ຂ່າວສານ ຂະແໜງເກີບໜັງຄາດຄະເນວົງເງິນສົ່ງອອກປີ2017ບັນລຸ18ຕື້ USD 08/01/2017 ພາບປະກອບ ຂະແໜງເກີບໜັງຄາດຄະເນວົງເງິນສົ່ງອອກປີ 2017 ບັນລຸ 18 ຕື້ USD - ລະດັບການເຕີບໂຕນີ້ສູງກ່ວາເມື່ອທຽບໃສ່ປີ 2016, ລະອຽດຄືເພີ່ມຂຶ້ນກ່ວາ 10%. ສາຍເຫດຍ້ອນວ່າເສດຖະກິດໂລກມີທ່າອ່ຽງດີຂຶ້ນກ່ວາປີ 2016 ແລະ ຈີນ ສືບຕໍ່ມີແຜນນະໂຍບາຍຫລຸດຜ່ອນບຸລິມະສິດການລົງທຶນໃນບັນດາຂົງເຂດຕ່ຳແຜ່ນຕັດຫຍິບ, ເກີບໜັງເພື່ອສຸມໃສ່ເຂົ້າບັນດາຂະແໜງມີເຕັກໂນໂລຢີສູງກ່ວາ, ດັ່ງນັ້ນ, ອາດຈະມີບາງໃບຊັ່ງຊື້ເກີບ, ກະເປົ່າຈະຫັນປ່ຽນຈາກ ຈີນ ໄປສູ່ ຫວຽດນາມ. ພ້ອມກັນນັ້ນ, ບັນດາວິສາຫະກິດກໍ່ຍູ້ແຮງການສົ່ງອອກຜະລິດຕະພັນເກີບໜັງຕາມທິດຂຸດຄົ້ນທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນເປີດປະຕູຕະຫຼາດຢູ່ບັນດາປະເທດເຂົ້າຮ່ວມສັນຍາການຄ້າເສລີ (FTA) ເຊິ່ງ ຫວຽດນາມ ໄດ້ລົງນາມ. ນອກນັ້ນ, ຂະແໜງເກີບໜັງປ່ຽນໃໝ່ຮູບແບບການຜະລິດ, ເຂົ້າຮ່ວມບັນດາການຜະລິດເກີບໜັງພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ, ພ້ອມທັງປ່ຽນໃໝ່ເຕັກໂນໂລຢີ, ຫັນພາຫະນະອຸປະກອນເປັນທັນສະໄໝ ແລະ ເປີດກ້ວາງຮູບແບບການຜະລິດຂອງບັນດາວິສາຫະກິດພາຍໃນປະເທດ, ເພື່ອເພີ່ມສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນສົ່ງອອກ. (ແຫຼ່ງຄັດຈາກ VOV)

ພາບປະກອບ ຂະແໜງເກີບໜັງຄາດຄະເນວົງເງິນສົ່ງອອກປີ 2017 ບັນລຸ 18 ຕື້ USD - ລະດັບການເຕີບໂຕນີ້ສູງກ່ວາເມື່ອທຽບໃສ່ປີ 2016, ລະອຽດຄືເພີ່ມຂຶ້ນກ່ວາ 10%. ສາຍເຫດຍ້ອນວ່າເສດຖະກິດໂລກມີທ່າອ່ຽງດີຂຶ້ນກ່ວາປີ 2016 ແລະ ຈີນ ສືບຕໍ່ມີແຜນນະໂຍບາຍຫລຸດຜ່ອນບຸລິມະສິດການລົງທຶນໃນບັນດາຂົງເຂດຕ່ຳແຜ່ນຕັດຫຍິບ, ເກີບໜັງເພື່ອສຸມໃສ່ເຂົ້າບັນດາຂະແໜງມີເຕັກໂນໂລຢີສູງກ່ວາ, ດັ່ງນັ້ນ, ອາດຈະມີບາງໃບຊັ່ງຊື້ເກີບ, ກະເປົ່າຈະຫັນປ່ຽນຈາກ ຈີນ ໄປສູ່ ຫວຽດນາມ. ພ້ອມກັນນັ້ນ, ບັນດາວິສາຫະກິດກໍ່ຍູ້ແຮງການສົ່ງອອກຜະລິດຕະພັນເກີບໜັງຕາມທິດຂຸດຄົ້ນທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນເປີດປະຕູຕະຫຼາດຢູ່ບັນດາປະເທດເຂົ້າຮ່ວມສັນຍາການຄ້າເສລີ (FTA) ເຊິ່ງ ຫວຽດນາມ ໄດ້ລົງນາມ. ນອກນັ້ນ, ຂະແໜງເກີບໜັງປ່ຽນໃໝ່ຮູບແບບການຜະລິດ, ເຂົ້າຮ່ວມບັນດາການຜະລິດເກີບໜັງພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ, ພ້ອມທັງປ່ຽນໃໝ່ເຕັກໂນໂລຢີ, ຫັນພາຫະນະອຸປະກອນເປັນທັນສະໄໝ ແລະ ເປີດກ້ວາງຮູບແບບການຜະລິດຂອງບັນດາວິສາຫະກິດພາຍໃນປະເທດ, ເພື່ອເພີ່ມສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນສົ່ງອອກ. (ແຫຼ່ງຄັດຈາກ VOV)