ຂ່າວສານ

ຂະແໜງຕ່ຳແຜ່ນຕັດຫຍິບຍາດແຍ່ງໂອກາດສົ່ງອອກຜ້າອັດປາກ-ດັງ

ວັນທີ 04 ພຶດສະພາ, ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ (VITAS) ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍກ່ຽວກັບການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ໃນສະພາບການໂລກລະບາດໂຄວິດ-19, ພ້ອມທັງອະທິບາຍບັນດາຂໍ້ກຳນົດກ່ຽວກັບການສົ່ງອອກຜ້າອັດປາກ-ດັງ ແລະ ເຄື່ອງອຸປະກອນການແພດເຂົ້າສະຫະພາບເອີຣົບ (ອີຢູ) ແລະ ອາເມລິກາ. 

ຂະແໜງຕ່ຳແຜ່ນຕັດຫຍິບຍາດແຍ່ງໂອກາດສົ່ງອອກຜ້າອັດປາກ-ດັງ (ພາບ: TTXVN)

ທ່ານ ເຈິ່ນແທງຫາຍ, ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຢັ້ງຢືນວ່າ: ໃນໄລຍະເກີດໂລກລະບາດໂຄວິດ-19, ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບໄດ້ຍາດແຍ່ງກາລະໂອກາດຢ່າງວ່ອງໄວ ຫັນໄປສູ່ການຜະລິດຜ້າອັດປາກ-ດັງກັນເຊື້ອ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢູ່ພາຍໃນປະເທດ ແລະ ສົ່ງອອກ, ຜ່ານນັ້ນ ກໍ່ໄດ້ປະກອບສ່ວນ ນຳມາເຊິ່ງລາຍຮັບ, ຫລຸດຜ່ອນຜົນເສຍຫາຍທີ່ເກີດຈາກໂລກລະບາດ. ນັບແຕ່ຕົ້ນປີຈົນຮອດວັນທີ 19 ເມສາ, ຍອດປະລິມານຜ້າອັດປາກ-ດັງທີ່ໄດ້ສົ່ງອອກໄປຍັງຕ່າງປະເທດແມ່ນເກືອບ 416 ລ້ານອັນ, ມີມູນຄ່າກ່ວາ 64 ລ້ານ USD. ບັນດາຕະຫລາດສົ່ງອອກຕົ້ນຕໍແມ່ນ ຍີ່ປຸ່ນ, ສ.ເກົາຫຼີ, ເຢຍລະມັນ, ອາເມລິກາ, ຮົ່ງກົງ, ສິງກະໂປ…
(ແຫຼ່ງຄັດຈາກ VOV)

top