ຂ່າວສານ

ຂະແໜງປ່າໄມ້ຫວາງເປົ້າໝາຍສົ່ງອອກເຄື່ອງປ່າຂອງດົງໄມ້ບັນລຸ 16,3 ຕື້ USD ໃນປີ 2022

      ປີຜ່ານມາ, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ຫວຽດນາມ ສືບຕໍ່ມີໜ້າ ແລະ ຮັກສາອິດທິພົນຊື່ສຽງ ແລະ ເປີດກວ້າງເຖິງ 140 ປະເທດ ແລະ ເຂດແຄ້ວນ
(ພາບປະກອບ: baodautu.vn)
      ຍົກສູງສະມັດຕະພາບຄຸນນະພາບການປູກປ່າພາຍໃນປະເທດເພື່ອເປັນເຈົ້າການແຫຼ່ງວັດຖຸດິບໄມ້ ມຸ່ງໄປເຖິງມູນຄ່າການສົ່ງອອກເຄື່ອງປ່າຂອງດົງບັນລຸ 16,3 ຕື້ USD ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງປ່າໄມ້ໃນປີ 2022.
        ປີຜ່ານມາ, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ຫວຽດນາມ ສືບຕໍ່ມີໜ້າ ແລະ ຮັກສາອິດທິພົນຊື່ສຽງ ແລະ ເປີດກວ້າງເຖິງ 140 ປະເທດ ແລະ ເຂດແຄ້ວນ, ພິເສດແມ່ນ 5 ຕະຫຼາດທີ່ເປັນມູນເຊື້ອ ລວມມີ: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ສະຫະພາບ ເອີລົບ ແລະ ຈີນ.
        ເຖິງວ່າໂລກລະບາດໂຄວິດ-19 ສົ່ງຜົນກະທົບຫຼາຍຢ່າງເຖິງການຜະລິດ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ກໍຕາມ, ແຕ່ຊຸມເດືອນທ້າຍປີ 2021, ຂະແໜງປ່າໄມ້ໄດ້ຮັບການເຕີບໂຕດີ ບັນລຸວົງເງິນສົ່ງອອກເຄື່ອງເຮັດຈາກໄມ້ ແລະ ເຄື່ອງປ່າຂອງດົງບັນລຸເກືອບ 16 ຕື້ USD, ການສົ່ງອອກເກີນດູນຂອງທັງປີບັນລຸເກືອບ 13 ຕື້ USD, ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2020.
(ແຫຼ່ງຄັດຈາກ VOV)

top