ຂ່າວສານ

ຂີດໝາຍການບໍລິຫານລັດຖະບານປີ 2021

ລັດຖະບານ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ບໍລິຫານຢ່າງມີໄຫວພິບ ມີບັນດາຄຳຕັດສິນນະໂຍບາຍໃນໄລຍະຍາວ, ສົ່ງຜົນກະທົບເຖິງພື້ນຖານເສດຖະກິດຢ່າງເລິກເຊິ່ງ.
ທ້າຍເດືອນ ທັນວາ 2021, ມີປະຊາຊົນທີ່ມີອາຍຸ 18 ປີຂຶ້ນໄປໄດ້ສັກວັກຊິນເຂັມທີ 1 ໄດ້ເກືອບ 98%. (ພາບປະກອບ: TTXVN)

ປີ 2021 ແມ່ນປີພິເສດສຳລັບລັດຖະບານ ຫວຽດນາມ. ນີ້ແມ່ນປີທຳອິດຂອງລັດຖະບານ ອາຍຸການ 2021 – 2026 ກໍແມ່ນປີທີ່ໂລກລະບາດໂຄວິດ-19 ດ້ວຍໄວຣັດກາຍພັນ Delta ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງທາງດ້ານເສດຖະກິດ, ສັງຄົມຂອງປະເທດຊາດ. ໃນສະພາບການນັ້ນ, ລັດຖະບານ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ບໍລິຫານຢ່າງມີໄຫວພິບ ມີບັນດາຄຳຕັດສິນນະໂຍບາຍໃນໄລຍະຍາວ, ສົ່ງຜົນກະທົບເຖິງພື້ນຖານເສດຖະກິດຢ່າງເລິກເຊິ່ງ.

        ປີ 2021, ລັດຖະບານມີບັນດາຄຳຕັດສິນ, ລັດຖະນະໂຍບາຍຢ່າງແຮງ ເພື່ອແນໃສ່ປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍປະຊາຊົນ ແລະ ວິສາຫະກິດ, ສ້າງຄວາມສະດວກທຸກແຫຼ່ງກຳລັງລົງທຶນ, ຜະລິດ, ດຳເນີນທຸລະກິດ. ລັດຖະບານ ໄດ້ມີຄວາມມານະພະຍາຍາມຢູ່ໃນລະດັບສູງສຸດເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ.

ບໍລິຫານຢ່າງມີໄຫວພິບ

        ໂລກລະບາດໂຄວິດ-19 ແຜ່ລະບາດຮອບທີ 4 ຢູ່ຫຼາຍທ້ອງຖິ່ນ ດ້ວຍການແຜ່ລະບາດຂອງໄວຣັດກາຍພັນ Delta ເຮັດໃຫ້ ຫວຽດນາມ ຕ້ອງນຳໃຊ້ຫຼາຍມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ບໍ່ເຄີຍມີມາກ່ອນ, ແຮງກວ່າ, ຂ້ຽວຂາດກວ່າເພື່ອປະຕິບັດເປົ້າໝາຍບຸລິມະສິດ ກ່ອນອື່ນໝົດ, ເໜືອກວ່າສິ່ງໃດໝົດແມ່ນຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ. ໃນໄລຍະສັ້ນໆ, ລັດ, ລັດຖະບານ ໄດ້ລະດົມທຸກແຫຼ່ງກຳລັງ, ຕັດສິນໃຈປະຕິບັດຍຸດທະສາດວັກຊິນກັນໂຄວິດ-19 ເພື່ອເປົ້າໝາຍບັນລຸຄວາມຕ້ານທານໃນຊຸມຊົນ ດ້ວຍບັນດາມາດຕະການສ້າງກອງທຶນວັກຊິນ; ຍູ້ແຮງການທູດວັກຊິນ; ຈັດຕັ້ງບັ້ນສັກວັກຊິນໂດຍບໍ່ເສຍຄ່າດ້ວຍຂອບຂະໜາດທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ແລະ ມີໄລຍະບັນລຸລະດັບຄວາມໄວສູງກວ່າລະດັບຄິດສະເລ່ຍຂອງໂລກແມ່ນ 30%. ເພື່ອຮອດທ້າຍເດືອນ ທັນວາ 2021, ມີປະຊາຊົນທີ່ມີອາຍຸ 18 ປີຂຶ້ນໄປໄດ້ສັກວັກຊິນເຂັມທີ 1 ໄດ້ເກືອບ 98% ເພີ່ມຂຶ້ນປະມານ 4 ເທົ່າ, ແລະ ສັກເຂັມທີ 2 ໄດ້ກວ່າ 80%, ເພີ່ມຂຶ້ນທົບ 21 ເທົ່າເມື່ອທຽບໃສ່ທ້າຍເດືອນ ສິງຫາ 2021. ເລື່ອງສັກວັກຊິນໃຫ້ແກ່ຊາວໜຸ່ມເຍົາວະຊົນໃນເກນອາຍຸແຕ່ 12 ຫາ ຕ່ຳກວ່າ 18 ປີ ກໍ່ພວມໄດ້ຮີບເຮັ່ງຜັນຂະຫຍາຍ.

