ້ແທນກໍ່ຕັ້ງໜ້າພົບປະ, ປຶກສາກັບບັນດາຄະນະຜູ້ແທນຂອງປະເທດອື່ນ, ພ້ອມທັງປົກປ້ອງບາງຂໍ້ລິເລີ່ມບົນຈິດໃຈການສົນທະນາ ແລະ ຮ່ວມມື.


top