ຂ່າວສານ

ຂະ​ແໜງ​ການ​ທູດ ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່

ກ່ອນນີ້ 80 ປີ, ປະທານ ໂຮ່ຈີມິນ ໄດ້ເຊັນບົດແຈ້ງການກ່ຽວກັບນະໂຍບາຍການທູດສະບັບທຳອິດຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. 80 ປີຜ່ານມາ, ຂະແໜງການທູດ ຫວຽດນາມ ຍາມໃດກໍ່ສືບທອດ ແລະ ເສີມຂະຫຍາຍ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດ ຫວຽດນາມ. ກ້າວເຂົ້າສູ່ສັງກາດໃໝ່, ຂະແໜງການທູດ ຫວຽດນາມ ສືບຕໍ່ເປີດຊ່ອງທາງ, ປັບຕົວຢ່າງບໍ່ຢຸດຢັ້ງເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ຮັບໃຊ້ການພັດທະນາປະເທດຊາດ, ເປັນເຈົ້າການສວມບົດບາດໃນການສ້າງສັນຕິພາບ.

ເອກະລາດ - ສັນຕິພາບ - ມິດຕະພາບ - ພັດທະນາ ແມ່ນແນວທາງການຕ່າງປະເທດທີ່ ຫວຽດນາມ ໄດ້ຢືດໝັ້ນເດີນຕາມນັບແຕ່ເມື່ອປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ຮັບການເສີມຂະຫຍາຍຜ່ານແຕ່ລະໄລຍະປະຫວັດສາດຂອງ ຫວຽດນາມ ແລະ ການປັບຕົວໃຫ້ແທດເໝາະກັບຍຸກສະໄໝໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ ຄົບຮອບ 80 ປີ (28/8/1945-28/8/2025) (ພາບ: VGP)

ເສັ້ນໄໝແດງລຸລ່ວງຂອງການທູດປະຕິວັດ ຫວຽດນາມ 

ຖ້າຫາກວ່າບົດຖະແຫຼງການປະກາດເອກະລາດ 02 ກັນຍາ 1945 ແມ່ນຫຼັກໝາຍເລີ່ມຕົ້ນໃຫ້ແກ່ລັດໃໝ່, ບົດປະກາດກ່ຽວກັບນະໂຍບາຍການຕ່າງປະເທດ, ໄດ້ລົງພິມໃນໜັງສືພິມ ກີວກວັກ (ແປວ່າ ກູ້ຊາດ) ວັນທີ 03 ຕຸລາ 1945 ນັ້ນ ແມ່ນໄດ້ຮັບຖືວ່າແມ່ນບົດຖະແຫຼງການປະກາດເອກະລາດສະບັບທີ 2 ຂອງ ຫວຽດນາມ.

ໃນເອກະສານສະບັນນັ້ນ, ປະທານ ໂຮ່ຈີມິນ ໄດ້ຢືນຢັນຄວາມປາດຖະໜາຢາກເປັນເພື່ອນກັບທຸກໆປະເທດພັນທະມິດ, ພ້ອມແລ້ວທີ່ຈະຮ່ວມມືກັບ ຝລັ່ງ ຖ້າຫາກວ່າເຂົາເຈົ້າເຄົາລົບອະທິປະໄຕ ແລະ ເອກະລາດແຫ່ງຊາດ ຫວຽດນາມ. ທ່ານສາດສະດາຈານ ວູເຢືອງຮວນ, ອະດີດຫົວໜ້າສະຖາບັນການຕ່າງປະເທດ ຫວຽດນາມ, ແບ່ງປັນວ່າ:

“ຖະແຫຼງການ 4 ຈຸດເອີ້ນວ່າແຈ້ງການນະໂຍບາຍການຕ່າງປະເທດ, ໄດ້ຍົກອອກ 4 ເນື້ອໃນກ່ຽວຂ້ອງເຖິງນະໂຍບາຍສຳລັບບັນດາເປົ້າໝາຍ, ຄູ່ຮ່ວມມື. ກ່ອນອື່ນໝົດແມ່ນກ່ຽວຂ້ອງເຖິງພັນທະມິດ, ຫວຽດນາມ ຢືນຢັນຫຼັກໝັ້ນຮັກສາການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດພັນທະມິດ ບົນພື້ນຖານເຄົາລົບເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ເພື່ອພື້ນຖານສັນຕິພາບໂລກ. ທີ 2 ແມ່ນການພົວພັນກັບ ຝລັ່ງ, ປາດຖະໜາຢາກສ້າງຕັ້ງການພົວພັນຢ່າງຍາວນານກັບ ຝລັ່ງ ບົນພື້ນຖານເຄົາລົບເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເຄົາລົບຜົນປະໂຫຍດຂອງ ຫວຽດນາມ”.

ນະໂຍບາຍການທູດ ໂຮ່ຈິມິນ ນັບແຕ່ມື້ທຳອິດທີ່ສ້າງຕັ້ງປະເທດຊາດໄດ້ກາຍເປັນເຂັມຊີ້ທິດ, ນຳມາເຊິ່ງທຸກໄຊຊະນະໃຫ້ແກ່ການປະຕິວັດ ຫວຽດນາມ. ໃນຕະຫຼອດ 3 ທົດສະວັດຜ່ານມາ, ຂະແໜງການທູດໄດ້ປະກອບສ່ວນນຳການປະຕິວັດ ຫວຽດນາມ ກ້າວໄປເຖິງໄຊຊະນະຢ່າງສົມບູນ.

