ຂ່າວສານ

ຂະແໜງສາທາລະນະສຸກຮ່າໂນ້ຍ ພ້ອມແລ້ວທີ່ຈະປ້ອງກັນ ແລະ ສະກັດກັ້ນໂລກລະບາດ

      ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຫາກໍປະກາດໃຊ້ ແຈ້ງການສະຫຼຸບຂອງທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່່າໂນ້ຍ, ຫົວໜ້າຄະນະຊີ້ນໍາກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ -  19, ນະຄອນຮ່າໂນ້ຍ, ຢູ່ກອງປະຊຸມເທື່ອທີ 26.          
      ຕາມທ່ານ ຫງວຽນດຶກຈູງ ແລ້ວ, ຮ່າໂນ້ຍ ພວມຢູ່ໃນໄລຍະຍອດສູງ, ຕ້ອງສຸມທຸກແຫຼ່ງກໍາລັງເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ທ່ານ ຫງວຽນດຶກຈູງ ໃຫ້ຮູ້ວ່າ:
          ພະແນກສາທາລະນະສຸກສືບຕໍ່ກຽມພ້ອມແບບວິທີຮັບມືກັບໂລກລະບາດໃນວົງກວ້າງ. ພະແນກສາທາລະນະສຸກ ມີວິທີເບິ່ງແຍງໃຫ້ແກ່ພະນັກງານແພດໝໍ, ພິເສດແມ່ນທ່ານໝໍທີ່ພວມປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃຫ້ເປັນຢ່າງດີ. ຮັບປະກັນໃຫ້ຖັນແຖວແພກໝໍມີສຸຂະພາບແຂງແຮງເພື່ອເຮັດວຽກໃນໄລຍະຍາວໃນຕະຫຼອດໄລຍະໂລກລະບາດ”.
          ທ່ານປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ກໍຮຽກຮ້ອງໃຫ້ກອງບັນຊາການທະຫານນະຄອນຫຼວງ ຈົ່ງສົມທົບກັບກໍາລັງຕໍາຫຼວດນະຄອນຮ່າໂນ້ຍ ຄຸ້ມຄອງບັນດາເຂດແຍກຕົວລວມໝູ່ໃຫ້ເປັນຢ່າງດີ, ຮັບປະກັນການກິນມີໂພສະນາການພຽງພໍ ແລະ ຖືກຕາມຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ.
 (ແຫຼ່ງຄັດຈາກ VOV)


top