ຂ່າວສານ

ຂີດໝາຍການທູດຫລາຍຝ່າຍປີ 2020

      ປີ 2020, ໃນຜົນສຳເລັດລວມຂອງການພົວພັນຕ່າງປະເທດຫວຽດນາມ 2020, ຂົງເຂດການທູດຫລາຍຝ່າຍ ໄດ້ສ້າງຂີດໝາຍທີ່ໜ້າປະທັບໃຈ. ໃນບັນດາຄວາມຫຍຸ້ງຍາກ, ຫວຽດນາມ ໄດ້ເປັນເຈົ້າການ, ມີໄຫວພິບ ແລະ ປະດິດຄິດສ້າງ, ຫັນສິ່ງທ້າທາຍກາຍເປັນກາລະໂອກາດ, ນຳທີ່ຕັ້ງຂອງຫວຽດນາມ ສືບຕໍ່ບືນຕົວ ແລະ ພົ້ນເດັ່ນຂຶ້ນຢູ່ເວທີສາກົນ.

ຂີດໝາຍການທູດຫລາຍຝ່າຍປີ 2020 (ພາບ: vietnamnet.vn)
      ປີ 2020 ແມ່ນປີພິເສດທີ່ສຸດ ດ້ວຍຫລາຍການຜັນແປຢ່າງສັບສົນຢູ່ພາກພື້ນ ແລະ ໃນໂລກ. ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ, ການແກ້ງແຍ້ງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ເສດຖະກິດໂລກຕົກເຂົ້າສູ່ວິກິດການຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່…ໃນສະພາບການນັ້ນ, ຫວຽດນາມ ປະຕິບັດຄວາມຮັບຜິດຊອບ “ຄວບຄູ່” ແມ່ນເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຊຶ່ງບັນລຸໄດ້ຜົນງານຫລາຍຢ່າງ, ຊ້ຳບໍ່ໜຳ ໄດ້ສ້າງ ຂີດໝາຍ ແລະ ສ້າງພື້ນຖານສຳຄັນໃຫ້ແກ່ກົນໄກຮ່ວມມືໃນໄລຍະຈະມາເຖິງ.
ຜ່ານຜ່າສະພາບຫຍຸ້ງຍາກ
       ໃນຖານະເປັນປະທານອາຊຽນ, ຫວຽດນາມ ໄດ້ນຳພາ ອາຊຽນ ຜ່ານຜ່າ, ປະຕິບັດສຳເລັດບັນດາເປົ້າໝາຍບຸລິມະສິດຮ່ວມມືທີ່ໄດ້ວາງອອກໃຫ້ປີ 2020. ກິດຈະກຳກໍ່ສ້າງປະຊາຄົມອາຊຽນ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ບັນລຸໄດ້ບາດກ້າວຄືບໜ້າທີ່ດີຢ່າງລະອຽດ. ບັນດາພື້ນຖານເສດຖະກິດມະຫາພາກໄດ້ຮັບການຮັກສາ, ເຊື່ອມຕໍ່, ການຮ່ວມສຳພັນເສດຖະກິດນັບມື້ນັບເລິກເຊິ່ງກ້ວາງຂວາງ, ພົ້ນເດັ່ນຂຶ້ນ ແມ່ນການເຊັນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ສຳເລັດຜົນ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ພາຍໃຕ້ບົດບາດເຈົ້າພາບຂອງຫວຽດນາມ, ສ້າງເຂດການຄ້າເສລີໃຫຍ່ກ່ວາໝູ່ຢູ່ໃນໂລກ. ການຮ່ວມມືໜູນຊ່ວຍຊີວິດສັງຄົມສືບຕໍ່ໄດ້ຮັບປະກັນ. ການພົວພັນຕ່າງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກ່ວາ. ພາຍໃຕ້ການນຳພາຂອງຫວຽດນາມ, ອາຊຽນ ມີໄຫວພິບ ແລະ ເປັນເຈົ້າການຢ່າງແທ້ຈິງ, ຮັບມືກັບການຜັນແປຂອງຍຸກສະໄໝ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນມິງຫວູ ຢືນຢັນວ່າ:
        “ກ່ຽວກັບການຈັດຕັ້ງ, ພວກເຮົາໄດ້ຮັບມືກັບໂລກລະບາດໂຄວິດ-19 ໃນສະພາບແຍກຫ່າງໃນສັງຄົມຢ່າງວ່ອງໄວ.ບັນດາກອງປະຊຸມທັງໝົດ ເຊິ່ງພວກເຮົາໄດ້ວາງອອກ ລ້ວນແຕ່ປະຕິບັດສຳເລັດ, ບໍ່ຂາດວັກຂາດຕອນ. ກ່ຽວກັບເນື້ອໃນ, ພວກເຮົາໄດ້ມີການປະກອບສ່ວນຢ່າງແທດຈິງທີ່ສຸດ, ບັນດາແນວຄວາມຄິດ, ຂໍ້ລິເລີ່ມຂອງຫວຽດນາມ ໄດ້ກາຍເປັນແນວຄວາມຄິດ, ຂໍ້ລິເລີ່ມຂອງອາຊຽນ.
        ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເຊິ່ງ ຫວຽດນາມ ໄດ້ເລືອກແມ່ນຖືກຕ້ອງກັບສະຖານະການການເມືອງປີ 2020, ນຳມາເຊິ່ງບັນດາໝາກຜົນລະອຽດ. ຫວຽດນາມ ກຳແໜ້ນຄວາມສົນໃຈຂອງບັນດາປະເທດ ແລະ ຍົກອອກບັນດາຂໍ້ລິເລີ່ມລະອຽດ, ຄືກອງທຶນປ້ອງກັນໂຄວິດ-19, ສ້າງສາງແຮອຸປະກອນການແພດປ້ອງກັນ, ຕ້ານໂຄວິດ-19, ສ້າງແລວທາງໄປມາຢ່າງປອດໄພ…ເອກະສານກ່ວາ 80 ສະບັບ, ແມ່ນຕົວເລກສະຖິຕິ ເຊິ່ງໄດ້ຮັບຮອງເອົາໃນປີ 2020 ໂດຍສຸມໃສ່ບັນດາບັນຫາສຳຄັນຂອງພາກພື້ນ ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ການພັດທະນາ, ເປັນພະຍານຫຼັກຖານແຫ່ງຜົນສຳເລັດຂອງປີອາຊຽນ 2020.

