ຂ່າວສານ

ຂະແໜງພາສີ ຫວຽດນາມ ຜັນຂະຫຍາຍບັ້ນເຄື່ອນໄຫວມັງກອນແຫ່ງແມ່ຂອງ ໄລຍະທີ 4

ກົມໃຫຍ່ພາສີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍຈັດຕັ້ງຊາບຊຶມ, ຍົກສູງສະຕິຄວາມຮັບຮູ້, ຈັດແບ່ງໜ້າທີ່ວຽກງານໃຫ້ຫົວໜ່ວຍຂຶ້ນກັບ ແລະ ສັງກັດ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນ.
  ກອງປະຊຸມຜັນຂະຫຍາຍບັ້ນເຄື່ອນໄຫວມັງກອນແຫ່ງແມ່ຂອງ ໄລຍະທີ 3 (ພາບປະກອບ: CTV/Vietnam+)  

ກົມໃຫຍ່ພາສີ ຫວຽດນາມ ຫາກໍ່ມີເອກະສານຊີ້ນຳຫ້ອງການພາສີປະຈຳທ້ອງຖິ່ນ ຜັນຂະຫຍາຍບັ້ນເຄື່ອນໄຫວມັງກອນແຫ່ງແມ່ຂອງ ໄລຍະທີ 4 ໃນລະຫວ່າງວັນທີ 15 ເມສາ ຫາວັນທີ 15 ກັນຍາ 2022.

ຕາມນັ້ນແລ້ວ, ເພື່ອສະແດງບົດບາດເປັນເຈົ້າການປະເທດຍົກອອກຂໍ້ລິເລີ່ມຂອງຂະແໜງພາສີ ຫວຽດນາມ ກໍຄືຜັນຂະຫຍາຍການປະຕິບັດບັ້ນເຄື່ອນໄຫວທີ 4 ໃຫ້ບັນລຸຜົນສຳເລັດ, ກົມໃຫຍ່ພາສີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍຈັດຕັ້ງຊາບຊຶມ, ຍົກສູງສະຕິຄວາມຮັບຮູ້, ຈັດແບ່ງໜ້າທີ່ວຽກງານໃຫ້ຫົວໜ່ວຍຂຶ້ນກັບ ແລະ ສັງກັດ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນ. ລະອຽດແມ່ນ, ບັນດາຫົວໜ່ວຍເພີ່ມທະວີການຮັບເອົາຂໍ້ມູນຂ່າວສານກ່ຽວກັບສະພາບການ, ວິທີການເລ່ລ່ຽມການຄ້າເຖື່ອນ, ຂົນສົ່ງຢາເສບຕິດຜິດກົດໝາຍ ແລະ ສັດປ່າ ເພື່ອໄຈ້ແຍກຄວາມສ່ຽງ, ແນໃສ່ກຳນົດຈຸດສຸມ, ກ່າວເຕືອນຄວາມສ່ຽງເພື່ອຮັບໃຊ້ວຽກງານກວດກາ, ຕິດຕາມ, ກວດກາດ້ານພາສີຢ່າງມີປະສິດທິຜົນ.

ບັ້ນເຄື່ອນໄຫວມັງກອນແຫ່ງແມ່ຂອງ ໂດຍແມ່ນຂະແໜງພາສີ ຫວຽດນາມ ແລະ ພາສີ ຈີນ ຮ່ວມກັນລິເລີ່ມເຊິ່ງໄດ້ເຄື່ອນໄຫວມາແຕ່ເດືອນ ກັນຍາ 2018.


top