ຂ່າວສານ

ຂະແໜງທ່ອງທ່ຽວ ກະກຽມຕ້ອນຮັບນັກທ່ອງທ່ຽວ ມາທ່ຽວຢູ່ ຫວຽດນາມ

ແຜນນະໂຍບາຍເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ວັນທີ 15 ມີນາ ພວມສ້າງບັນຍາກາດ, ກຳລັງໃໝ່ໃຫ້ແກ່ຜູ້ເຮັດວຽກງານການທ່ອງທ່ຽວ.

ແຜນນະໂຍບາຍເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ວັນທີ 15 ມີນາ ພວມສ້າງບັນຍາກາດ, ກຳລັງໃໝ່ໃຫ້ແກ່ຜູ້ເຮັດວຽກງານການທ່ອງທ່ຽວ.

    

ເລື່ອງທົດລອງຕ້ອນຮັບນັກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ ໃນໄລຍະຜ່ານມາໄດ້ຮັບການປະຕິບັດຢ່າງມີແບບມີແຜນ, ຮັບປະກັນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພ້ອມກັນນັ້ນໄດ້ນຳມາເຊິ່ງການເຂົ້າຮ່ວມຕົວຈິງສຳລັບນັກທ່ອງທ່ຽວ ດ້ວຍບັນດາຮູບແບບທີ່ດູດດື່ມຄື : ທ່ອງທ່ຽວກິລາ, ການລະຫຼີ້ນບັນເທິງທີ່ຟົດຟື້ນມ່ວນຊື່ນ, ບັນດາການບໍລິການເບິ່ງແຍງສຸຂະພາບ, ການທ່ອງທ່ຽວບຳລຸງສຸຂະພາບ… ຢູ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ. ພ້ອມກັບໝາກຜົນຕັ້ງໜ້າດັ່ງກ່າວ, ແຜນນະໂຍບາຍເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ວັນທີ 15 ມີນາ ພວມສ້າງບັນຍາກາດ, ກຳລັງໃໝ່ໃຫ້ແກ່ຜູ້ເຮັດວຽກງານການທ່ອງທ່ຽວ. ມາຮອດຈຸດເວລານີ້, ຂະແໜງທ່ອງທ່ຽວໄດ້ກະກຽມເປັນທີ່ຮຽບຮ້ອຍແລ້ວເພື່ອຕ້ອນຮັບນັກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ ຄືນໃໝ່.

ພາຍຫຼັງທີ່ລັດຖະບານເຫັນດີຕໍ່ເລື່ອງເປີດປະຕູເຄື່ອນໄຫວການທ່ອງທ່ຽວນັບແຕ່ວັນທີ 15 ມີນານີ້, ບັນດາບໍລິສັດທ່ອງທ່ຽວຍາມໃດກໍ່ເຮັດວຽກຢ່າງຮີບເຮັ່ງໃນການສ້າງຜະລິດຕະພັນທ່ອງທ່ຽວໃໝ່, ບັນດາແຜນການຕ້ອນຮັບນັກທ່ອງທ່ຽວ, ຈັດຕັ້ງລາຍການທ່ອງທ່ຽວ, ເຂດພັກເຊົ່າ… ໃຫ້ຄະນະນັກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ນີ້ແມ່ນຄວາມເບີກບ່ານມ່ວນຊື່ນສຳລັບຜູ້ເຮັດວຽກງານທ່ອງທ່ຽວ ພາຍຫຼັງໄດ້ຮັບຜົນສະທ້ອນຈາກ ໂລກລະບາດມາເປັນເວລາ 2 ປີ. ອ້າຍ ຫງວຽນວັນຮຸ່ງ, ຮອງຫົວໜ້າບໍລິສັດທ່ອງທ່ຽວ Vietfoot Travel, ແບ່ງປັນວ່າ

“ໂລກລະບາດໂຄວິດ 19 ໄດ້ແຜ່ລະບາດ ເຮັດໃຫ້ຂະແໜງທ່ອງທ່ຽວ ແລະ ການບໍລິການໄດ້ຮັບຜົນສະທ້ອນຫຼາຍທີ່ສຸດ. ແຕ່ເມື່ອມີນະໂຍບາຍເປີດປະຕູທ່ອງທ່ຽວ, ພວກຂ້າພະເຈົ້າຫວັງວ່າ ຂະແໜງທ່ອງທ່ຽວຈະເຕີບໂຕ ແລະ ຟື້ນຟູຫຼາຍທີ່ສຸດ.”

