ຂ່າວສານ

ຂະແໜງທ່ອງທ່ຽວ ຫວຽດນາມ ດຶງດູດຄວາມສົນໃຈທີ່ງານຕະຫຼາດນັດການທ່ອງທ່ຽວ ທະເລເມດີເຕລາເນ

ນີ້ແມ່ນຄັ້ງທຳອິດສະຖານທູດ ຫວຽດນາມ ປະຈຳ ອີຕາລີ ເຂົ້າຮ່ວມ BMT, ເຊິ່ງແມ່ນໜຶ່ງໃນບັນດາເຫດການປະຈຳປີໃຫຍ່ຂອງ ອີຕາລີ ທີ່ສະຫງວນໃຫ້ການທ່ອງທ່ຽວ.
  ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ ທະເລເມດີເຕລາເນ (ພາບ: TTXVN)  

ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ໃຫ້ຮູ້ວ່າ, ຮ້ານວາງສະແດງທ່ອງທ່ຽວ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ ທະເລເມດີເຕລາເນ (BMT) ຄັ້ງທີ 26 ຈັດຂຶ້ນຢູ່ນະຄອນ Napoli ແຕ່ວັນທີ 16-18 ມີນາ, ໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼາຍ.

ນີ້ແມ່ນຄັ້ງທຳອິດສະຖານທູດ ຫວຽດນາມ ປະຈຳ ອີຕາລີ ເຂົ້າຮ່ວມ BMT, ເຊິ່ງແມ່ນໜຶ່ງໃນບັນດາເຫດການປະຈຳປີໃຫຍ່ຂອງ ອີຕາລີ ທີ່ສະຫງວນໃຫ້ການທ່ອງທ່ຽວ. ເຫດການໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 10.000 ເທື່ອຄົນ; 400 ນັກວາງສະແດງ ຂຶ້ນກັບ 12 ເຂດຂອງ ອີຕາລີ ແລະ 26 ປະເທດໃນໂລກ.

ທີ່ງານຕະຫຼາດນັດ, ມີແຂກຫຼາຍຄົນໄດ້ເຂົ້າມາຢ້ຽມຊົມຮ້ານວາງສະແດງຂອງ ຫວຽດນາມ. ມີຫຼາຍບໍລິສັດ ແລະ ນັກບໍລິຫານລາຍການທ່ອງທ່ຽວຂອງ ອີຕາລີ ສະແດງຄວາມສົນໃຈຕໍ່ມໍລະດົກວັດທະນະທຳທີ່ອຸດົມສົມບູນ ເປັນຫຼາຍຮູບຫຼາຍແບບຂອງ ຫວຽດນາມ,  ແລະ ປາດຖະໜາວ່າຈະຈັດຫຼາຍລາຍການທ່ອງທ່ຽວໄຫວຽດນາມ ໃນໄລຍະຈະມາເຖິງ.


top