ຂີດໝາຍການທູດຫລາຍຝ່າຍປີ 2020 (ພາບ: vietnamnet.vn)
      ດ້ວຍບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ກໍ່ມີການປະກອບຢ່າງແທດຈິງທີ່ສຸດ, ສະແດງໃຫ້ເຫັນດ້ວຍໝາກຜົນລະອຽດຫລາຍຢ່າງ. ເປັນຄັ້ງທຳອິດ, ຫວຽດນາມ ຈັດຕັ້ງກອງປະຊຸມສົນທະນາປຶກສາຫາລືເປີດກ່ຽວກັບການປະຕິບັດກົດບັດສະຫະປະຊາຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງກົດບັດສະຫະປະຊາຊາດ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມິງ. ຈຳນວນການນຳຈົດຊື່ປະກອບຄຳເຫັນກໍ່ບັນລຸສະຖິຕິ ແລະ ກໍ່ເປັນຄັ້ງທຳອິດ ທີ່ສະຫະປະຊາຊາດຍົກອອກຖະແຫຼງການວ່າດ້ວຍການປະຕິບັດກົດບັດສະຫະປະຊາຊາດ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມມີງຫວູ ໃຫ້ຮູ້ວ່າ:
        “ອາດເວົ້າໄດ້ວ່າ ພວກເຮົາໄດ້ຜັນຂະຫຍາຍສຳເລັດກ່ຽວກັບຄວາມຮັບຜິດຊອບສຳຄັນໃນປີ 2020. ການປະກອບສ່ວນຂອງຫວຽດນາມ ທີ່ຜ່ານມາ ກໍ່ທັນການ, ມີຄວາມໝາຍ, ເຊີດຊູກົດບັດສະຫະປະຊາຊາດທີ່ສຸດ, ຍົກອອກບັນດາມາດຕະການຕໍ່ສັນຕິພາບ, ຄວາມໝັ້ນຄົງ, ແກ້ໄຂບັນດາບັນຫາແທດຈິງສະນັ້ນ, ເລຂາທິການໃຫຍ່ສະຫະປະຊາຊາດ ຈຶ່ງຕີລາຄາຫວຽດນາມວ່າ ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງ. ”
ບືນຕົວຂຶ້ນ ແລະ ສ້າງຄວາມໂດດເດັ່ນ
       ດ້ວຍບົດບາດເປັນປະທານອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ປະຕິບັດບົດບາດເຊື່ອມຕໍ່ເປັນຢ່າງດີ, ປະກອບສ່ວນເພີ່ມທະວີການມີໜ້າຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນການເຄື່ອນໄຫວຂອງອາຊຽນ. ໃນເດືອນປະຕິບັດໜ້າທີ່ເປັນປະທານສະພາຄວາມໝັ້ນຄົງ, ເປັນຄັ້ງທຳອິດທີ່ ຫວຽດນາມ ຍົກອອກຂໍ້ລິເລີ່ມຈັດຕັ້ງວາລະປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍການມີໜ້າຂອງທ່ານເລຂາທິການໃຫຍ່ອາຊຽນ ເພື່ອນຳສະເໜີກ່ຽວກັບບົດບາດຂອງອາຊຽນ ໃນການຮັບປະກັນຄວາມໝັ້ນຄົງ. ຫວຽດນາມ ກໍ່ຍົກອອກບັນດາມາດຕະການທີ່ເໝາະສົມ, ມີຄວາມດຸ່ນດ່ຽງຢ່າງແທດຈິງກັບບັນຫາຄວາມໝັ້ນຄົງໃນໂລກຄືບັນຫານິວເຄຼຍ ອີຣານ, ແຫຼມເກົາຫຼີ, ການພົວພັນລະຫວ່າງອິດສະລາແອັນ - ປາແລັດສະຕິນ, ວິກິດການມະນຸດສະທຳຢູ່ ເຢແມນ, ພາກພື້ນຕາເວັນອອກກາງ…ຜ່ານນັ້ນ, ຫວຽດນາມ ໄດ້ຮັບການໜູນຊ່ວຍ, ແບ່ງປັນຈາກບັນດາສະມາຊິກຂອງສະຫະປະຊາຊາດ ສຳລັບໂຄງການດຳເນີນງານຂອງອາຊຽນ ທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ພ້ອມກັນນັ້ນ ກໍ່ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ດ້ວຍຖານະທັງເປັນປະທານອາຊຽນ ທັງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.
        ດ້ວຍບົດບາດ ແລະ ທີ່ຕັ້ງນັບມື້ນັບໄດ້ຮັບການຢັ້ງຢືນຄືແນວນັ້ນ, ຫວຽດນາມ ໄດ້ຮັບຄວາມສົນໃຈ, ໄດ້ຮັບເຊີນໃຫ້ເຂົ້າຮ່ວມບັນດາເຫດການລະດັບທົ່ວໂລກ ຄືກອງປະຊຸມສຸດຍອດ G20, ກອງປະຊຸມສຸດຍອດ G7. ສິ່ງດັ່ງກ່າວ ບໍ່ພຽງແຕ່ແມ່ນຍ້ອນ ຫວຽດນາມ ປະຕິບັດຄວາມຮັບຜິດຊອບອັນໃຫຍ່ຫລວງໃນປີນີ້ເທົ່ານັ້ນ ຫາກຍັງບວກກັບໝາກຜົນຂອງທີ່ຕັ້ງທີ່ພວມກ້າວຂຶ້ນຂອງຫວຽດນາມ, ແນວທາງ, ແຜນນະໂຍບາຍການພົວພັນຕ່າງປະເທດທີ່ຖືກຕ້ອງຂອງຫວຽດນາມ, ການສົມທົບທີ່ຄ່ອງແຄ້ວລະຫວ່າງການທູດ 2 ຝ່າຍ ແລະ ຫລາຍຝ່າຍອີກດ້ວຍ.
        ຫວນຄືນປີ 2020, ແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ, ຫວຽດນາມ ໄດ້ດຳລົງຕຳແໜ່ງຄວບຄູ່ເປັນປະທານ ອາຊຽນ 2020 ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ອາດເວົ້າໄດ້ວ່າ ຍິ່ງຢູ່ໃນຄວາມຫຍຸ້ງຍາກ, ບັນດາຂີດໝາຍທີ່ເຕັມໄປດ້ວຍຈິດໃຈຫວຽດນາມ ຍິ່ງທະວີຄູນ ແລະ ໂດດເດັ່ນຂຶ້ນ. ບັນດາຜົນສຳເລັດຂອງການທູດຫລາຍຝ່າຍປີ 2020 ຈະສືບຕໍ່ເປັນກຳລັງວັງຊາ ເພື່ອໃຫ້ ຫວຽດນາມ ມີຄວາມເຊື່ອໝັ້ນຕົນເອງ ແລະ ເປັນເຈົ້າການສືບຕໍ່ປະຕິບັດວິວັດທະນາການເຊື່ອມໂຍງເຂົ້າກັບສາກົນໄດ້ຢ່າງມີໄຊ, ເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ./.
 (ແຫຼ່ງຄັດຈາກ VOV)
 


top