ຂ່າວສານ

ຂີດໝາຍຂອງຄະນະຜູ້ແທນ ຫວຽດນາມ ທີ່ເວທີປາໄສການເມືອງຂັ້ນສູງ 2018 ຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ

 ສິ້ນສຸດບັນດາວາລະປະຊຸມ, HLS ແລະ HLPF ໄດ້ຮັບຮອງເອົາຖະແຫຼງການຂັ້ນລັດຖະມົນຕີຢັ້ງຢືນເຖິງຄວາມຕັດສິນໃຈຂອງບັນດາປະເທດໃນການປະຕິບັດໂຄງການດຳເນີນງານ 2030


ທ່ານ ຫງວຽນເທ໋ເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະເຂົ້າຮ່ວມດ້ວຍຖານະເປັນສະມາຊິກ ECOSOC

(ພາບ: Danh Lam/TTXVN) 

ແຕ່ວັນທີ 9 – 19 ກໍລະກົດ, ທີ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ ໄດ້ຈັດຕັ້ງວາລະປະຊຸມຂັ້ນສູງ (HLS) ແລະ ເວທີປາໄສການເມືອງຂັ້ນສູງ (HLPF) ຂອງສະພາເສດຖະກິດ ສັງຄົມ (ECOSOC) ສປຊ ດ້ວຍການເຂົ້າຮ່ວມຂອງປະທານສະມັດຊາໃຫຍ່ ສປຊ, ປະທານ ECOSOC, ຮອງເລຂາທິການໃຫຍ່ ສປຊ ແລະ ຜູ້ແທນກ່ວາ 2.500 ທີ່ມາຈາກ 193 ປະເທດສະມາຊິກ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນເທ໋ເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະເຂົ້າຮ່ວມດ້ວຍຖານະເປັນສະມາຊິກ ECOSOC ອາຍຸການ 2016 – 2018, ໄດ້ມີການປະກອບສ່ວນ ແລະ ເປັນຂີດໝາຍເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

        ສິ້ນສຸດບັນດາວາລະປະຊຸມ, HLS ແລະ HLPF ໄດ້ຮັບຮອງເອົາຖະແຫຼງການຂັ້ນລັດຖະມົນຕີ ໂດຍຢັ້ງຢືນເຖິງຄວາມຕັດສິນໃຈຂອງບັນດາປະເທດໃນການປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ຮັບປະກັນບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ເນັ້ນໜັກເຖິງຄວາມຕັດສິນໃຈສ້າງສັງຄົມພັດທະນາແບບຍືນຍົງ ແລະ ຄວາມສ້າງເຂັ້ມແຂງດ້ວຍຕົນເອງ.

        ກ່າວຄຳເຫັນທີ່ HLS, ທ່ານຮອງລັດຖະມົນຕີ ຫງວຽນເທ໋ເຟືອງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດ ໂຄງການດຳເນີນງານ 2030, ສືບຕໍ່ເສີມຂະຫຍາຍກຳລັງພາຍໃນສົມທົບກັບເລື່ອງເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນຢ່າງສຸດຂີດ, ປັບປຸງບັນດາການພົວພັນຄູ່ຮ່ວມມືໃນທົ່ວໂລກ, ຄູ່ຮ່ວມມືທັງພາກລັດ ແລະ ເອກະຊົນ ເພື່ອຊຸກຍູ້ການສ້າງສັງຄົມພັດທະນາແບບຍືນຍົງ ແລະ ຄວາມສ້າງເຂັ້ມແຂງດ້ວຍຕົນເອງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນເທ໋ເຟືອງ ກໍ່ໄດ້ຊີ້ໃຫ້ເຫັນບັນດາສິ່ງທ້າທາຍໃນລະດັບທົ່ວໂລກ, ເນັ້ນໜັກເຖິງການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ຕ້ອງຮັບປະກັນສັນຕິພາບ ແລະ ສະຖຽນລະພາບບົນພື້ນຖານເຄົາລົບກົດໝາຍສາກົນ, ຮຽກຮ້ອງໃຫ້ບັນດາປະເທດມີຄວາມຮັບຜິດຊອບເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ.

(ແຫຼ່ງຄັດຈາກ VOV)



top