ຂ່າວສານ

ຂັບແທນຂອງຫວຽດນາມໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ

      ກອງປະຊຸມ ຄະນະກຳມະການລະຫວ່າງລັດຖະບານ ຈັດຂຶ້ນໃນວັນທີ 12 ທັນວາ ຢູ່ Bogota ປະເທດ ໂກລົມບີ,   
ຂັບແທນ ຂອງຊາວເຜົ່າໄຕ, ນຸ່ງ, ຜູ້ໄທຂອງຫວຽດນາມໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ.
ຂັບແທນ ແມ່ນການສະແດງໃຫ້ເຫັນຄວາມສາມັກຄີລະຫວ່າງບັນດາເຜົ່າ, ຊ່ວຍຍົກສູງຄວາມຮັບຮູ້ ກ່ຽວກັບຄວາມສຳຄັນຂອງມໍລະດົກບັນດາຊົນເຜົ່າ ບໍ່ພຽງແຕ່ ຢູ່ຫວຽດນາມເທົ່ານັ້ນ ຫາກຍັງຢູ່ຫລາຍປະເທດໃນໂລກອີກດ້ວຍ.
ເລື່ອງເຊີດຊູ ການຂັບແທນຂອງຊາວເຜົ່າໄຕ,ນຸ່ງ, ຜູ້ໄທ ຢູ່ ຫວຽດນາມ ຍິ່ງສະແດງໃຫ້ເຫັນການປະກອບສ່ວນຂອງມໍລະດົກໃນການຮັກສາສີສັນຊົນເຜົ່າ ແລະ ປັບປຸງຄວາມສາມັກຄີລະຫວ່າງບັນດາເຜົ່າແຕກຕ່າງກັນ ດຶງດູດຄວາມສົນໃຈເຖິງບັນດາມໍລະດົກອື່ນໃນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)
 


top