        ກ່ຽວກັບການຮັບປະກັນຊີວິດສັງຄົມ, ລັດຖະບານສຸມໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການ ສືບຕໍ່ສຳຫຼວດກວດກາ, ປະຕິບັດມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອໜູນຊ່ວຍຢ່າງທັນການ, ມີປະສິດທິຜົນ, ແທດຈິງໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນເດັກກຳພ້າຍ້ອນໂລກລະບາດ. ຫວຽດນາມ ໄດ້ປະກາດໃຊ້, ສືບຕໍ່ຜັນຂະຫຍາຍບັນດາບ້ວງເງິນນະໂຍບາຍໃຫຍ່, ປ່ອຍເງິນນັບສິບພັນຕື້ດົ່ງ, ມີປະຊາຊົນນັບສິບລ້ານເທື່ອຄົນໄດ້ຊົມໃຊ້, ເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ປະຕິບັດຕາມທິດຮັບປະກັນຊີວິດສັງຄົມແມ່ນຈຸດສຸມ, ແມ່ນໜ້າທີ່ເປັນປະຈຳ.

        ສິ່ງທີ່ໜ້າສົນໃຈ, ຫວຽດນາມ ໄດ້ຫັນທິດຈາກທິດນຳປອດ COVID ໄປສູ່ການຮ່ວມດຳລົງຊີວິດຢ່າງປອດໄພກັບໂຄວິດ-19. ສິ່ງດັ່ງກ່າວໄດ້ແກ້ໄຂຂໍ້ຕິດຂັດເພື່ອຟື້ນຟູບັນດາຂະແໜງຜະລິດ, ເສດຖະກິດໃຫ້ພັດທະນາ. ມາຮອດປະຈຸບັນ, ໄດ້ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງໃນການຮັບປະກັນຊີວິດສັງຄົມຂອງປະຊາຊົນ, ຟື້ນຟູ ແລະ ສືບຕໍ່ພັດທະນາເສດຖະກິດ-ສັງຄົມ. ທ່ານ Thomas Bo Pederson, ຫົວໜ້າ Mascot ປະຈຳ ຫວຽດນາມ, ສະແດງຄວາມເຫັນວ່າ:

        “ຂ້າພະເຈົ້າຄິດວ່າ ລັດຖະບານ ຫວຽດນາມ ໄດ້ມີການປະຕິບັດເປັນຢ່າງດີ. ເຂົາເຈົ້າບໍ່ພຽງແຕ່ເຮັດຖືກຕ້ອງຕາມສິ່ງທີ່ລັດຖະບານມີຄວາມຮັບຜິດຊອບຈະເຮັດໃນສະພາບການຂອງ ຫວຽດນາມ. ມີສິ່ງຈະແຈ້ງນັ້ນແມ່ນ ລັດຖະບານ ຫວຽດນາມ ໄດ້ກຳນົດບຸລິມະສິດແຖວໜ້າແມ່ນສຸຂະພາບຂອງປະຊາຊົນ. ນັ້ນແມ່ນຫຼັກການພາທາງໃຫ້ທຸກການເຄື່ອນໄຫວຂອງລັດຖະບານ ໃນໄລຍະເກີດໂລກລະບາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າກໍ່ເຫັນວ່າ ລັດຖະບານ ໄດ້ມີຄວາມເຂົ້າໃຈໂດຍໄວວາ ການເຕີບໂຕຂອງເສດຖະກິດແມ່ນສິ່ງສຳຄັນອັນດັບທີ 2”.