ພ້ອມກັບວິສາຫະກິດທ່ອງທ່ຽວ, ບັນດາຮາກຖານພັກເຊົ່າກໍ່ພວມລໍຖ້າຕະຫຼາດສາກົນຫຼາຍທີ່ສຸດ. ໂຮງແຮມ ເມື່ອງແທັງ Luxury ດ່ານັ້ງ ແມ່ນໜຶ່ງໃນບັນດາຫົວໜ່ວຍເຊິ່ງພະແນກທ່ອງທ່ຽວນະຄອນ ດ່ານັ້ງ ເລືອກເປັນສະຖານທີ່ທົດລອງຮັບໃຊ້ນັກທ່ອງທ່ຽວສາກົນໄລຍະທົດລອງໃນສະພາບປົກກະຕິໃໝ່. ປະຈຸບັນ, ບັນດາພາລະກອນທຸກໆຄົນຢູ່ທີ່ນີ້ໄດ້ສັກວັກຊິນກັນໂຄວິດ-19 ຈຳນວນ 3 ເຂັມແລ້ວ, ພື້ນຖານທາງດ້ານວັດຖຸ ກໍຄືວຽກງານປ້ອງກັນຕ້ານໂລກລະບາດຍາມໃດກໍ່ໄດ້ຕັ້ງຢູ່ໃນລະດັບສູງສຸດໃຫ້ແກ່ນັກທ່ອງທ່ຽວ. ທ່ານນາງ ໂງທິເຮືອງ, ຮອງຫົວໜ້າໂຮງແຮມ ເມື່ອງແທັງ Luxury ດ່ານັ້ງ, ໃຫ້ຮູ້ວ່າ :

“ເມື່ອມີແຜນນະໂຍບາຍໃໝ່, ມີແຫຼ່ງນັກທ່ອງທ່ຽວກັບຄືນມາໃໝ່ ພວກເຮົາໄດ້ກຽມພ້ອມຢູ່ທຸກເວລາ. ຫວັງວ່າ, ດ້ວຍຈຸດເວລາຄືໃນປະຈຸບັນ ເມື່ອການທ່ອງທ່ຽວໄດ້ຮັບການລົງທຶນ, ເອົາໃຈໃສ່ ບວກກັບແຜນນະໂຍບາຍໃໝ່ຈາກລັດຖະບານນັ້ນ, ແມ່ນບໍ່ມີສາຍເຫດໃດທີ່ພວກຂ້າພະເຈົ້າຈະບໍ່ກຽມພ້ອມ ເພື່ອຮັບໃຊ້ ແລະ ຕ້ອນຮັບ, ສ້າງບັນຍາກາດ, ການຈະເລີນເຕີບໂຕໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ ດ່ານັ້ງ.”