ຈາກການທູດຖືກເຊີນເຂົ້າຮ່ວມໄປສູ່ການທູດເປັນເຈົ້າການ

ໃນໄລຍະສ້າງສາປະເທດຊາດ ແລະ ເຊື່ອມໂຍງ, ຂະແໜງການທູດ ຫວຽດນາມ ໄດ້ມີການຫັນປ່ຽນຢ່າງແຮງ, ຈາກການທູດຖືກເຊີນເຂົ້າຮ່ວມໄປສູ່ການທູດເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ນຳໜ້າໃນການສ້າງສັນຕິພາບ, ດຶງດູດແຫຼ່ງຊັບພະຍາກອນໃຫ້ແກ່ການພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົນເວທີສາກົນ.

ໃນ 8 ເດືອນຕົ້ນປີ 2025 ໄດ້ເຫັນປະຈັກຕາໄລຍະຟົດຟື້ນພິເສດ ແລະ ຄຸນນະທາດໃນການເຄື່ອນໄຫວດ້ານການຕ່າງປະເທດຂອງ ຫວຽດນາມ. ມີການເຄື່ອນໄຫວດ້ານການທູດຂັ້ນສູງກວ່າ 50 ຄັ້ງທີ່ໄດ້ຮັບການຜັນຂະຫຍາຍ, ລື່ນກາຍເມື່ອທຽບໃສ່ໄລຍະດຽວກັນ ແລະ ເກືອບທຽບເທົ່າກັບການເຄື່ອນໄຫວຂອງໝົດປີ 2024. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ຢືນຢັນວ່າ:

“ການທູດໄດ້ຕິດແທດກັບແນວທາງການຕ່າງປະເທດຂອງພັກ, ລັດ, ເສີມຂະຫຍາຍສີສັນ, ຕິດຕາມສະພາບການໂລກ ແລະ ພາກພື້ນຢ່າງໃກ້ຊິດ, ມີໄຫວພິບ, ຫົວຄິດປະດິດສ້າງ, ເພື່ອຈາກນັ້ນຈະມີບັນດາມາດຕະການຜັນຂະຫຍາຍໃຫ້ສອດຄ່ອງ, ນຳໃຊ້ໂອກາດ ແລະ ແກ້ໄຂສິ່ງທ້າທາຍເພື່ອປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ”.

ໃນສັງກາດໃໝ່, ຂະແໜງການທູດ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດໄປກ່ອນ, ເປີດທາງ, ແກ້ໄຂການພົວພັນລະຫວ່າງຊາດ ແລະ ສາກົນຢ່າງຖືກຕ້ອງ, ຊົນຊາດ ແລະ ຍຸກສະໄໝ, ທຸກສິ່ງທຸກຢ່າງແມ່ນເພື່ອຜົນປະໂຫຍດຂອງປະເທດຊາດ, ຄືດັ່ງຄຳເວົ້າຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທີ່ໄດ້ເນັ້ນໜັກວ່າ:

“ຕ້ອງຮັກສາທັດສະນະເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງໃນການເຄື່ອນໄຫວພົວພັນຕ່າງປະເທດ. ຜົນປະໂຫຍດຂອງປະເທດຊາດແມ່ນເໜືອກວ່າສິ່ງໃດໝົດ. ພວກເຮົາບໍ່ຕ້ອງເອື່ອຍອີງໃສ່ຜູ້ໃດ, ບໍ່ຖືກແກ່ດຶງເຂົ້າທ່າອ່ຽງສາກົນອື່ນ. ມູນເຊື້ອຂອງ ຫວຽດນາມ ແມ່ນມີເພື່ອນຫຼາຍຄົນແມ່ນສິ່ງທີ່ດີ, ຮັ່ງມີກໍ່ຍ້ອນເພື່ອນ, ເພີ່ມຈຳນວນເພື່ອນມິດເພື່ອເພີ່ມກຳລັງແຮງ, ບໍ່ຈຳແນກປະເທດໃຫຍ່, ນ້ອຍ, ໄກ ແລະ ໃກ້”.

 80 ປີີຜ່ານມາ, ບັນດາບົດຮຽນດ້ານການທູດກ່ຽວກັບການຢືດໝັ້ນຕໍ່ຫຼັກການ ແຕ່ມີໄຫວພິບກ່ຽວກັບລັດຖະນະໂຍບາຍຕາມທິດນຳ “ຖືເອົາສິ່ງທີ່ບໍ່ປ່ຽນແປງຮັບມືກັບສິ່ງປ່ຽນແປງ” “ພົວພັນຢ່າງສະໜິດສະໜົມ”, ເຊິ່ງ ຫວຽດນາມ ໄດ້ຜັນຂະຫຍາຍ, ນຳໃຊ້ຢ່າງປະດິດຄິດສ້າງໃນຍຸກສະໄໝໃໝ່ຢ່າງບໍ່ຢຸດຢັ້ງ.


top