ຂ່າວສານ

ຂະ​ແໜງ​ພາຍ​ໃນ​ສືບ​ຕໍ່​ສ້າງ​ກົງ​ຈັກ​​ບໍ​ລິ​ຫານ​ລັດໃຫ້​ສົມ​ບູນ​ແບບ​ຢ່າງ​ກະ​ທັດ​ລັດ, ມີ​ການ​ເຄື່ອນ​ໄຫວ​ຢ່າງມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ

ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມທາງໄກທົ່ວປະເທດສະຫຼຸບວຽກງານປີ 2022, ຜັນຂະຫຍາຍວຽກງານປີ 2023 ຂອງຂະແໜງພາຍໃນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ  

ປີ 2022, ຂະແໜງພາຍໃນບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ໃນນັ້ນວຽກງານຊີ້ນຳ, ບໍລິຫານສືບຕໍ່ໄດ້ຮັບການປ່ຽນແປງໃໝ່, ຮັບປະກັນຄວາມລຸລ່ວງ, ເປັນເອກະພາບ ແລະມີ ປະສິດທິຜົນ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງກົງຈັກບໍລິຫານລັດ ໃຫ້ສົມບູນແບບຢ່າງຫະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ, ຜັນຂະຫຍາຍໂຄງການສັງລວມແຫ່ງການປະຕິຮູບການບໍລິຫານຮອດປີ 2030 ຢ່າງມີປະສດທິຜົນ. ພ້ອມທັງ, ປ່ຽນແປງໃໝ່, ວຽກງານແຂ່ງຂັນ, ມອບລາງວັນຢ່າງແທດຈິງ ເພື່ອໃຫ້ການແຂ່ງຂັນ, ມອບລາງວັນກາຍເປັນກຳລັງໜູນໃນການຊຸກຍູ້ລະບົບການເມືອງ ແລະ ທົ່ວປວງຊົນມີຄວາມສາມັກຄີ, ເສີມຂະຫຍາຍຈິດໃຈເພີ່ງຕົນເອງກຸ້ມຄົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແທດຈິງ ແລະ ຄວາມຫວັງພັດທະນາປະເທດໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ.

 


top