ຂ່າວສານ

ຂີດໝາຍ 45 ປີແຫ່ງວັນ ຫວຽດນາມ - ລາວ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື

45 ປີຜ່ານມາ, ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ, ກາຍເປັນແບບຢ່າງທີ່ມີໜຶ່ງບໍ່ມີສອງໃນໂລກ.

  (ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ)  

ໂດຍເຫັນໄດ້ເຖິງຄວາມສຳຄັນ, ຈຳເປັນຕ້ອງເພີ່ມທະວີການພົວພັນ ແລະ ຮ່ວມມືໃນທຸກຂົງເຂດ, ວັນທີ 18 ກໍລະກົດ 1977, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມວັນດົ່ງ ແລະ ທ່ານປະທານ ໄກສອນ ພົມວິຫານ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ. ນັບແຕ່ນັ້ນມາຮອດປະຈຸບັນ, ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.

ພາຍຫຼັງ 2 ປະເທດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ເພື່ອນຳການພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ, 2 ປະເທດໄດ້ດຳເນີນການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນວັນທີ 18 ກໍລະກົດ 1977. ເລື່ອງ 2 ປະເທດລົງນາມໃນສົນທິສັນຍາດັ່ງກ່າວແມ່ນເພື່ອຈຸດປະສົງເພີ່ມທະວີນ້ຳໃຈສາມັກຄີສະໜິດແໜ້ນ, ການພົວພັນຮ່ວມມືຍາວນານໃນທຸກດ້ານລະຫວ່າງ ຫວຽດນາມ - ລາວ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອເອກະລາດ ແລະ ຄວາມວັດທະນາຖາວອນຂອງແຕ່ລະປະເທດ, ປະກອບສ່ວນປົກປັກຮັກສາ ແລະ ປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ. ເມື່ອຕີລາຄາກ່ຽວກັບຄວາມໝາຍຂອງສົນທິສັນຍາດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ເນັ້ນໜັກວ່າ:

(ທ່ານ ທອສະຫວັນ ພົມວິຫານ)

45 ປີຜ່ານມາ, ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ, ກາຍເປັນແບບຢ່າງທີ່ມີໜຶ່ງບໍ່ມີສອງໃນໂລກ. ການພົວພັນດ້ານການເມືອງຍາມໃດກໍ່ໄດ້ຮັກສາບົດບາດແກ່ນສານ, ກຳນົດທິດການພົວພັນຮ່ວມມືສັງລວມ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງແຕ່ລະປະເທດ. ໃນຂົງເຂດການພົວພັນຕ່າງປະເທດ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນຍົກສູງທີ່ຕັ້ງ ແລະ ອິດພົນຊື່ສຽງຂອງ 2 ປະເທດຢູ່ພາກພື້ນ ແລະ ບົນເວທີສາກົນ; ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຍູ້ແຮງ, ເປີດກວ້າງ. ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ລາວ, ດ້ວຍວົງເງິນການຄ້າ 2 ສົ້ນບັນລຸສະເລ່ຍ 1 ຕື້ USD/ປີ, ເຕີບໂຕກວ່າ 10%/ປີ… ເພື່ອເພີ່ມວະທີການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ, ເນັ້ນໜັກວ່າ:

(ທ່ານນາຍົກລັຖະມົນຕີ ລາວ ພັນຄຳ ວິພາວັນ)

    

ປີ 2022 ມີຄວາມໝາຍພິເສດສຳລັບ 2 ປະເທດ ຫວຽດນາມ - ລາວ. ຕາມນັ້ນແລ້ວ, 2 ປະເທດຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ນີ້ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດ, ເປັນຂີດໝາຍປະກາຍແຈ້ງ, ຝັງເລິກນ້ຳໃຈສາມັກຄີ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດຢ່າງມີຊີວິດຊີວາ. ນີ້ຍັງແມ່ນໂອກາດເພື່ອໃຫ້ 2 ປະເທດຫວນຄືນມູນເຊື້ອອັນລ້ຳຄ່າຂອງຊຸມເດືອນປີທີ່ສະຫງ່າອົງອາດ. ພ້ອມທັງ ໂຄສະນາໃຫ້ປະຊາຊົນ 2 ປະເທດ, ພິເສດແມ່ນສຶກສາໃຫ້ແກ່ລຸ້ນໜຸ່ມມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອ ແລະ ເຕັມໄປດ້ວຍຄວາມໝາຍດັ່ງກ່າວ. ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ເນັ້ນໜັກວ່າ:

 

(ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ)

ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໄດ້ກາຍເປັນຊັບສົມບັດລ້ຳຄ່າ ແລະ ມີຄວາມໝາຍສຳຄັນຍິ່ງ, ເປັນພື້ນຖານດ້ານນິຕິກຳຢ່າງໝັ້ນແກ່ນໃຫ້ແກ່ການເພີ່ມທະວີ ແລະ ເປີດກວ້າງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ໃນໄລຍະປ່ຽນແປງໃໝ່; ສ້າງພື້ນຖານເພື່ອໃຫ້ 2 ຝ່າຍກ້າວໄປສູ່ການລົງນາມໃນເອກະສານ ແລະ ຂໍ້ຕົກລົງຮ່ວມມືຫຼາຍສະບັບໃນປະຈຸບັນ. ຜ່ານນັ້ນ, ການພົວພັນລະຫວ່າງ 2 ປະເທດຈະນັບມື້ນັບໄດ້ຮັບການພັດທະນາ ຢູ່ທັງລວງກວ້າງ, ລວງເລິກ ແລະ ມີປະສິດທິຜົນ, ສອດຄ່ອງກັບສະພາບຕົວຈິງໃນແຕ່ລະຂົງເຂດ ກໍຄືແຕ່ລະດ້ານ, ແຕ່ລະໄລຍະ ແລະ ແມ່ນຊັບສົມບັດລວມທີ່ລ້ຳຄ່າຂອງທັງ 2 ຊາດຕະຫຼອດໄປ.


top