ຂ່າວສານ

ຂະ​ແໜງ​​ຖ່ານຫ​ີນ​ຕ້ອງ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ປະ​ຕິ​ບັດ​ບັນ​ດາ​ຄ​ຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ສິ່ງ​ແວດ​ລ້ອມ​

ກ່າວຄຳເຫັນນະທີນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ ປີ 2022 ໄດ້ກຳ ນົດເປັນປີທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກວ່າຄວາມສະດວກ ແລະ ກາລະໂອກາດ, ສະນັ້ນ, ຂະແໜງຖ່ານຫີນຕ້ອງຮັບປະກັນພະລັງງານໃຫ້ປະເທດຊາດ, ກຽມພ້ອມໃຫ້ຄວາມຕ້ອງການພະລັງງານສູງກວ່າປີ 2021. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຂອງຂວັນໃຫ້ແກ່ກຳມະການ ບໍລິສັດ (ພາບ: TTXVN)

ໂດຍສືບຕໍ່ການເຮັດວຽກຢູ່ແຂວງ ກວ໋າງນິງ, ຕອນເຊົ້າວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ກຳມະກອນ, ຜູ້ອອກແຮງງານຂະແໜງຖ່ານຫີນຢູ່ບໍລິສັດຫຸ້ນສ່ວນຖ່ານຫີນ ແດວນາຍ (ກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ແຮ່ທາດ ຫວຽດນາມ).

        ກ່າວຄຳເຫັນນະທີນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ ປີ 2022 ໄດ້ກຳ ນົດເປັນປີທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກວ່າຄວາມສະດວກ ແລະ ກາລະໂອກາດ, ສະນັ້ນ, ຂະແໜງຖ່ານຫີນຕ້ອງຮັບປະກັນພະລັງງານໃຫ້ປະເທດຊາດ, ກຽມພ້ອມໃຫ້ຄວາມຕ້ອງການພະລັງງານສູງກວ່າປີ 2021. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ຂະແໜງຖ່ານຫີນປະຕິບັດສຳເລັດໜ້າທີ່ຕ່າງໆຄືຮັບປະກັນການຜະລິດປອດໄພ; ຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍກາກບອນໃນທຸກຂອດ; ຕ້ອງພັດທະນາຂະແໜງຖ່ານຫີນໃຫ້ຍືນຍົງ. ພ້ອມກັນນັ້ນ, ຂະແໜງຖ່ານຫີນຕ້ອງເອົາໃຈໃສ່ການດຳລົງຊີວິດທາງດ້ານວັດຖຸ, ຈິດໃຈຂອງຜູ້ອອກແຮງງານ, ໂດຍສະເພາະແມ່ນຜູ້ທີ່ມີສະພາບຫຍຸ້ງຍາກ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ຂະແໜງຖ່ານຫີນຍົກສູງສະມັດຕະພາບໃນການອອກແຮງງານ, ລົງທຶນເຕັກໂນໂລຊີຂຸດຄົ້ນຖ່ານຫີນທັນສະໄໝ; ສ້າງບັນດານະໂຍບາຍເໝາະສົມໃຫ້ຂະແໜງຖ່ານຫີນຢ່າງມີວິໄສທັດ, ມີຈິນຕະນາການບຸກທະລຸ, ມີຍຸດທະສາດ; ປະຕິບັດວຽກງານໜູນຊ່ວຍສັງຄົມເວົ້າລວມ, ເວົ້າສະເພາະແມ່ນເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ກຳມະກອນຢູ່ເຂດຫ່າງໄກສອກຫຼີກໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)


top