ວົງເງິນສົ່ງອອກ-ນຳເຂົ້າປີ 2021 ຂອງ ຫວຽດນາມ ໄດ້ລື່ນກາຍຕົວເລກ 660 ຕື້ USD. (ພາບປະກອບ: congly.vn)

ຮັກສາບັນດາພື້ນຖານຢ່າງໝັ້ນຄົງ

        ໂດຍສັງລວມແລ້ວ, ປີ 2021 ບັນດາເງື່ອນໄຂພື້ນຖານຂອງ ຫວຽດນາມ ຍັງໝັ້ນຄົງເຂັ້ມແຂງ; ການສະສົມເງິນຕາຕ່າງປະເທດເພີ່ມຂຶ້ນສູງ; ໄພເງິນເຟີ້ແມ່ນຍັງຄວບຄຸມໄດ້… ພາຍໃຕ້ການຊີ້ນຳຂອງລັດຖະບານ, ຫວຽດນາມ ໄດ້ນຳໃຊ້ບັນດານະໂຍບາຍເງິນຕາ, ປີການເງິນຢ່າງມີໄຫວພິບ ແລະ ມີປະສິດທິຜົນກວ່າ; ຫັນການສົ່ງອອກເປັນຫຼາຍຮູບຫຼາຍແບບ, ຕອບສະໜອງ ແລະ ຍາດແຍ່ງບັນດາກາລະໂອກາດໃໝ່ຈາກ FTA ໃໝ່. ວົງເງິນສົ່ງອອກ-ນຳເຂົ້າປີ 2021 ຂອງ ຫວຽດນາມ ໄດ້ລື່ນກາຍຕົວເລກ 660 ຕື້ USD, ຄາດວ່າການສົ່ງອອກເກີນດຸນປະມານ 3 ຕື້ USD. ນີ້ແມ່ນຕົວເລກທີ່ໜ້າເອກອ້າງທະນົງໃຈໃນສະພາບໂລກລະບາດໂຄວິດ-19 ທີ່ພວມມີການຜັນແປຢ່າງສັບສົນຄືໃນປະຈຸບັນ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈິ່ນກວກແຄງ, ເນັ້ນໜັກວ່າ:

        “ຜົນສຳເລັດພົ້ນເດັ່ນຂອງ ຫວຽດນາມ ແມ່ນຮັກສາລະດັບການຜະລິດ ແລະ ສົ່ງອອກ. ວຽກງານໃຫຍ່ທີ 2 ເຊິ່ງພວກເຮົາເຮັດໄດ້ນັ້ນແມ່ນ ສຸມທຸກແຫຼ່ງກຳລັງເພື່ອເຮັດແນວໃດໃຫ້ຮັບປະກັນການຈໍລະຈອນສິນຄ້າໃນສະພາບແຍກຫ່າງສັງຄົມ. ສຸດທ້າຍກໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ, ນັ້ນແມ່ນ, ພວກເຮົາຮັກສາຄວາມປອດໄພໃຫ້ທຸກປະຕູສົ່ງອອກຕົ້ນຕໍ”.

        ປີ 2021, ລັດຖະບານ ໄດ້ມານະພະຍາຍາມປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງສູງສຸດ. ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ປີ 2022, ລັດຖະບານ ກຳນົດສືບຕໍ່ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ ດ້ວຍບັນດາມາດຕະການທີ່ເໝາະສົມ ແລະ ມີຄວາມສາມາດເປັນໄປໄດ້.

(ແຫຼ່ງຄັດຈາກ VOV)


top