ເລື່ອງເປີດປະຕູຕ້ອນຮັບນັກທ່ອງທ່ຽວ ຈະແມ່ນກາລະໂອກາດໃຫຍ່ເພື່ອເສີມຂະຫຍາຍທ່າແຮງແກ່ງແຍ້ງຂອງຂະແໜງທ່ອງທ່ຽວ ຫວຽດນາມ ສຳລັບບັນດາຕະຫຼາດໃກ້ຄຽງ, ພ້ອມທັງປະກອບສ່ວນຟື້ນຟູຂະແໜງບໍລິການພັກເຊົ່າ, ທ່ອງທ່ຽວຄາລາວານ ແລະ ບັນດາໜ່ວຍງານທ່ອງທ່ຽວອື່ນ. ຍ້ອນເຫດນັ້ນ, ມາດຕະຖານ “ທ່ອງທ່ຽວ 4 ຂຽວ” ລວມມີ: ນັກທ່ອງທ່ຽວມາຫວຽດນາມໄດ້ສັກວັກຊິນແລ້ວ, ສະຖານທີ່ທ່ອງທ່ຽວຂຽວ, ຜະລິດຕະພັນທ່ອງທ່ຽວຂຽວ, ພາລະກອນລ້ວນແຕ່ໄດ້ສັກວັກຊິນຄົບ 3 ເຂັມ ຍາມໃດກໍ່ເປັນມາດຖານແຖວໜ້າແລະຮັບປະກັນການຜັນຂະຫຍາຍຢ່າງເຄັ່ງຄັດເພື່ອຮັບປະກັນຄວາມປອດໄພໃຫ້ທັງນັກທ່ອງທ່ຽວແລະພາລະກອນຮັບໃຊ້.

ມາຮອດປະຈຸບັນ, ການກະກຽມໃຫ້ແກ່ມື້ເປີດປະຕູການທ່ອງທ່ຽວໄດ້ປະຕິບັດສຳເລັດເປັນທີ່ຮຽບຮ້ອຍແລ້ວ. ທ່ານເຈິ່ນຮິວຖຸຍຢາງ, ຫົວໜ້າພະແນກທ່ອງທ່ຽວແຂວງເທື່ອທຽນ - ເຫ້ວໃຫ້ຮູ້ວ່າ, ຂະແໜງທ່ອງທ່ຽວແຂວງໄດ້ເອົາໃຈໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່ເພື່ອດຶງດູດນັກທ່ອງທ່ຽວ.

“ເພື່ອກະກຽມໃຫ້ແກ່ການເປີດປະຕູທ່ອງທ່ຽວຢ່າງຮອບດ້ານຄືນໃໝ່ນັ້ນຕ້ອງສຸມໃສ່ການບໍລິການແລະຜະລິດຕະພັນໃໝ່. ໜຶ່ງໃນບັນດາຈຸດພົ້ນເດັ່ນໃນປີນີ້ແມ່ນເປີດຖະໜົນຍ່າງກາງຄືນຮ່ວາງແທັ່ງ, ຕິດພັນກັບການເປີດປະຕູການບໍລິການ ແລະພະລາຊະວັງໃນຕອນຄ່ຳ. ສູນອະນຸລັກມໍລະດົກເຂດປູຊະນີຍະສະຖານພວມສົມທົບກັບທາງນະຄອນຢ່າງແໜ້ນແຟ້ນເພື່ອສ້າງຜະລິດຕະພັນທ່ອງທ່ຽວໃໝ່. ພະແນກທ່ອງທ່ຽວກໍ່ພວມສຸມໃສສັບຊ້ອນຮູບແບບຂຸດຄົ້ນການບໍລິການຮັບຊົມທິວທັດຫ້ວຍ, ນ້ຳຕົກຕາດຢູ່ບັນດາສະຖານທີ່ທ່ອງທ່ຽວຊຸມຊົນ”.

ດ້ວຍແຜນນະໂຍບາຍເປີດປະຕູການທ່ອງທ່ຽວທັງໝົດນັບແຕ່ວັນທີ 15 ມີນາທີ່ຈະມາເຖິງນີ້, ຂະແໜງທ່ອງທ່ຽວໄດ້ກະກຽມແຫຼ່ງກຳລັງຕ່າງໆເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ. ປີ 2022, ຂະແໜງທ່ອງທ່ຽວຫວຽດນາມໄດ້ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 65 ລ້ານເທື່ອຄົນ, ໃນນັ້ນນັກທ່ອງທ່ຽວສາກົນໃຫ້ໄດ້ 5 ລ້ານເທື່ອຄົນ, ດ້ວຍຍອດລາຍຮັບທີ່ເກັບມາໄດ້ຈາກນັກທ່ອງທ່ຽວໃຫ້ບັນລຸ 400.000 ຕື້ດົ່ງ./.

(ແຫຼ່ງຄັດຈາກ VOV)


top