ຂ່າວສານ

ຂະແໜງອຸດສາຫະກຳລົດໂອໂຕຕ້ອງເພີ່ມອັດຕາສ່ວນການຜະລິດລົດໂອໂຕຢູ່ພາຍໃນປະເທດ, ນຳໃຊ້ເຕັກໂນໂລຊີສີຂຽວ

ເພື່ອສືບຕໍ່ບັນລຸຜົນສຳເລັດຢູ່ຕະຫຼາດ ຫວຽດນາມ, ບັນດາກຸ່ມບໍລິສັດລົດໂອໂຕແຖວໜ້າໂລກຄື ໂຕໂຢຕາ ຕ້ອງສືບຕໍ່ປ່ຽນແປງໃໝ່, ເພື່ອອັດຕາສ່ວນການຜະລິດລົດໂອໂຕຢູ່ພາຍໃນປະເທດ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານ ຕຽນກວກຮ່າວ, ຫົວໜ້າຝ່າຍບໍລິຫານຂອງກຸ່ມບໍລິສັດ ໂຕໂຢຕາ ຍີ່ປຸ່ນ (ພາບ: TTXVN)

ດ້ວຍບົດຮຽນ, ກຳລັງຄວາມສາມາດ, ທ່າແຮງສະເພາະ, ໂຕໂຢຕາ ສາມາດໃຫ້ຄຳປຶກສາ, ໜູນຊ່ວຍດ້ານເຕັກນິກ, ຊຸກຍູ້ຂໍ້ລິເລີ່ມເພື່ອໃຫ້ ຫວຽດນາມ ສາມາດໄປທຽບທັນກັບປະເທດອື່ນ, ໃນວິວັດການຫັນເປັນດີຈີຕອນ, ຫັນເປັນພະລັງງານແບບຍືນຍົງ, ປະຕິບັດການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງເປັນ 0 (Net Zero). ນີ້ແມ່ນຂໍ້ສະເໜີຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເຊິ່ງຍົກອອກມາ ທີ່ການຕ້ອນຮັບທ່ານ ຕຽນກວກຮ່າວ, ຫົວໜ້າຝ່າຍບໍລິຫານຂອງກຸ່ມບໍລິສັດ ໂຕໂຢຕາ ຍີ່ປຸ່ນ ຮັບຜິດຊອບພາກພື້ນ ອາຊີ, ທັງເປັນປະທານບໍລິສັດ ໂຕໂຢຕາ ອາຊີ - ປາຊີຟິກ ໃນວັນທີ 16 ມີນາ, ຢູ່ ຮ່າໂນ້ຍ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ເພື່ອສືບຕໍ່ບັນລຸຜົນສຳເລັດຢູ່ຕະຫຼາດ ຫວຽດນາມ, ບັນດາກຸ່ມບໍລິສັດລົດໂອໂຕແຖວໜ້າໂລກຄື ໂຕໂຢຕາ ຕ້ອງສືບຕໍ່ປ່ຽນແປງໃໝ່, ເພື່ອອັດຕາສ່ວນການຜະລິດລົດໂອໂຕຢູ່ພາຍໃນປະເທດ, ນຳໃຊ້ເຕັກໂນໂລຊີໃໝ່, ເຕັກໂນໂລຊີສີຂຽວສະອາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຊີ… ເພື່ອພັດທະນາລະບົບສະໜອງເຄື່ອງອາໄຫຼ່ລົດໂອໂຕຢູ່ ຫວຽດນາມ.

ສ່ວນຝ່າຍ ໂອໂຢຕາ, ທ່ານ ຕ່ຽນກວກຮ່າວ ໃຫ້ຄຳໝັ້ນສັນຍາສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ໜູນຊ່ວຍດ້ານເຕັກນິກ, ໃຫ້ຄຳປຶກສານະໂຍບາຍຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ປັບປຸງຄຸນນະພາບບັນຍາກາດຢູ່ ຫວຽດນາມ; ປາດຖະໜາຢາກໜູນຊ່ວຍເປີດກວ້າງເຄືອຂ່າຍນັກສະໜອງເຄື່ອງອາໄຫຼ່ລົດໂອໂຕ, ເພີ່ມອັດຕາການຜະລິດລົດໂອໂຕຢູ່ພາຍໃນປະເທດ.


top